Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຫາລື-ມອບໝາຍໜ້າທີ່ ປະເມີນຜົນ 4 ຄາດໝາຍ 4 ແຜນງານ 41 ໂຄງການ

ຫາລື-ມອບໝາຍໜ້າທີ່ ປະເມີນຜົນ 4 ຄາດໝາຍ 4 ແຜນງານ 41 ໂຄງການ

ກົມສື່ມວນຊົນ 22/11/2024
467627951_1114066294055961_7407770333090520961_n copy

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ມອບໝາຍໜ້າທີ່ ປະເມີນຜົນ 4 ຄາດໝາຍ 4 ແຜນງານ 41 ໂຄງການ, ເປັນປະທານໂດຍ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ, ມີຄະນະປະຈໍາພັກ, ຄະນະພັກກະຊວງ, ຫົວໜ້າ, ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການ, ກອງບັນຊາການ, ວິທະຍາຄານ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງທີ່ກ່ຽວຂ້ອງ ກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມ ໃນວັນທີ 20 ພະຈິກ 2024.

ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍ, ຄວາມສໍາຄັນ ເຊິ່ງຈັດຂຶ້ນເພື່ອໃຫ້ບັນດາທ່ານໃນຄະນະຮັບຜິດຊອບ ໄດ້ມີການປຶກສາຫາລື, ເອກະພາບດ້ານໂຄງຮ່າງໃນການສະຫຼຸບປະເມີນຜົນ 4 ຄາດໝາຍ 4 ແຜນງານ 41 ໂຄງການ, ພ້ອມທັງເປັນການມອບໝາຍໜ້າທີ່ ໃຫ້ແຕ່ລະອະນຸກຳມະການ ນໍາໄປຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ພ້ອມນີ້ ຍັງເປັນການກຳນົດແຜນງານ ແລະ ບັນດາໂຄງການຂອງການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ໃນແຕ່ໄລຍະ ໃຫ້ຮັບປະກັນຮອບດ້ານ, ມີຈຸດສຸມ, ເປັນວຽກອັນລະອຽດ ໃນແຕ່ລະຂົງເຂດວຽກງານ ເພື່ອກ້າວສູ່ບາດລ້ຽວໃໝ່ ຂອງການພັດທະນາວຽກງານປ້ອງກັນຄວາມສະຫງົບ ຕາມຈຸດໝາຍ, ຄາດໝາຍຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍປອດໄພທາງສັງຄົມ ໃຫ້ໜັກແໜ້ນ, ເຂັ້ມແຂງ; ເປັນການຍົກສູງຄວາມສາມາດນໍາພາ, ບັນຊາກໍາລັງປ້ອງກັນຄວາມສະຫງົບ ໃນໄລຍະໃໝ່.

ໂອກາດນີ້, ໃນກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2945/ປກສ ວ່າດ້ວຍການແຕ່ງ ຕັ້ງຄະນະຮັບຜິດຊອບຈັດຕັ້ງປະເມີນ 4 ແຜນງານ 41 ໂຄງການ ເພື່ອເປັນການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການ ແລະ ກິດຈະກຳທີ່ກະຊວງວາງອອກ ຕະຫຼອດໄລຍະ 1 ສະໄໝຜ່ານມາ (2021-2025) ມີດ້ານດີຜົນໄດ້ຮັບ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຄືແນວໃດ, ເນື້ອໃນຂອງການສະຫຼຸບດັ່ງກ່າວຈະເປັນເນື້ອໃນພື້ນຖານປະກອບໃສ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ກະຊວງ ປກສ ສະໄໝທີ VI ທີ່ຈະໄຂຂຶ້ນໃນກາງປີ 2025.

Continue Reading

Previous: ກະຊວງປ້ອງກັນປະເທດລາວ-ຟີລິບປີນ ພົບປະ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ
Next: 11 ເດືອນ ກຳລັງ ປກສ ມ້າງຄະດີ ໄດ້ 3.395 ເລື່ອງ ຈັບຜູ້ຖືກຫາໄດ້ 5.168 ຄົນ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.