Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ປະກາດແຕ່ງຕັ້ງຫົວໜ້າດ່ານ ຕມ ສາກົນນ້ຳໂສຍ ແລະ ດ່ານສາກົນປ່າຮ່າງ ແຂວງຫົວພັນ

ປະກາດແຕ່ງຕັ້ງຫົວໜ້າດ່ານ ຕມ ສາກົນນ້ຳໂສຍ ແລະ ດ່ານສາກົນປ່າຮ່າງ ແຂວງຫົວພັນ

ກົມສື່ມວນຊົນ 22/11/2024
467741944_550965604496437_5039401952934666128_n copy

ວັນທີ 20 ພະຈິກ 2024, ກອງບັນຊາການ ປກສ ແຂວງຫົວພັນ ຈັດພິທີປະກາດຂໍ້ຕົກລົງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຖອນ ແລະ ແຕ່ງຕັ້ງຫົວໜ້າດ່ານ ຕມ ສາກົນນ້ຳໂສຍ ແລະ ດ່ານສາກົນ ປ່າຮ່າງ ແຂວງຫົວພັນ,ໃຫ້ກຽດເຂົ້າຮ່ວມມີ ພົຈວ ແອນ ອຸ່ນອານົງນຸດ ຮອງຫົວໜ້າກົມໃຫ່ຍສັນຕິບານ, ພົຈວ ເພັດສອນ ອິນສຸພັນ ຫົວ ໜ້າກອງບັນຊາການ ປກສ ແຂວງຫົວພັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງນາຍຕຳຫຼວດເຂົ້າຮ່ວມ.

ໃນພິທີ, ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 3237/ ປກສ ລົງວັນທີ 18 ພະຈິກ 2024 ວ່າດ້ວຍການຖອນນາຍຕໍາຫຼວດທີ່ຂຶ້ນກັບກົມໃຫ່ຍສັນຕີບານ ຂໍ້ຕົກລົງ ສະບັບເລກທີ 3238/ປກສ ລົງວັນທີ 18 ພະຈິກ 2024 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກົມໃຫ່ຍສັນຕິບານ, ຂໍ້ຕົກລົງ ສະບັບເລກທີ 3140/ ປກສ ລົງວັນທີ 8 ພະຈິກ 2024 ວ່າດ້ວຍການ ແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກົມໃຫຍ່ສັນຕິບານ ຂໍ້ຕົກ ລົງສະບັບເລກທີ 3278/ສບ ລົງວັນທີ 9 ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງວິຊາການປະຈໍາຢູ່ດ່ານ ຕມ ສາກົນປ່າຮ່າງ ຂໍ້ຕົກລົງ ສະບັບເລກທີ 459/ ປກສ ຫພ ລົງວັນທີ 18 ພະ ຈິກ 2024 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຫົວພັນ. ໃນນີ້, ຖອນ ພັທ ໜູກອນ ແສງວິໄລພອນ ຈາກດ່ານ ຕມ ສາກົນນໍ້າໂສຍ ໄປຮັບໜ້າທີໃໝ່ຢູ່ກົມຕຳຫຼວດກວດຄົນເຂົ້າອອກ-ເມືອງ, ແຕ່ງຕັ້ງ ພັທ ຄອນສະຫວັນ ມະລິນໂທ ເປັນຫົວໜ້າດ່ານ ຕມ ສາກົນນໍ້າໂສຍ ແຂວງຫົວພັນ, ແຕ່ງຕັ້ງ ພັຕ ໄຊສົມພອນ ວົງເຮືອງຄຳ ເປັນຫົວໜ້າດ່ານ ຕມ ສາກົນປ່າຮ່າງ ແຂວງຫົວພັນ, ແຕ່ງຕັ້ງ ຮອ ສັງຄົມ ທອງສົມສະນິດ ເປັນວິຊາການ ດ່ານ ຕມ ປ່າຮ່າງ, ແຕ່ງຕັ້ງ ພັຕ ສິນ ບຸນມີໄຊ ເປັນຮອງດ່ານ ຕມ ປ່າຮ່າງ ພັຕ ຈັນຄຳ ພອນທະສຸກ ເປັນຮອງ ດ່ານ ຕມ ປ່າຮ່າງ, ຮອ ຄຳພັນ ສັງທອງ ເປັນຮອງດ່ານ ຕມ ປ່າຮ່າງ, ພັຕ ວອນສີ ນາມມະນີ ເປັນຫົວໜ້າໜ່ວຍງານຫ້ອງການ, ຮອ ພັນປະສິດ ອຸ່ນອາ ນົງນຸດ ເປັນຮອງໜ່ວຍງານ ຕມ ຮອ ຈິດຕະກອນ ເປັນຫົວໜ້າໜ່ວຍງານຕິດຕາມເປົ້າໝາຍ ແລະ ສັງເກດການ, ຮອ ສຸລິຍາ ຈັນສຸລິ ເປັນຫົວໜ້າໜ່ວຍງານປະສານງານຄຸ້ມຄອງຂໍ້ມູນຂ່າວສານ ແລະ ເຕັກນິກ.

ໂອກາດດັ່ງກ່າວ, ພົຈວ ແອນ ອຸ່ນອານົງນຸດ ຮອງຫົວໜ້າກົມໃຫ່ຍສັນຕິບານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍບ່ອນປະຈຳການໃໝ່; ເຊິ່ງໄດ້ຮັບຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຈາກຂັ້ນເທິງ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍບ່ອນປະຈຳການໃໝ່ ຈະສຸມສະຕິປັນຍາ ນຳໃຊ້ຄວາມຮູ້ຄວາມສາມາດ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ເພື່ອພັດທະນາວຽກງານຂົງເຂດຕົນຮັບຜິດຊອບ ໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້.

Continue Reading

Previous: ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18
Next: ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 11

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.