Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກົມສື່ມວນຊົນ 15/10/2024
462933549_520816174178047_5066129940112211692_n copy

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ລໍເຣັນສ ວອງ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ໃນລະຫວ່າງວັນທີ 8-12 ຕຸລາ 2024 ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ສິງກະໂປ ໃຫ້ເລິກເຊິ່ງກວ່າເກົ່າ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດທີ່ ສໍານັກງານນາຍົກລັດຖະມົນຕີ, ຈາກນັ້ນກໍໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ແລະ ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີທີ່ໄດ້ຕ້ອນຮັບ ທ່ານ ລໍເຣັນສ ວອງ ແລະ ຄະນະ ໃນຄັ້ງນີ້, ຖືວ່າເປັນການຢ້ຽມຢາມ ສປປ ລາວ ຄັ້ງທໍາອິດ ພາຍຫລັງດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ ໃນເດືອນພຶດສະພາ 2024 ທີ່ຜ່ານມາ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ພ້ອມທັງໄດ້ຕີລາຄາ ແລະ ທົບທວນຄືນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ລະ ຫວ່າງ ສປປ ລາວ ແລະ ສ ສິງກະໂປ ຕະຫລອດໄລຍະ 5 ທົດສະວັດຜ່ານມາ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ, ສະແດງອອກໃນການພົບປະແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ, ການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການພົວ ພັນຮ່ວມມືຂອງບັນດາຫົວໜ່ວຍທຸລະກິດ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະ ນະສຸກ, ການສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ໃນຂອບອາຊຽນ ແລະ ອົງການ ສປຊ; ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ມາຍັງພາກສ່ວນກ່ຽວຂ້ອງຂອງສອງປະເທດ ທີ່ໄດ້ຮ່ວມກັນສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ຄົບຮອບ 50 ປີ ໃນປີ 2024 ນີ້ຢ່າງຄຶກຄື້ນ ແລະ ມີຄວາມໝາຍ ໂດຍສະເພາະການຈັດກິດຈະກໍາຕ່າງໆ ເປັນຕົ້ນ ການອອກແບບ ແລະ ການປະກາດຮອງຮັບສັນຍາລັກ (LOGO) 50 ປີ, ການຈັດງານລ້ຽງ ແລະ ການສະແດງສິລະປະດົນຕີ ຮ່ວມກັນຂອງນັກສິລະປິນຈາກສິງກະໂປ ແລະ ສປປ ລາວ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົບປະກັນ ທີ່ສິງກະໂປ ໃນເດືອນກໍລະກົດ 2024 ຜ່ານມາ ແລະ ຢືນຢັນຄືນຄວາມໝາຍໝັ້ນ ໃນການສືບຕໍ່ເຮັດວຽກຢ່າງໃກ້ຊິດຮ່ວມກັນ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ກ້າວສູ່ລວງເລິກຍິ່ງຂຶ້ນໃນຊຸມປີຕໍ່ໜ້າ.

ສຳລັບທິດທາງໃນຕໍ່ໜ້າ, ສອງຝ່າຍ ເຫັນດີຈະສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງ ຂອງຕົນເພື່ອຈັດຕັ້ງປະຕິ ບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ໃຫ້ສໍາເລັດຜົນຕາມຄາດໝາຍ ໂດຍສະເພາະ ການຮ່ວມມືດ້ານການເມືອງ ແລະ ດ້ານເສດຖະກິດ ກໍຄື ການຄ້າ, ການລົງທຶນ ເປັນຕົ້ນ ການຮ່ວມມືດ້ານພະລັງງານສະອາດ, ດ້ານກະສິກຳ, ດ້ານຊັບພະຍາກອນທໍາມະຊາດ ກໍຄື ສິນເຊື່ອກາກບອນ(Carbon Credit), ດ້ານສາທາ ລະນະສຸກ ແລະ ພັດທະນາຊຸມຊົນ, ການພັດທະນາຊັບພະຍາ ກອນມະນຸດ, ການທ່ອງທ່ຽວ ແລະ ຂະແໜງການ ອື່ນໆທີ່ເປັນທ່າແຮງບົ່ມຊ້ອນ, ລວມທັງການຮ່ວມ ມືໃນການພັດທະນາຂົງເຂດພາກພື້ນ ແລະ ສາກົນ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ ເພື່ອຜົນສໍາເລັດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໃນໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ ສະ ແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານ ລໍເຣັນສ ວອງ ກໍຄື ລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຮ່ວມມືຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ສໍາເລັດຢ່າງຈົບງາມ, ລວມເຖິງການຊ່ວຍເຫລືອເຄື່ອງບັນເທົາທຸກໃນເຫດການໄພພິບັດນໍ້າຖ້ວມ ຢູ່ ບັນດາແຂວງຕ່າງໆຂອງລາວ ຊຶ່ງເປັນການຊ່ວຍເຫລືອທາງດ້ານມະນຸດສະທໍາທີ່ມີຄຸນຄ່າ ແລະ ທັນການ.

ຂະນະດຽວກັນ, ທ່ານ ລໍເຣັນສ ວອງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານ ສອນໄຊ ສີພັນດອນ ກໍຄື ລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນຖານະເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຕະຫລອດເກືອບ 10 ເດືອນຜ່ານມາ ແລະ ໄດ້ຢຶນຢັນຄືນຈະສືບຕໍ່ໃຫ້ການສະໜັບສະໜູນ ຈົນສໍາເລັດຢ່າງຈົບງາມ ເຊັ່ນດຽວກັນກັບການສືບຕໍ່ເສີມຂະຫຍາຍການພົວພັນ ຮ່ວມມືຂອງສອງປະເທດ ໃຫ້ໄດ້ຮັບການພັດທະ ນາຍິ່ງໆຂຶ້ນ.

Continue Reading

Previous: ສະຫາຍ ບຸນທອງ ຈິດມະນີ ​ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງນາຍົກລັດຖະມົນຕີ ສສ ຫວຽດນາມ
Next: ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ຂ່າວອື່ນໆທີ່ກ່ຽວຂ້ອງ

463113143_522872897305708_3839775397144490199_n copy

ສໍາເລັດການຮັບປະກັນດ້ານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45

ກົມສື່ມວນຊົນ 16/10/2024
463123851_521429660783365_4440303747263003550_n copy

ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ກົມສື່ມວນຊົນ 15/10/2024
462840971_520814327511565_5699455257818326066_n copy

ສະຫາຍ ບຸນທອງ ຈິດມະນີ ​ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງນາຍົກລັດຖະມົນຕີ ສສ ຫວຽດນາມ

ກົມສື່ມວນຊົນ 15/10/2024

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.