Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມໃຫຍ່ ໜ່ວຍພັກຮາກຖານກອງຮ້ອຍເອກະລາດກອງບັນຊາການປ້ອງກັນທີ່ຕັ້ງ

ກອງປະຊຸມໃຫຍ່ ໜ່ວຍພັກຮາກຖານກອງຮ້ອຍເອກະລາດກອງບັນຊາການປ້ອງກັນທີ່ຕັ້ງ

ກົມສື່ມວນຊົນ 09/07/2024
This image has an empty alt attribute; its file name is 11-copy-2.jpg

 ກອງປະຊຸມໃຫຍ່ຄັ້ງທີ V ໜ່ວຍພັກຮາກຖານກອງຮ້ອຍເອກະລາດກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຈັດຂຶ້ນໃນວັນທີ 3 ກໍ ລະກົດ 2024, ເປັນປະທານໂດຍ ສະຫາຍ ພັທ ໄຊສົມບັດ ພີມມະສອນ ເລຂາຄະນະພັກ ຫົວໜ້າກອງຮ້ອຍເອກະລາດ, ມີສະຫາຍ ພັອ ຈັນທອນ ແກ້ວມະນີວົງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີບັນດາຄະນະໜ່ວຍພັກ, ແຂກຮັບເຊີນ, ສະມາຊິກພັກສົມບູນເຂົ້າຮ່ວມ

ກອງປະຊຸມຄັ້ງນີ້, ໄດ້ສະຫຼຸບຕີລາຄາການຈັດຕັ້ງວຽກງານວິຊາສະເພາະ ໃນໄລຍະ 5 ປີຜ່ານມາເປັນຕັ້ນ ດ້ານວຽກງານການເມືອງ-ແນວຄິດ ຄະນະໜ່ວຍພັກໄດ້ຈັດຕັ້ງຮ່ຳຮຽນ ເອກະສານສຳຄັນຂອງພັກຂອງຊາດ, ຂອງກຳລັງປ້ອງກັນຄວາມສະຫງົບ ປະຫວັດການເຄື່ອນໄຫວຂອງຜູ້ນຳພັກ-ລັດ ແລະ ເອກກະສານສຳຄັນອື່ນໆ ໄດ້ເອົາໃຈໃສ່ຊີ້ນຳ ນຳພາປະຕິບັດໜ້າທີ່ວິຊາສະ ເພາະຕາມພາລະບົດບາດໃນການປ້ອງກັນສະຖານີວິທະຍຸ ຫຼັກ 49 , ປ້ອງກັນສະຖານີດາວທຽມພາກພື້ນດິນຫຼັກ 52, ປ້ອງ ກັນບໍລິສັດ ໄຟຟ້າແສງຕາເວັນ, ປ້ອງກັນທະນາຄານການຄ້າຫ້ວຍນ້ຳເຢັນ, ປ້ອງກັນງານບຸນປະເພນີຕ່າງໆ ຂອງບ້ານອ້ອມຂ້າງກອງຮ້ອຍ 3 ຄັ້ງ.

ນອກນັ້ນ, ຍັງໄດ້ຍົກສູງພາລະບົດບາດໃນການນຳພາ-ຊີ້ນຳ ຄະນະພັກ-ຄະນະບັນຊາ ໃຫ້ເປັນເຈົ້າການໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ນາຍ ແລະ ພົນຕຳຫຼວດ ຂອງຕົນຢ່າງຕໍ່ເນື່ອງ ແລະ ພ້ອມກັນຈັດຕັ້ງຢ່າງເຂັ້ມງວດ.

ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດໃໜ່. ໃນນີ້, ມີຜູ້ລົງສະໜັກ 5 ສະຫາຍ ເລືອກເອົາ 3 ສະຫາຍ, ເລືອກໄດ້ ສະຫາຍ ພັທ ໄຊສົມບັດ ພີມມະສອນ ເປັນເລຂາ, ສະຫາຍ ວົງວິໄຊ ແກ້ວສະແຫວງສຸກ ເປັນຮອງເລຂາ, ສະຫາຍ ພັທ ສົງກາ ທຳມະວົງສາ ເປັນປະທານກວດກາ.

ສະຫາຍ ພັອ ຈັນທອນ ແກ້ວມະນີວົງ ໄດ້ເນັ້ນໃຫ້ຄະນະໜ່ວຍພັກຊຸດໃໜ່ ໃຫ້ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໜາຍ ດຸໜັ່ນຝືກຝົນຫຼ່ໍຫຼອມຕົນເອງໃຫ້ມີຄວາມໜັກແໜ້ນທາງດ້ານແນວຄິດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ປະຕິບັດໜ້າທີ່ວິຊາສະເພາະໃຫ້ເຂົ້າສູ່ລະບົບທັນສະໃໜວ່ອງໄວຖືກຕ້ອງຕາມລະບຽບຫລັການ ເອົາໃຈໃສ່ຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນໃຫ້ປະກົດຜົນເປັນຈິງ ແລະ ໃຫ້ສືບຕໍ່ປະຕິບັດສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກພາຍໃນໜ່ວຍ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະ ກັນ ມີຄວາມເປັນເອກະພາບກັນ, ປັບປຸງວຽກງານການຈັດຕັ້ງເປັນແຕ່ລະໄລຍະໃຫ້ຖືກຕ້ອງເໜາະສົມ, ເຂົ້າໃຈແນວທາງນະໂຍບາຍຂອງພັກ, ລະບຽບກົດໜາຍຂອງລັດເວົ້າລວມ, ເວົ້າສະເພາະປະຕິບັດລະບຽບພັກປະຊາຊົນປະຕິວັດລາວຢ່າງເຂັ້ມງວດ.

Continue Reading

Previous: ຮອງລັດຖະມົນຕີ ກະຊວງ ປກສ ເຄື່ອນໄຫວເຮັດວຽກຢູ່ ປກສ ເຂດພິເສດບໍ່ເຕ່ນ
Next: ກອງປະຊຸມພົບປະຄະນະຜູ້ແທນຂັ້ນສູງ ລະຫວ່າງກະຊວງ ປກສ ລາວ ແລະ ຫວຽດນາມ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.