Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຮອງລັດຖະມົນຕີ ກະຊວງ ປກສ ເຄື່ອນໄຫວເຮັດວຽກຢູ່ ປກສ ເຂດພິເສດບໍ່ເຕ່ນ

ຮອງລັດຖະມົນຕີ ກະຊວງ ປກສ ເຄື່ອນໄຫວເຮັດວຽກຢູ່ ປກສ ເຂດພິເສດບໍ່ເຕ່ນ

ກົມສື່ມວນຊົນ 08/07/2024
450314605_890051669786241_4865197417375538755_n copy

ໃນທ້າຍອາທິດຜ່ານມາ, ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ ກອງບັນຊາການ ປກສ ເຂດພິເສດບໍ່ເຕ່ນແຂວງຫຼວງນໍ້າທາ, ໃຫ້ກຽດຕ້ອນຮັບໂດຍ ພັອ ພອນແກ້ວ ພົງແສນຫຼວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີຫົວໜ້າ-ຄະນະຄຸ້ມຄອງດ່ານ ຕມ ສາກົນບໍ່ເຕ່ນ, ຫົວໜ້າ-ຄະນະກອງບັນຊາການ ປກສ ເຂດພິເສດບໍ່ເຕ່ນ, ນາຍ ແລະ ພົນຕຳຫຼວດ ພາຍໃນ ປກສ ເຂດ ເຂົ້າຮ່ວມ.

ໂອກາດທີ່ລົງມາເຮັດວຽກຄັ້ງນີ້, ພົນໂທ ກົງທອງ ພົງວິຈິດ ໄດ້ຮັບຟັງການລາຍງານສະພາບລວມ, ທີ່ຕັ້ງ, ຈຸດພິເສດ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ ໂດຍຫຍໍ້ຈາກ ພັທ ອຳໄພ ສໍສະຫວັນແສງ ຫົວ ໜ້າກອງບັນຊາການ ປກສ ເຂດພິເສດບໍ່ເຕ່ນ ເປັນຕົ້ນແມ່ນ ການຂຶ້ນບັນຊີພົນລະເມືອງທີ່ມາພັກອາໄສ, ການເຂົ້າ-ອອກເມືອງ ພ້ອມໄດ້ລົງເກັບກຳສະຖິຕິພົນລະເມືອງ ເພື່ອອອກໃບອະນຸຍາດພັກເຊົາຊົ່ວຄາວຕາມລະບຽບການ ແລະ ໄດ້ນຳເອົາບັນດານິຕິກຳ, ກົດລະບຽບມາເຜີຍແຜ່ໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ; ປັດຈຸບັນ ມີພົນລະເມືອງລາວ ແລະ ຕ່າງປະເທດ ທີ່ມາພັກອາໄສຢູ່ເຂດທັງໝົດ 3,284 ຄົນ, ຍິງ 895 ຄົນ (ຄົນລາວ 662 ຄົນ, ຍິງ 407 ຄົນ; ຄົນຕ່າງປະເທດ 2,622 ຄົນ, ຍິງ 488 ຄົນ; ຄົນຈີນ 2.509 ຄົນ, ຍິງ 419 ຄົນ ແລະ ຄົນຫວຽດນາມ 104 ຄົນ, ຍິງ 68 ຄົນ).

ນອກນັ້ນ, ຍັງໄດ້ເອົາໃຈໃສ່ເຄື່ອນໄຫວປ້ອງກັນເວນຍາມ, ປ້ອງກັນສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆ ຕະຫຼອດ 24 ຊົ່ວ ໂມງ ແລະ ກວດກາສະພາບຂອງປະຊາຊົນ ລາວ-ຈີນ ຢູ່ລຽບຕາມຊາຍແດນ ຈຳນວນໜຶ່ງ ຍັງມີການເຄື່ອນໄຫວລັກລອບ ເຂົ້າ-ອອກ ມາຕາມເສັ້ນທາງນ້ອຍ, ເມື່ອເຈົ້າໜ້າທີ່ພົບເຫັນ ໄດ້ນໍາພວກກ່ຽວມາສຶກສາອົບຮົມ ແລ້ວມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ພ້ອມພັກດັນກັບຄືນປະເທດ.

ພ້ອມດຽວກັນນັ້ນ, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄຳເຫັນຊີ້ນຳໃຫ້ ຫົວໜ້າ-ຄະນະ ປກສ ເຂດພິເສດບໍ່ເຕ່ນ ໂດຍເນັ້ນໜັກໃຫ້ສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ໃຫ້ ນາຍ ແລະ ພົນຕຳຫຼວດ ເປັນປົກ ກະຕິຕໍ່ເນື່ອງ ແລະ ທົ່ວເຖິງ, ເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳຂອງຂັ້ນເທິງ, ເອົາໃຈໃສ່ລົງເກັບກຳສະຖິຕິ, ຊອກຮູ້ຕິດຕາມເປົ້າ ໝາຍ ແລະ ກຳແໜ້ນໃຫ້ໄດ້ບັນດາປາກົດການຫຍໍ້ທໍ້ຂອງສັງຄົມທີ່ຈະເກີດຂຶ້ນ ໂດຍສົມທົບກັບຫຼາຍພາກສ່ວນຢູ່ພາຍໃນເຂດ ແລະ ແຂວງ ໃນການສະກັດກັ້ນ ແລະ ຕ້ານ ໃຫ້ທັນເວລາ ເພື່ອຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ຂ່າວ ປກສ ແຂວງຫຼວງນ້ຳທາ

Continue Reading

Previous: ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ຊີ້ນໍາວຽກງານວິຊາສະເພາະຢູ່ ປກສ ແຂວງອັດຕະປື
Next: ກອງປະຊຸມໃຫຍ່ ໜ່ວຍພັກຮາກຖານກອງຮ້ອຍເອກະລາດກອງບັນຊາການປ້ອງກັນທີ່ຕັ້ງ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.