Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຫ້ອງວ່າການກະຊວງ ປກສ ປາຖະກະຖາ 5 ວັນປະຫວັດສາດ ແລະ ເຜີຍແຜ່ເຊື່ອມຊຶມ 2 ດໍາລັດ

ຫ້ອງວ່າການກະຊວງ ປກສ ປາຖະກະຖາ 5 ວັນປະຫວັດສາດ ແລະ ເຜີຍແຜ່ເຊື່ອມຊຶມ 2 ດໍາລັດ

ກົມສື່ມວນຊົນ 20/08/2024
456302436_1041015981360993_1534518433474664030_n copy

ຫ້ອງວ່າການກະຊວງ ປກສ ໄດ້ຈັດພິທີ ປາຖະກະຖາ 5 ວັນປະຫວັດສາດ ແລະ ເຜີຍແຜ່ເຊື່ອມຊຶມ 2 ດໍາລັດ ໃນວັນທີ 20 ສິງຫາ 2024 ເປັນປະທານ ແລະ ປາຖະກະຖາ-ເຜີຍແຜ່ໂດຍ ພົຈວ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາຫ້ອງວ່າການ, ຄະນະກົມ, ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ໃນພິທີ, ພົຈວ ອານຸເດດ ຄູນຄຳ ໄດ້ຍົກໃຫ້ເຫັນເນື້ອໃນເອກະສານ ຂໍ້ຕົກລົງ ວ່າດ້ວຍການຮ່ວມມື ປະຈຳປີ 2024 ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ; ບົດບັນທຶກກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະ ການຮ່ວມມືທະວິພາຄີ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມ ກັນ ໃນຄັ້ງວັນທີ 7 ມັງກອນ 2024 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອເປັນການທົບທວນຄືນໃນການຊີ້ນໍາບັນ ດາການຈັດຕັ້ງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງໂດຍສະເພາະບັນດາທ້ອງຖິ່ນທີ່ມີຊາຍແດນຕິດກັບ ສສ ຫວຽດນາມ ໃຫ້ເຂົ້າໃຈເຊື່ອມຊຶມຢ່າງເລິກເຊິ່ງ ແລະ ເປັນເຈົ້າການປະສານສົມທົບກັບຝ່າຍ ສສ ຫວຽດນາມ ເພື່ອຈັດຕັ້ງປະຕິບັດບັນດາເນື້ອໃນການຮ່ວມມືຍຸດທະສາດ, ແນວທາງ, ນະໂຍບາຍທີ່ພົວພັນເຖິງຄວາມສະຫງົບ ແລະ ການພັດທະນາຂອງແຕ່ລະປະເທດ ສືບຕໍ່ຍົກສູງປະສິດທິຜົນຂອງການຄົ້ນຄວ້າປ່ຽນແປງໃໜ່ຮູບແບບການຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໂດຍສະເພາະ ແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມກັນ, ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນຫາໃໝ່ໃນວຽກງານກໍ່ສ້າງພັກ, ລະບົບການເມືອງ, ພັດທະນາເສດຖະກິດ-ສັງຄົມ ລະຫວ່າງ ສອງປະ ເທດ, ສຸມໃສ່ແລກປ່ຽນດ້ານການຮ່ວມມືໃຫ້ປະກົດຜົນເປັນຈິງ, ບັນລຸຜົນສໍາເລັດຕາມລະດັບຄາດໝາຍ. ທັງນີ້, ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ນາຍ ແລະ ພົນຕຳຫຼວດ ທົ່ວຫ້ອງວ່າການກະຊວງ ປກສ, ໄດ້ມີຄວາມຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນຄວາມໝາຍຄວາມສໍາຄັນຂອງບັນດາເນື້ອໃນສາມາດປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຂອງຕົນ ໃຫ້ປະກົດຜົນເປັນຈິງ.

ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກໍໄດ້ຮັບຟັງການຜ່ານດໍາລັດຂອງລັດຖະບານ ສະບັບເລກທີ 282/ລບ ວ່າດ້ວຍການຫັນຫົວ ໜ່ວຍວິຊາການເປັນເຈົ້ນຕົ້ນເອງ; ດຳລັດ ສະບັບເລກທີ 283/ລບ ວ່າດ້ວຍພະລາກອນ ແລະ ປາຖະກະຖາຫວນຄືນມູນເຊື່ອວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 115 ປີ ເຊິ່ງເພິ່ນແມ່ນຜູ້ນຳສູງສຸດຂອງພັກ ແລະ ລັດ ຄົນໜຶ່ງທີ່ຕິດພັນກັບຂະ ບວນການປະຕິວັດ, ເພິ່ນໄດ້ຮ່ວມກັບຜູ້ນຳຄົນອື່ນໆນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ປະທານ ສຸພານຸວົງ ເປັນຜູ້ນໍາທີ່ມີຈິດໃຈຮັກຊາດອັນສູງສົ່ງ, ຍອມເສຍສະລະທຸກສິ່ງທຸກຢ່າງ ເພື່ອປະເທດຊາດ, ເພື່ອປະຊາຊົນ; ຫວນຄືນມູນເຊື້ອວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ; ວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຮອບດ້ານລາວ-ຫວຽດນາມ ຄົບຮອບ 47 ປີ ເພື່ອເປັນການຈາລຶກຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃນພາລະກິດປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໃນປັດຈຸບັນ ເພື່ອໃຫ້ພະ ນັກງານ-ນັກຮົບ, ສະມາຊິກພັກ ໄດ້ຮໍ່າຮຽນເອົາແບບຢ່າງອັນດີງາມແລ້ວນໍາໄປໝູນໃຊ້ເຂົ້າໃນການປັບປຸງແບບແຜນວິທີການເຮັດວຽກ, ແບບແຜນການນໍາພາ ແລະ ແບບແຜນດໍາລົງຊີວິດຂອງຕົນໃຫ້ດີຂຶ້ນເລື້ອຍໆ.

ພາບ-ຂ່າວ: ແກ້ວ

Continue Reading

Previous: ວິທະຍາໄລສັນຕິບານປະຊາຊົນເລກ I ປິດຊຸດຮຽນລະບົບກໍ່ສ້າງ ຮຸ່ນທີ V
Next: ຝືກອົບຮົມເຈົ້າໜ້າທີ່ອາວຸໂສຕຳຫຼວດອາຊຽນ ຄັ້ງທີ 31

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.