Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກົມສື່ມວນຊົນ 11/10/2024
462590131_519335037659494_2429254313952605332_n copy

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຈັສຕິນ ທຣູໂດ, ນາຍົກລັດຖະມົນຕີ ການາ ດາ, ນາຍົກລັດຖະມົນຕີຂອງ ຕີມໍແລັສເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນ ແລະ ກໍານົດທິດທາງ ໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ກາ ນາດາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ການາດາ ໃນຕະຫຼອດໄລຍະ 46 ປີຜ່ານມາ ໂດຍສະເພາະ ການຍົກລະດັບການພົວພັນອາຊຽນ- ການາດາ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2023 ຜ່ານມາ ອັນໄດ້ສະທ້ອນໃຫ້ເຫັນໝາກຜົນຂອງການຮ່ວມມື ກໍຄືຄວາມໝາຍໝັ້ນຂອງອາຊຽນ ແລະ ການາດາ ໃນການຮັດແໜ້ນການຮ່ວມມື ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຕໍ່ໜ້າ.

ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ເຫັນດີໃຫ້ສືບຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ- ການາດາ (2021-2025) ໃຫ້ມີປະສິດທິຜົນ ແລະ ໃຫ້ເລີ່ມຮ່າງແຜນປະຕິບັດງານສະບັບໃໝ່ (2026-2030) ໃຫ້ສໍາເລັດໃນປີໜ້າ. ທັງ ສອງຝ່າຍ ຍັງເຫັນດີຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ ລະຫວ່າງອາຊຽນ ແລະ ກາ ນາດາ ໂດຍສະເພາະໃຫ້ເລັ່ງລັດຂະບວນການເຈລະຈາສັນ ຍາເຂດການຄ້າເສລີ ອາຊຽນ-ການາດາ ໃຫ້ສໍາເລັດໂດຍໄວ. ໃນໂອກາດນີ້, ຜູ້ນໍາອາຊຽນ ແລະ ກາ ນາດາ ໄດ້ຮັບ ຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາອາຊຽນ-ການາດາ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ.

ສປປ ລາວ ໃນຖານະເປັນປະເທດປະສານງານສໍາລັບການພົວພັນຮ່ວມມື ອາຊຽນ-ການາດາ ສໍາລັບສົກປີ 2024- 2027 ໄດ້ສະແດງຄວາມໝາຍໝັ້ນ ເພື່ອເຮັດວຽກຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ການາ ດາ ເພື່ອຮັດແໜ້ນການເປັນຄູ່ຮ່ວມມືຍຸດທະສາດອາຊຽນ -ການາດາ.

ການາດາ ເປັນໜຶ່ງໃນຄູ່ເຈລະຈາທີ່ຍາວນານຂອງ ອາຊຽນ ນັບຕັ້ງແຕ່ປີ 1977 ເປັນຕົ້ນມາ ແລະ ການພົວພັນດັ່ງກ່າວ ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ຈົນໄດ້ຮັບການຍົກລະດັບເປັນຄູ່ຮ່ວມມືຍຸດທະສາດອາຊຽນ-ການາດາ ໃນປີ 2023 ຜ່ານມາ.

Continue Reading

Previous: ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີສ ເກົາຫຼີ
Next: ນາຍົກລັດຖະມົນຕີ ກໍາປູເຈຍ-ລາວ-ຫວຽດນາມປຶກສາຫາລື ສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດ

ຂ່າວອື່ນໆທີ່ກ່ຽວຂ້ອງ

463113143_522872897305708_3839775397144490199_n copy

ສໍາເລັດການຮັບປະກັນດ້ານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45

ກົມສື່ມວນຊົນ 16/10/2024
463123851_521429660783365_4440303747263003550_n copy

ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ກົມສື່ມວນຊົນ 15/10/2024
462933549_520816174178047_5066129940112211692_n copy

ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກົມສື່ມວນຊົນ 15/10/2024

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.