Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ກົມສື່ມວນຊົນ 15/10/2024
463123851_521429660783365_4440303747263003550_n copy

ວັນທີ 12 ຕຸລາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫຼີ ສຽງ ນາຍົກ ລັດຖະ ມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດປ້າຍຜົນສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ ສປປ ລາວ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ມີບັນດາລັດຖະມົນ ຕີຮອງລັດຖະມົນຕີຫົວໜ້າກົມຮອງກົມກະຊວງກ່ຽວຂ້ອງ ທູດຈີນປະຈຳລາວ ພ້ອມດ້ວຍແຂກຖືກເຊີນທັງລາວ ແລະ ຈີນເຂົ້າ ຮ່ວມ.

ທ່ານ ຫຼີ ສຽງ ກ່າວວ່າ: ສະແດງຄວາມຊົມເຊີຍມາຍັງຜົນສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ ໃນປີ 2017 ການນຳສູງສຸດຂອງຈີນ ແລະ ລາວໄດ້ວາງສີລາລຶກໂຄງການດ້ວຍຄວາມເອົາໃຈໃສ່ຂອງສອງປະເທດຜ່ານຜ່າຄວາມຫຍຸ້ງຍາກນາງໆປະການມາຮອດປັດຈຸບັນເຮັດໃຫ້ການກໍ່ ສ້າງອາຄານໂຮງໝໍມະໂຫສົດສຳເລັດ ເຊິ່ງໂຮງໝໍແຫ່ງນີ້ໄດ້ກາຍມາເປັນໂຮງໝໍກວມລວມ ແລະ ມີຄວາມທັນສະໄໝ ເປັນບ່ອນສຶກສາການແພດທີ່ໃຫຍ່ທີ່ສຸດ ແລະ ເງື່ອນໄຂດີທີ່ສຸດໃນທົ່ວປະເທດລາວມີບົດດບາດສຳຄັນໃນການປິ່ນ ປົວ ແລະ ສ້າງຜົນປະໂຫຍດຫຼາຍສຸດໃຫ້ປປະຊາຊົນລາວບັນດາເຜົ່າ ອາຄານໂຮງໝໍມີຄວາມສວຍ ງາມປະສົມປະ ສານກັບວັດທະນະທຳລາວ-ຈີນ ແລະ ສະແດງໃຫ້ເຫັນເຖິງມິດຕະພາບລາວ-ຈີນຈົ່ງໝັ້ນຍືນ ເປັນໜຶ່ງໃນໂຄງການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງລະຫວ່າງຈີນກັບລາວ ໃນຜ່ານມາພາຍໃຕ້ການຊີ້ນຳແຜນຍຸດທະ ສາດຂອງສະ ຫາຍ ສີຈິນຜິງ ເລຂາທິການໃຫຍ່ປະທານປະເທດຈີນ ແລະ ສະ ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດລາວ ສອງປະເທດພວກເຮົາໄດ້ພ້ອມກັນສ້າງສາຄູ່ຮ່ວມຊາຕາກຳຈີນ-ລາວ ແລະ ລາວ-ຈີນ ທີ່ໄດ້ມາດຕະຖານສູງ ຄຸນນະພາບສູງ ແລະ ລະດັບສູງ ໄດ້ເພີ່ມທະວີການເຊື່ອມໂຍງທາງດ້ານຍຸດທະສາດ ພະຍາມສ້າງໂຄງການພື້ນຖານໂຄງລ່າງເປັນຈຳນວນ ຫຼາຍ ເຊິ່ງໄດ້ປະກອບສ່ນເຂົ້າໃນຊຸກຍູ້ພັດທະນາເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າສະແແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກລັດຖະບານ ແລະ ປະ ຊາຊົນຈີນທີ່ໄດ້ໃຫ້ການຊ່ວຍ ເຫຼືອອັນລໍ້າຄ່າໃນການກໍ່ສ້າງ ປັບປຸງ ແລະ ຍົກລະດັບໂຮງໝໍມະໂຫສົດແຫ່ງນີ້ ໂຮງໝໍມະໂຫສົດເປັນໂຮງໝໍທີ່ມີປະຫວັດສາດອັນຍາວນານ ແລະ ເກົ່າແກ່ທີ່ສຸດແຫ່ງໜຶ່ງຂອງລາວ ນັບແຕ່ມີການສ້າງຕັ້ງໂຮງ ໝໍປີ 1903 ແລະ ໄດ້ຖືກກໍານົດເປັນໂຮງໝໍສູນກາງນັບແຕ່ສະຖາປະນາ ສປປ ລາວ ປີ 1975 ເປັນຕົ້ນມາ ໂຮງໝໍແຫ່ງນີ້ໄດ້ກາຍ ເປັນສະຖານທີ່ອັນສໍາຄັນໃນການຮັກສາປິ່ນປົວຄົນເຈັບຂອງລາວ ເຊິ່ງລວມທັງຄົນລາວ ແລະ ຄົນຕ່າງປະ ເທດ ຖືເປັນໜຶ່ງໃນໂຮງໝໍສູນກາງທີ່ສໍາຄັນທີ່ສຸດຂອງປະ ເທດລາວ ພາຍໃຕ້ນະ ໂຍບາຍການຊ່ວຍເຫຼືອລ້າຂອງພັກ ແລະ ລັດຖະ ບານຈີນທີ່ເນັ້ນໃສ່ຊ່ວຍເຫຼືອໃນການປັບປຸງຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືການແກ້ໄຂຄວາມທຸກຍາກ ລັດຖະບານຈີນໄດ້ກໍານົດເອົາໂຄງການກໍ່ ສ້າງ ປັບປຸງ ແລະ ຍົກລະດັບໂຮງໝໍມະໂຫສົດເປັນໂຄງ ການຊ່ວຍເຫຼືອລ້າ ເຊິ່ງໄດ້ວາງສີລາລຶກໂຄງ ການໃນເດືອນ ພະຈິກ 2017 ໂດຍການເຂົ້າຮ່ວມຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະ ທານປະເທດຈີນ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດລາວ ໃນເວລານັ້ນໂຄງການເປັນໂຄງ ການທີ່ມີມູນຄ່າຊ່ວຍເຫຼືອລ້າທີ່ສູງທີ່ສຸດ ຂະໜາດໃຫຍ່ທີ່ສຸດ ແລະ ທັນສະໄໝທີ່ສຸດທີ່ລາວໄດ້ຮັບການຊ່ວຍ ເຫຼືອລ້າຈາກລັດຖະບານຈີນ ຂ້າພະ ເຈົ້າເຊື່ອວ່າພາຍ ຫຼັງໂຄງການສໍາເລັດຈະກາຍເປັນສະຖານ ທີ່ການປິ່ນ ປົວ ຮັກສາຄົນເຈັບທີ່ທັນ ສະໄໝທີ່ສຸດ ລະບົບວິທະຍາການປິ່ນປົວທີ່ຄົບຊຸດທີ່ສຸດ ທັງມີປະສິດທິຜົນສູງທີ່ສຸດໃນການຮັບໃຊ້ປະຊາຊົນ ທັງກາຍເປັນສັນຍາລັກແຫ່ງມິດຕະພາບ ແລະ ຄວາມຮ່ວມມືຂອງສອງຊາດລາວ ແລະ ຈີນນໍາອີກ.

