Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ອາຊຽນ-ອິນເດຍ ກຳນົດເອົາປີ 2025 ເປັນປີສະຫຼອງການທ່ອງທ່ຽວອາຊຽນ-ອິນເດຍ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ອາຊຽນ-ອິນເດຍ ກຳນົດເອົາປີ 2025 ເປັນປີສະຫຼອງການທ່ອງທ່ຽວອາຊຽນ-ອິນເດຍ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ກົມສື່ມວນຊົນ 11/10/2024
462618968_519386570987674_1671671028602308788_n copy

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ທີ່ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ, ມີ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະ ມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມ.

ກອງປະຊຸມ ໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຮ່ວມມືອາຊຽນ-ອິນເດຍ. ໃນຕໍ່ໜ້າ, ແນໃສ່ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ. ບັນດາຜູ້ນໍາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ -ອິນເດຍ ຕະຫຼອດໄລຍະຫຼາຍກວ່າສາມທົດສະວັດຜ່ານມາ ອັນໄດ້ປະກອບ ສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ.

ສອງຝ່າຍ ໄດ້ເຫັນດີກໍານົດເອົາ ປີ 2025 ເປັນປີສະເຫຼີມສະຫຼອງການທ່ອງທ່ຽວອາຊຽນ-ອິນເດຍ ແນໃສ່ສົ່ງເສີມການໄປມາ ຫາສູ່ ລະຫວ່າງປະຊາຊົນ ແລະ ການແລກປ່ຽນທາງດ້ານວັດທະນະທໍາ ລະຫວ່າງອາຊຽນ ແລະ ອິນເດຍ. ກອງປະຊຸມ ຍັງໄດ້ສືບຕໍ່ຊຸກຍູ້ການເພີ່ມທະວີການຮ່ວມມື ໃນບັນດາຂົງເຂດທີ່ທັງສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ແລະ ການພັດທະນາບຸກຄະລາກອນ, ເສດຖະກິດດີຈີຕອນ, ຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ ແລະ ອື່ນໆ.

ກອງປະຊຸມ ຍັງໄດ້ຮັບຮອງເອົາ 2 ເອກະສານ ຄື:

1) ຖະແຫຼງການຮ່ວມ ວ່າດ້ວຍການຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໃນພາກພື້ນ ພາຍໃຕ້ແນວຄວາມຄິດອາຊຽນກ່ຽວກັບອິນໂດ-ປາຊີຟິກ ໂດຍການສະໜັບສະໜູນຂອງນະໂຍບາຍ ຫັນສູ່ຕາເວັນອອກ ຂອງອິນເດຍ

2) ຖະແຫຼງການຮ່ວມວ່າດ້ວຍການພັດທະນາການຫັນປ່ຽນທາງດີຈີຕອນ.

ອິນເດຍ ເປັນໜຶ່ງໃນຄູ່ເຈລະຈາທີ່ສໍາຄັນ ແລະ ຫ້າວຫັນຂອງ ອາຊຽນ. ການພົວພັນຮ່ວມມື ລະຫວ່າງອາຊຽນ ແລະ ອິນເດຍ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1995, ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2012 ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2022.

Continue Reading

Previous: ນາຍົກລັດຖະມົນຕີ ກໍາປູເຈຍ-ລາວ-ຫວຽດນາມປຶກສາຫາລື ສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດ
Next: ລົງນາມເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ໂດຍປະເທດລຸກຊຳບວກ

ຂ່າວອື່ນໆທີ່ກ່ຽວຂ້ອງ

463113143_522872897305708_3839775397144490199_n copy

ສໍາເລັດການຮັບປະກັນດ້ານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45

ກົມສື່ມວນຊົນ 16/10/2024
463123851_521429660783365_4440303747263003550_n copy

ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ກົມສື່ມວນຊົນ 15/10/2024
462933549_520816174178047_5066129940112211692_n copy

ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກົມສື່ມວນຊົນ 15/10/2024

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.