Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ສໍາເລັດການຮັບປະກັນດ້ານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45

ສໍາເລັດການຮັບປະກັນດ້ານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45

ກົມສື່ມວນຊົນ 16/10/2024
463113143_522872897305708_3839775397144490199_n copy

ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ເຮັດໜ້າທີ່ຢ່າງຕັ້ງໜ້າໃນການຕອບສະໜອງທາງດ້ານພະລາທິການໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບທີ່ເຮັດໜ້າທີ່ປ້ອງກັນໃນໄລຍະກະກຽມ ແລະ ດໍາເນີນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ເຮັດໃຫ້ກອງປະຊຸມດັ່ງກ່າວມີຜົນສໍາເລັດຢ່າງຈົບງາມ ພ້ອມທັງຮັບປະ ກັນໄດ້ຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ພົຈວ ສີສຸວັນ ທອງປະເສີດ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ທັງເປັນຫົວໜ້າຈຸດບັນຊາວຽກງານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຮັບປະກັນດ້ານພະລາທິການໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນເຈົ້າພາບ ສັງລວມແລ້ວແມ່ນມີຜົນສໍາເລັດຕາມລະດັບຄາດໝາຍທີ່ວ່າງໄວ້ ເປັນຕົ້ນແມ່ນການຕອບສະໜອງທາງດ້ານເຄື່ອງອຸປະໂພກ, ບໍລິໂພກ, ວັດຖຸຢຸດໂທປະກອນ, ພາຫະນະນໍາໃຊ້ໃນແຕ່ລະຈຸດປ້ອງກັນ, ນໍ້າມັນເຊື້ອໄຟ, ການເບິ່ງແຍງປິ່ນປົວສຸຂະພາບ ແລະ ທາງດ້ານອື່ນໆ, ພື້ນຖານແລ້ວແມ່ນເຮັດໃຫ້ກໍາລັງປ້ອງກັນໃນແຕ່ລະຈຸດມີຄວາມສະ ດວກໃນການປະຕິບັດໜ້າທີ່ຂອງຕົນໄດ້ຢ່າງຕັ້ງໜ້າ, ກໍາລັງພະລາທິການທຸກສະຫາຍໄດ້ເປັນເຈົ້າການຢ່າງຕັ້ງໜ້າໃນການເຄື່ອນໄຫວເຮັດໜ້າທີ່ຂອງຕົນຢ່າງມີຜົນສາໍເລັດ, ສະແດງອອກໄດ້ຕອບສະໜອງເຄື່ອງທີ່ຈໍາເປັນໃຫ້ກໍາລັງປ້ອງກັນທັນກໍານົດເວລາເຊັ່ນ: ມີລະບົບການສົ່ງນໍ້າມັນເຄື່ອນທີ່ຕະຫຼອດ 24 ຊົ່ວໂມງ ໂດຍມີລົດຮັບໃຊ້ສະເພາະໃນການຂົນສົ່ງນໍ້າມັນໄປແຕ່ລະຈຸດປ້ອງກັນທີ່ມີຄວາມຕ້ອງການ; ນອກນີ້, ຍັງມີລົດສໍາລັບຂົນສົ່ງເຄື່ອງອຸປະໂພກ, ບໍລິໂພກ, ເຄື່ອງຢຸດໂທປະກອນ ແລະ ເຄື່ອງໃຊ້ຈໍາເປັນຕ່າງໆ ເພື່ອຈັດສົ່ງໃຫ້ກັບກໍາລັງປ້ອງກັນຢ່າງພຽງພໍ, ນອກຈາກນີ້ ຍັງຮັບປະກັນໄດ້ທາງດ້ານວຽກງານເສນາຮັກ ເປັນຕົ້ນແມ່ນໄດ້ຈັດຕັ້ງກໍາລັງແພດໝໍ ລົງກວດກາສຸຂະພາບໃຫ້ແກ່ການນໍາ ແລະ ກໍາລັງປ້ອງກັນໃນແຕ່ລະຈຸດ ໃຫ້ມີສຸຂະພາບເຂັ້ມແຂງ ກຽມພ້ອມເຮັດໜ້າທີ່ຂອງຕົນ; ພ້ອມກັນນີ້ ຄະນະພັກ-ຄະນະບັນຊາ ກົມໃຫຍ່ພະລາທິການ ປກສ ຍັງໄດ້ເອົາໃຈໃສ່ໃນການລົງຕິດຕາມ, ກວດກາ ແລະ ຊຸກຍູ້ໃຫ້ກໍາລັງໃຈບັນດາກໍາລັງປ້ອງກັນໃນແຕ່ລະຈຸດເປັນປະຈໍາທຸກໆວັນ ເຊິ່ງໄດ້ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບມີກໍາລັງໃຈ ແລະ ໄດ້ປະຕິບັດໜ້າທີ່ຢ່າງມີຜົນສໍາເລັດ, ພາຍຫຼັງສາໍເລັດການປ້ອງ ກັນກອງປະຊຸມແລ້ວ ກໍາລັງພະລາທິການ ປກສ ຍັງໄດ້ລົງເກັບກູ້ຄືນບັນດາອຸປະກອນ, ເຄື່ອງຂອງຕ່າງໆທີ່ຮັບໃຊ້ແກ່ວຽກງານປ້ອງກັນຄວາມສະຫງົບ ມາເກັບຮັກສາໄວ້, ສ່ວນເຄື່ອງຮັບໃຊ້ໃດທີ່ມີການເປເພ ກໍແມ່ນເອົາໄປສ້ອມແປງ ເພື່ອໃຫ້ສາມາດນໍາໃຊ້ໄດ້ໃນຕໍ່ໜ້າ.

ທ່ານ ຍັງໄດ້ກ່າວຕືມອີກວ່າ: ຍ້ອນໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກການນໍາກະຊວງ ປກສ ກໍຄືກົມໃຫຍ່ພະລາທິການ ປກສ ແລະ ມີແຜນແມ່ບົດຢ່າງລະອຽດ, ນອກນີ້ຄະນະພັກ-ຄະນະບັນຊາ ແລະ ກໍາລັງພະລາທິການ ປກສ ທຸກສະຫາຍແມ່ນໄດ້ສຸມໃສ່ປະຕິບັດໜ້າທີ່ຢ່າງສຸດຄວາມສາມາດ ຈຶ່ງເຮັດໃຫ້ວຽກງານຮັບປະກັນດ້ານພະລາທິການໃຫ້ແກ່ການປ້ອງກັນກອງປະ ຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນເຈົ້າພາບ ມີຜົນສໍາເລັດເປັນຢ່າງດີ.

Continue Reading

Previous: ສປປ ລາວ ກຽມຈັດປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45
Next: ນາຍົກລັດຖະມົນຕີ ເຂົ້າຮ່ວມໂຮມຊຸມນຸມສະຫຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ

ຂ່າວອື່ນໆທີ່ກ່ຽວຂ້ອງ

463123851_521429660783365_4440303747263003550_n copy

ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ກົມສື່ມວນຊົນ 15/10/2024
462933549_520816174178047_5066129940112211692_n copy

ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກົມສື່ມວນຊົນ 15/10/2024
462840971_520814327511565_5699455257818326066_n copy

ສະຫາຍ ບຸນທອງ ຈິດມະນີ ​ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງນາຍົກລັດຖະມົນຕີ ສສ ຫວຽດນາມ

ກົມສື່ມວນຊົນ 15/10/2024

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.