Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ວິທະຍາຄານຕໍາຫຼວດປະຊາຊົນ ມອບໃບປະກາສະນີຍະບັດ ແລະ ປະດັບຊັ້ນໃຫ້ນັກສຶກສາທີ່ສຳເລັດການສຶກສາ

ວິທະຍາຄານຕໍາຫຼວດປະຊາຊົນ ມອບໃບປະກາສະນີຍະບັດ ແລະ ປະດັບຊັ້ນໃຫ້ນັກສຶກສາທີ່ສຳເລັດການສຶກສາ

ກົມສື່ມວນຊົນ 22/11/2024
467853943_1114690350660222_1754567341395640825_n copy

ວິທະຍາຄານຕໍາຫຼວດປະຊາຊົນ ກະຊວງ ປກສ ປິດຊຸດຮຽນ ແລະ ມອບໃບປະກາສະນິຍາບັດໃຫ້ ນັກສຶກສາ ປະລິນຍາໂທ ຮຸ່ນທີ XV ແລະ ລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ XVII ໃນວັນທີ 20 ພະຈິກ 2024, ເຂົ້າຮ່ວມໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີກະຊວງ ປກສ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີ ພັອ ປອ ໂອໄດ ທິລັນດາ ຫົວໜ້າອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ, ມີຄະນະພັກ-ຄະນະອໍານວຍການ, ຄູ-ອາຈານ, ແຂກຮັບເຊີນ ແລະ ນັກສຶກສາເຂົ້າຮ່ວມ.

ພັອ ປອ ຈິດວິໄຊ ແກ້ວມະນີວົງ ຮອງຫົວໜ້າອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ ໄດ້ຜ່ານບົດສະຫຼຸບປິດຊຸດຮຽນ ນັກສຶກປະລິນຍາໂທ ຮຸ່ນທີ XV ແລະ ຕໍ່ເນື່ອງປະລິນຍາຕີ ຮຸ່ນທີ XVII ໃຫ້ຮູ້ວ່າ: ລະບົບປະລິນຍາໂທ ຮຸ່ນທີ XV ມີນັກສຶກສາ 22 ສະຫາຍ ຍິງ 1 ສະຫາຍ ເຊິ່ງການສຶກສາຄົ້ນຄວ້າ ຮໍ່າຮຽນໃຊ້ເວລາ 2 ປີ. ລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ XVII ມີນັກສຶສາ 70 ສະຫາຍ ຍິງ 5 ສະຫາຍ, ໃຊ້ເວລາຮຽນ 2 ປີ, ມີ 66 ໜ່ວຍກິດ, ແບ່ງອອກເປັນ 2 ຂະແໜງລົງເລິກຄື: ຂະແໜງສືບຂ່າວອາຍາ ແລະ ຂະແໜງຄຸມຂັງ-ດັດສ້າງ.

ນັກສຶກສາປະລິນຍາໂທ ຮຸ່ນທີ XV ທີ່ສຳເລັດການສຶກສາໄດ້ຮັບການເລື່ອນຊັ້ນ: ພັຕ ຂຶ້ນ ພັທ 2 ສະຫາຍ, ເລື່ອນຊັ້ນ ຮອ ຂຶ້ນ ພັຕ 1 ສະຫາຍ, ໄດ້ຮັບຍ້ອງຍໍຂັ້ນກະຊວງ ປກສ 5 ສະຫາຍ, ຂັ້ນກົມໃຫຍ່ການເມືອງ ປກສ 5 ສະຫາຍ, ຂັ້ນ ວຕປ 11 ສະຫາຍ.

ນັກສຶກສາຕໍ່ເນື່ອງປະລິນຍາຕີ ຮຸ່ນທີ XVII ໄດ້ຮັບການເລື່ອນຊັ້ນ ພັຕ ຂຶ້ນ ພັທ 1 ສະຫາຍ, ຮອ ຂຶ້ນ ພັຕ 2 ສະຫາຍ, ເລື່ອນຊັ້ນ ຮທ ຂຶ້ນ ຮອ 1 ຄົນ, ປະດັບຊັ້ນ ຮທ 6 ສະຫາຍ ຍິງ 1 ສະຫາຍ, ຮັກສາຊັ້ນເກົ່າປັດຈຸບັນມີຊັ້ນ ພັຕ 13 ສະຫາຍ, ຮອ 16 ສະຫາຍ, ຮທ 31 ສະຫາຍ, ຍິງ 3 ສະຫາຍ, ໄດ້ຮັບການຍ້ອງຍໍຂັ້ນກະຊວງປ້ອງກັນຄວາມສະຫງົບ 11 ສະຫາຍ, ໄດ້ຮັບການ ຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ 18 ສະຫາຍ, ຍິງ 2 ສະຫາຍ, ໄດ້ຮັບການຍ້ອງຍໍຂັ້ນວິທະຍາຄານຕໍາຫຼວດ ປະຊາຊົນ 36 ສະຫາຍ ຍິງ 2 ສະຫາຍ.

Continue Reading

Previous: ແຂວງ ບໍລິຄຳໄຊ ຜັນຂະຫຍາຍການໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານເອເລັກໂຕຣນິກ.
Next: ປກສ ແຂວງສາລະວັນ ກຽມປ້ອງກັນງານກິລານັກຮຽນທົ່ວປະເທດ ຄັ້ງທີ 7

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.