Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ນາຍົກລັດຖະມົນຕີ ກໍາປູເຈຍ-ລາວ-ຫວຽດນາມປຶກສາຫາລື ສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດ

ນາຍົກລັດຖະມົນຕີ ກໍາປູເຈຍ-ລາວ-ຫວຽດນາມປຶກສາຫາລື ສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດ

ກົມສື່ມວນຊົນ 11/10/2024
462618968_519386570987674_1671671028602308788_n copy

ໃນວັນທີ 10 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອາ ນາຈັກ ກໍາປູເຈຍ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ຮ່ວມຮັບປະທານອາຫານເຊົ້າ ແລະ ພົບປະບໍ່ເປັນທາງ ການ (CLV Networking Breakfast) ເພື່ອປຶກສາຫາລືການສົ່ງເສີມວຽກງານເຊື່ອມໂຍງ ເຊື່ອມຈອດໃນເຂດອະນຸພາກພື້ນແມ່ນ້ຳຂອງ ກໍຄື ອິນດູຈີນ.

ການປຶກສາຫາລືຄັ້ງນີ້, ການນຳທັງສາມປະເທດ ໄດ້ເປັນເອກະພາບກັນທີ່ຈະສົ່ງເສີມການພັດທະນາ ກໍຄືຄວາມຈະເລີນຮຸ່ງເຮືອງຂອງສາມປະເທດອິນດູຈີນ ຜ່ານການຮ່ວມມືກັນພັດທະນາພື້ນຖານໂຄງລ່າງ ກໍຄື ວຽກງານການພັດທະນາແບບຍືນຍົງ. ສໍາລັບຫົວຂໍ້ສໍາຄັນທີ່ການນໍາຂອງສາມປະເທດ ໄດ້ປຶກສາຫາລືແມ່ນສົ່ງເສີມການເຊື່ອມ ໂຍງເຊື່ອມຈອດ ໂດຍທ່ານນາຍົກທັງສາມປະເທດ ໄດ້ຍົກໃຫ້ເຫັນບົດບາດສຳຄັນຂອງການເຊື່ອມໂຍງເຊື່ອມຈອດ ເປັນຕົ້ນ ລະບົບເສັ້ນທາງ, ທາງລົດ ໄຟ, ທ່າເຮືອ-ທ່າບົກ ແລະ ການຫັນເປັນດີຈິຕອນ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານເສດຖະກິດຂອງສາມປະເທດ. ພ້ອມນີ້, ຍັງຍົກໃຫ້ເຫັນບົດບາດສຳຄັນຂອງລະບົບໂລຈິສຕິກ, ກົດໝາຍ ແລະ ການຮ່ວມມືວຽກງານຊາຍແດນ; ການສົ່ງ ເສີມການລົງທຶນເຂົ້າໃນພື້ນຖານໂຄງລ່າງ ໂດຍສາມປະເທດຕ່າງກໍມີການລົງທຶນຢ່າງຫລວງຫລາຍ ເຂົ້າໃນການປັບປຸງພື້ນ ຖານໂຄງລ່າງ ເພື່ອສົ່ງເສີມການເຊື່ອມຈອດດ້ານເສດຖະ ກິດ, ການຄ້າ ພາຍໃນອາຊຽນ ແລະ ພາກພື້ນ; ທັງໄດ້ຕີ ລາຄາສູງບັນດາໂຄງການຮ່ວມມືທີ່ໄດ້ຮັບຜົນສຳເລັດ ເປັນຕົ້ນ ໂຄງ ການເສັ້ນທາງລົດໄຟລາວ-ຈີນ, ພ້ອມທັງຍົກໃຫ້ໃຫ້ເຫັນຄວາມສຳຄັນ ຂອງການຮ່ວມມືຂອງທັງສາມປະ ເທດ ເພື່ອແກ້ໄຂສິ່ງທ້າທາຍ ກໍຄື ເພື່ອເສີມຂະຫຍາຍທ່າແຮງບົ່ມຊ້ອນລວມຂອງສາມປະເທດ.

ນອກນີ້, ຍັງຍົກໃຫ້ເຫັນວ່າ ທັງສາມປະເທດມີຄວາມຈຳ ເປັນທີ່ຈະຕ້ອງສ້າງຄວາມສົມດຸນ ລະຫວ່າງການຂະ ຫຍາຍຕົວທາງເສດຖະກິດ ແລະ ການຮັກສາສິ່ງແວດ ລ້ອມ ແລະ ຄວາມເທົ່າທຽມທາງສັງຄົມ, ຮັບປະກັນໃຫ້ທຸກຊຸມຊົນໄດ້ຮັບຜົນປະ ໂຫຍດຂອງການພັດທະນາ; ຕີລາຄາສູງບົດບາດຂອງພາກເອກະຊົນໃນການສົ່ງເສີມການລົງ ທຶນ ແລະ ການສ້າງນະວັດຕະກຳໃໝ່. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ສາມປະເທດ ຍັງເປັນເອກະພາບກັນທີ່ຈະສືບຕໍ່ຮ່ວມມືກັນ ເພື່ອເຮັດໃຫ້ເຂດພາກພື້ນແມ່ນ້ຳຂອງ ກໍຄື ອິນດູຈີນ ກາຍເປັນຕົວແບບດ້ານການເຊື່ອມໂຍງ ເຊື່ອມຈອດ ດ້ານນະວັດຕະນະກຳໃໝ່ ແລະ ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

Continue Reading

Previous: ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ
Next: ອາຊຽນ-ອິນເດຍ ກຳນົດເອົາປີ 2025 ເປັນປີສະຫຼອງການທ່ອງທ່ຽວອາຊຽນ-ອິນເດຍ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ຂ່າວອື່ນໆທີ່ກ່ຽວຂ້ອງ

463113143_522872897305708_3839775397144490199_n copy

ສໍາເລັດການຮັບປະກັນດ້ານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45

ກົມສື່ມວນຊົນ 16/10/2024
463123851_521429660783365_4440303747263003550_n copy

ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ກົມສື່ມວນຊົນ 15/10/2024
462933549_520816174178047_5066129940112211692_n copy

ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກົມສື່ມວນຊົນ 15/10/2024

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.