Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກະຊວງປ້ອງກັນປະເທດລາວ-ຟີລິບປີນ ພົບປະ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ

ກະຊວງປ້ອງກັນປະເທດລາວ-ຟີລິບປີນ ພົບປະ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ

ກົມສື່ມວນຊົນ 22/11/2024
467842070_1114628433999747_8329156518824459337_n (1) copy

ພິທີພົບປະສອງຝ່າຍລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ສາທາລະນະລັດ ຟີລິບປີນ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2024 ນີ້, ເຊິ່ງຝ່າຍລາວນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຝ່າຍ ຟີລິບປີນ ນໍາໂດຍ ທ່ານ ກີວເບີໂຕ ຊີ ທີໂອໂດໂຣ ຈຸເນຍ ລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ຟີລິບປີນ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.

ໃນການພົບປະສອງຝ່າຍໄດ້ຕີລາຄືນກ່ຽວກັບຜົນສໍາເລັດຂອງພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ ເວົ້າສະເພາະ ຂົງເຂດວຽກ ງານປ້ອງກັນຊາດ ເຊິ່ງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ການພົບປະສອງຝ່າຍໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍຄື ສອງກອງທັບ ລາວ-ຟີລິບປີນ.

ໂອກາດນີ້, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ຟີລິບປີນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມທັງ ຢືນຢັນຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ຟີລິບປິນ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.

ຈາກນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ ກໍໄດ້ລົງນາມເຊັນບົດບັນທືກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານວຽກງານປ້ອງກັນຊາດ ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ຟີລິບປີນ.

Continue Reading

Previous: ປກສ ແຂວງສາລະວັນ ກຽມປ້ອງກັນງານກິລານັກຮຽນທົ່ວປະເທດ ຄັ້ງທີ 7
Next: ຫາລື-ມອບໝາຍໜ້າທີ່ ປະເມີນຜົນ 4 ຄາດໝາຍ 4 ແຜນງານ 41 ໂຄງການ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.