ພ້ອມນີ້, ທ່ານສະແດງຄວາມຫວັງວ່າລັດຖະບານຈີນຈະສືບ ຕໍ່ໃຫ້ສະໜັບສະໜັນຊ່ວຍເຫຼືອການພັດທະນາເສດ ຖະກິດ- ສັງຄົມຂອງລາວໃນຖານະທີ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ບົນຈິດໃຈ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນຮ່ວມ ກັນ ສະເພາະວຽກງານສາທາລະນະສຸກນອກຈາກການຍົກລະດັບດ້ານໂຄງລ່າງພື້ນຖານ ແລະ ອຸປະກອນເຄື່ອງມີແລ້ວ ການຍົກລະ ດັບຂີດຄວາມສາມາດດ້ານບຸກຄະລາກອນການແພດ ໃຫ້ສົມຄູ່ ຍັງແມ່ນບັນຫາສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ ສະ ນັ້ນເພື່ອຮັບປະກັນການປົກປັກຮັກສາ ແລະ ນໍາໃຊ້ ຢ່າງມີປະສິດທິຜົນສູງ ແລະ ຍືນຍົງນັ້ນ ຫວັງວ່າຈະໄດ້ຮັບການສະໜັບ ສະໜູນຈາກສະຫາຍຈີນຕື່ມອີກ ເຊິ່ງລວມທັງໃຫ້ໂຮງໝໍຕ່າງໆຂອງສອງປະເທດໃຫ້ມີໂອກາດໃນການຮ່ວມມືກັນດ້ານວິຊາ ການ ຍົກລະດັບບຸກຄະລາກອນການຄຸ້ມຄອງ ແລະ ເຕັກນິກການປິ່ນປົວຮັກສາໃຫ້ນັບມືນັບຫຼາຍຂຶ້ນ, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກລັດຖະບານ ແລະ ປະຊາຊົນຈີນທີ່ໄດ້ມອບຂອງຂວັນອັນລໍ້າຄ່ານີ້ໃຫ້ປະຊາຊົນລາວ.

Continue Reading

Previous: ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື
Next: ກອງປະຊຸມຮ່ວມມືສະກັດກັ້ນ ແລະ ຕ້ານອາຊະຍາກຳ ລະຫວ່າງ ກຳລັງຕຳຫຼວດລາວ ແລະ ຫວຽດນາມ

ຂ່າວອື່ນໆທີ່ກ່ຽວຂ້ອງ

463113143_522872897305708_3839775397144490199_n copy

ສໍາເລັດການຮັບປະກັນດ້ານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45

ກົມສື່ມວນຊົນ 16/10/2024
462933549_520816174178047_5066129940112211692_n copy

ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກົມສື່ມວນຊົນ 15/10/2024
462840971_520814327511565_5699455257818326066_n copy

ສະຫາຍ ບຸນທອງ ຈິດມະນີ ​ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງນາຍົກລັດຖະມົນຕີ ສສ ຫວຽດນາມ

ກົມສື່ມວນຊົນ 15/10/2024

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.