Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຫ້ອງວ່າການ ກະຊວງ ປກສ ປະກາດດັດແກ້ຊັ້ນໃຫ້ພົນຕຳຫຼວດ

ຫ້ອງວ່າການ ກະຊວງ ປກສ ປະກາດດັດແກ້ຊັ້ນໃຫ້ພົນຕຳຫຼວດ

ກົມສື່ມວນຊົນ 17/10/2024
463533984_524718380454493_4747574151871294072_n copy

ໃນວັນທີ 15 ຕຸລາ 2024, ຫ້ອງວ່າການ ກະຊວງ ປກສ ໄດ້ຈັດພິທີປະກາດດັດແກ້ຊັ້ນໃຫ້ພົນຕຳຫຼວດ, ເປັນປະທານໂດຍ ພົຈວ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະຫ້ອງວ່າການ, ຄະນະກົມ, ພ້ອມດ້ວຍນາຍ ແລະພົນຕໍາຫຼວດ ເຂົ້າຮ່ວມ.

ພັອ ນາງ ກົງຈີນ ລີນາວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການດັດແກ້ຊັ້ນໃຫ້ພົນຕໍາຫຼວດ ຫ້ອງວ່າການ ກະຊວງ ປກສ ດັ່ງນີ້: ດັດແກ້ຊັ້ນ ສິບໂທ ຂຶ້ນເປັນຊັ້ນ ຮ້ອຍໂທ ຈໍານວນ 2 ສະຫາຍ; ດັດແກ້ຊັ້ນ ສິບໂທ ຂຶ້ນເປັນຊັ້ນ ຮ້ອຍຕີ 26 ສະຫາຍ ຍິງ 7 ສະຫາຍ; ດັດແກ້ຊັ້ນ ສິບໂທ ຂຶ້ນເປັນຊັ້ນ ວາທີ 12 ສະຫາຍ ຍິງ 3 ສະຫາຍ ແລະ ດັດແກ້ຊັ້ນ ສິບໂທ ຂຶ້ນເປັນຊັ້ນ ສິບເອກ 2 ສະຫາຍ ປະດັບຊັ້ນໂດຍ ພົຈວ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ.

ໂອກາດນີ້, ພົຈວ ອານຸເດດ ຄູນຄໍາ ໄດ້ໂອ້ລົມຕໍ່ພິທີວ່າ: ການປະກາດການດັດແກ້ຊັ້ນໃນຄັ້ງນີ້ ເປັນການປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານ, ມີຜົນສໍາເລັດໃນໜ້າທີ່ວຽກງານ, ຄົບມາດຖານ, ເງື່ອນໄຂ ແລະ ຜ່ານການຄົ້ນຄວ້ານໍາສະເໜີຂອງກົມກອງກ່ຽວຂ້ອງຕໍ່ຂັ້ນເທິງ. ໃນນັ້ນ, ໄດ້ສະແດງເຖິງຄວາມເຕີບໃຫຍ່ຂະຫຍາຍຕົວຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເວົ້າສະເພາະແມ່ນກໍາລັງຫ້ອງວ່າການກະ ຊວງ ທີ່ຍາມໃດກໍມີຄວາມບຸກບືນຫ້າວ ຫັນ, ມີການປັບປຸງ ແລະ ພັດທະນາຕົນເອງໃຫ້ມີຄວາມເຂັ້ມແຂງທາງດ້ານກົງຈັກການຈັດຕັ້ງ ແລະ ກຳລັງພົນ.

ພ້ອມນີ້, ຍັງໄດ້ເນັ້ນໃຫ້ພົນຕໍາຫຼວດທີ່ໄດ້ຮັບການດັດແກ້ຊັ້ນ ສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ, ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດແຕ່ ລະໄລຍະ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ເອົາໃຈໃສ່ເຮັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເພີ່ມທະວີຄວາມສາມັກຄີພາຍໃນກົມກອງໃຫ້ແໜ້ນແຟ້ນ, ເສີມຂະຫຍາຍຄວາມສາມັກຄີກັບປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ, ດໍາລົງຊີວິດດ້ວຍຄວາມປອດໃສຂາວສະອາດບົນພື້ນ ຖານປະຢັດມັດທະຍັດບໍ່ຫຼິ້ນກິນຟຸມເຟື້ອຍ, ຕ້ານແນວຄິດສວຍໂອກາດ, ສວຍໃຊ້ໜ້າທີ່ຫາຜົນປະໂຫຍດທີ່ບໍ່ຊອບທຳ ທີ່ພາໃຫ້ເຊື່ອມເສຍບົດບາດຂອງກໍາລັງປ້ອງກັນຄວາມສະຫງົບ.

Continue Reading

Previous: ກົມຄຸ້ມຄອງສຳມະໂນຄົວ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 79 ປີ
Next: ກອງປະຊຸມສ່ອງແສງວຽກງານຕິດຕາມ-ກວດກາຂອງພັກ ປະຈຳໄຕມາດ III

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.