Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາ ອາແຊັກ

ຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາ ອາແຊັກ

ກົມສື່ມວນຊົນ 15/10/2024
462711006_520231547569843_8077273140893924261_n (1) copy

ວັນ​ທີ 11 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນ ຫຼວງວຽງຈັນ, ທ່ານ​ ສອນໄຊ ສີພັນດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ​​ກອງປະຊຸມບັນດາຜູ້ນຳຂອງປະຊາຄົມອາຊີ ເພຶອຫຼຸດຜ່ອນການ​ປ່ອຍອາຍພິດໃຫ້ເຫຼືອສູນ ຫຼື (ອາແຊັກ) ຄັ້ງທີ 2 ໂດຍການເປັນປະທານຂອງ ທ່ານ ອິຊິບະ ຊິເງະຣຸ, ນາຍົກລັດຖະມົນຕີ ແຫ່ງ ຍີ່ ປຸ່ນ, ເຊິ່ງມີບັນດາຜູ້ນໍາ ແລະ ຄະນະຜູ້ແທນຈາກບັນດາປະເທດສະມາຊິກ ອາແຊັກ ຄື: ອົດສະຕຣາລີ, ບຣູໄນ, ກໍປູເຈຍ, ອິນໂດເນເຊຍ, ຍີ່ປຸ່ນ, ສປປ ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.

ກອງ​ປະ​ຊຸມບັນດາ​ຜູ້​ນຳ​ປະ​ຊາ​ຄົມອາ​ຊີ​ ເພື່ອການຫຼຸດຜ່ອນ ການ​ປ່ອຍອາຍພິດໃຫ້ເຫຼືອສູນ​ຄັ້ງນີ້ ໄດ້ຕີລາຄາສູງຕໍ່ການສ້າງ​ລະບົບ​ຕ່ອງ​ໂສ້ ​ການ​ສະໜອງ​ພະລັງງານສະອາດ​ ໂດຍ​ຜ່ານ​ບັນດາ​ໂຄງການ​ຮ່ວມ​ມື ​ການ​ພັດທະນາ​ເຂດ​ອຸດສາຫະກຳ​ການ​ປ່ອຍ​ອາຍ​ພິດ, ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ, ອົງການຈັດຕັ້ງສາກົນ ເພື່ອສືບຕໍ່ປະກອບສ່ວນໃນການຫັນປ່ຽນໃຫ້ເປັນພະລັງງານສະອາດ ເປັນມິດຕໍ່ສະພາບແວດລ້ອມ ໃນອະນາຄົດທີ່ຍືນຍົງ.

ໃນສໍາລັບ ສປປ ລາວ ແມ່ນໄດ້ມີນະໂຍບາຍດ້ານພະລັງ ງານ ໂດຍໄດ້ກໍານົດເອົາການຫັນໄປສູ່ການຜະລິດພະລັງງານໄຟຟ້າ ດ້ວຍພະລັງງານທົດແທນ ເປັນບູລິມະສິດ ເພື່ອການພັດທະນາພະລັງງານຢ່າງມີປະສິດທິພາບ ແລະ ຮັບປະກັນການສະ ໜອງໄຟຟ້າໃຫ້ພຽງພໍ ຄຽງຄູ່ກັບການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະການຫຼຸດຜ່ອນອາຍກາກບອນ ຈາກພະລັງງານຖ່ານຫີນ ແລະ ນ້ຳມັນເຊື້ອໄຟ.

ກອງປະຊຸມ ໄດ້ຮ່ວມກັນຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາ ອາແຊັກ ເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ, ເຊິ່ງເປັນແຜນປະຕິບັດງານສໍາລັບທົດສະຫວັດຂ້າງໜ້າ.

Continue Reading

Previous: ການນຳຂອງລາວຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບ ປະກັບເລຂາທິການໃຫຍ່ອົງການ ສປຊ
Next: ອີຢູ ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເພື່ອສົ່ງເສີມການຮ່ວມມືສອງຝ່າຍໃຫ້ມີບາດກ້າວໃໝ່

ຂ່າວອື່ນໆທີ່ກ່ຽວຂ້ອງ

463113143_522872897305708_3839775397144490199_n copy

ສໍາເລັດການຮັບປະກັນດ້ານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45

ກົມສື່ມວນຊົນ 16/10/2024
463123851_521429660783365_4440303747263003550_n copy

ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ກົມສື່ມວນຊົນ 15/10/2024
462933549_520816174178047_5066129940112211692_n copy

ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກົມສື່ມວນຊົນ 15/10/2024

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.