Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ການນຳຂອງລາວຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບ ປະກັບເລຂາທິການໃຫຍ່ອົງການ ສປຊ

ການນຳຂອງລາວຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບ ປະກັບເລຂາທິການໃຫຍ່ອົງການ ສປຊ

ກົມສື່ມວນຊົນ 15/10/2024
462726677_520227397570258_2186372564076294832_n copy

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອັນໂຕນີໂອ ກຸເຕເຣັສ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ (ສປຊ), ໃນວັນທີ 11 ຕຸລານີ້ ທີ່ທຳນຽບປະທານປະເທດ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົງການສະຫະປະຊາຊາດ ຄັ້ງທີ 14 ທີ່ ນະຄອນຫຼວງວຽງຈັນ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ທ່ານ ເລຂາທິການໃຫຍ່ອົງການ ສປຊ ພ້ອມດ້ວຍຄະນະ ທີ່ໄດ້ເດີນ ທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງຖືເປັນເຫດການສໍາຄັນອີກຄັ້ງ ນັບຕັ້ງແຕ່ ທ່ານ ອັນໂຕນີໂອ ກຸເຕເຣັສ ໄດ້ເດີນທາງມາ ສປປ ລາວ ໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2016 ແລະ ໄດ້ຕີລາຄາສູງຕໍ່ບົດ ບາດທີ່ສໍາຄັນຂອງ ທ່ານ ອັນໂຕນີໂອ ກຸເຕເຣັສ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ກໍຄືການສະໜັບສະ ໜູນການພັດທະນາແບບຍືນຍົງໃນທົ່ວໂລກ. ພ້ອມກັນນັ້ນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອົງການສະຫະປະຊາຊາດ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໂດຍຜ່ານກົນໄກ ແລະ ຂອບການຮ່ວມມືຕ່າງໆ ລວມທັງຂະບວນການໂຕະມົນ ຊຶ່ງໄດ້ປະ ກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການບັນລຸເປົ້າໝາຍການພັດທະ ນາແບບຍືນຍົງໃນລະດັບປະເທດ ລວມທັງເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ຂອງ ສປປ ລາວ ຄື: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ເພາະບັນຫາດັ່ງກ່າວເປັນອຸປະສັກສຳຄັນ ແລະ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືການພັດທະນາ ຢູ່ ສປປ ລາວ ພ້ອມທັງໄດ້ສະເໜີໃຫ້ອົງການ ສປຊ ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆ ເພື່ອໃຫ້ສາ ມາດນຳພາປະເທດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ໃນອະນາຄົດ.

ໃນໂອກາດດຽວກັນນີ້, ທ່ານ ອັນໂຕນີໂອ ກຸເຕເຣັສ ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ທອງລຸນ ສີສຸລິດ ໃນຄັ້ງນີ້ ພ້ອມທັງໄດ້ຊົມເຊີຍຕໍ່ກັບການເປັນປະທານອາຊຽນຂອງ ສປປ ລາວ ກໍຄືການຈັດກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້, ເຊິ່ງງເຫັນວ່າອາຊຽນ ເປັນພາກພື້ນທີ່ມີຄວາມເປັນເອກະພາບ ມີບົດບາດສຳຄັນໃນການເສີມສ້າງສັນຕິພາບ ແລະ ການພັດທະນາ ແລະ ເປັນຕົວແບບໃຫ້ແກ່ພາກພື້ນຕ່າງໆ ໃນທ່າມກາງສະພາບຫຍຸ້ງຍາກໃນປັດຈຸບັນ. ນອກຈາກນັ້ນ, ທ່ານ ອັນໂຕນີໂອ ກຸເຕເຣັສ ຍັງໄດ້ຊົມເຊີຍ ສປປ ລາວ ສຳລັບຄວາມຄືບໜ້າໃນການພັດທະນາ ແລະ ເຫັນວ່າ ສປປ ລາວ ເປັນປະເທດທີ່ມີສັນຕິພາບ ແລະ ມີສະຖຽນລະພາບ ພ້ອມທັງສາມາດເປັນຕົວແບບແຫ່ງສັນຕິພາບ ໃຫ້ແກ່ປະເທດຕ່າງໆ. ໃນຕອນທ້າຍ, ທ່ານ ອັນໂຕນີໂອ ກຸເຕເຣັສ ໄດ້ໃຫ້ຄຳໝາຍໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ຢ່າງເຕັມສ່ວນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຂອງປະເທດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ພົບປະກັບ ທ່ານ ອັນໂຕນີໂອ ກຸເຕເຣັສ ເລຂາທິການໃຫຍ່ອົງການ ສປຊ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍ ຫຼັງສຳເລັດການເຂົ້າ ຮ່ວມ ກອງປະຊຸມສຸດຍອດອາຊຽນ-ອົງການສະຫະປະຊາຊາດ ຄັ້ງທີ 14 ເພື່ອແລກປ່ຽນຄໍາຄິດເຫັນກ່ຽວກັບຂອບການພົວ ພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ລວມທັງການສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.

Continue Reading

Previous: ຖອດຖອນບົດຮຽນວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45
Next: ຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາ ອາແຊັກ

ຂ່າວອື່ນໆທີ່ກ່ຽວຂ້ອງ

463113143_522872897305708_3839775397144490199_n copy

ສໍາເລັດການຮັບປະກັນດ້ານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45

ກົມສື່ມວນຊົນ 16/10/2024
463123851_521429660783365_4440303747263003550_n copy

ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ກົມສື່ມວນຊົນ 15/10/2024
462933549_520816174178047_5066129940112211692_n copy

ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກົມສື່ມວນຊົນ 15/10/2024

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.