Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • 11 ເດືອນ ກຳລັງ ປກສ ມ້າງຄະດີ ໄດ້ 3.395 ເລື່ອງ ຈັບຜູ້ຖືກຫາໄດ້ 5.168 ຄົນ

11 ເດືອນ ກຳລັງ ປກສ ມ້າງຄະດີ ໄດ້ 3.395 ເລື່ອງ ຈັບຜູ້ຖືກຫາໄດ້ 5.168 ຄົນ

ກົມສື່ມວນຊົນ 22/11/2024
467394446_1114050927390831_6636425778537701796_n copy

ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ຫົວໜ້າຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ພະຈິກ 2024 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເຊິ່ງທ່ານກ່າວວ່າ: ນັບແຕ່ເດືອນ ມັງກອນ ຫາ ພະຈິກ ປີ 2024 (11 ຜ່ານມາ), ເຈົ້າໜ້າປ້ອງກັນຄວາມສະຫງົບ ໄດ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂ-ມ້າງຄະດີ ໃນຂອບເຂດທົ່ວປະເທດ ໄດ້ 3.395 ເລື່ອງ ແລະ ຈັບຜູ້ຖືກຫາໄດ້ 5.168 ຄົນ.

ພົອ ວິໄລ ຫຼ້າຄໍາຟອງ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 11 ເດືອນຜ່ານມາ, ເຖິງວ່າລັດຖະບານຈະປະສົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ແຕ່ດ້ວຍຄວາມຮັບຜີດຊອບການເມືອງ ທີ່ໄດ້ຮັບມອບໝາຍ ເຈົ້າໜ້າທີ່-ທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມມະຕິ 110/ສພຊມ ແລະ ຕາມ 6 ວຽກຈຸດສຸມຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດໃນຫຼາຍລະດັບທີ່ແຕກຕ່າງກັນ, ນັບແຕ່ເດືອນມັງກອນ ຫາ ເດືອນ ພະຈິກ 2024 ໃນຂອບເຂດທົ່ວປະເທດ ສາມາດແກ້ໄຂມ້າງລາຍຄະດີ ໄດ້ທັງໝົດ 3.395 ເລື່ອງ, ຈັບຜູ້ຖືກຫາໄດ້ 5.168 ຄົນ ຍິງ 505 ຄົນ, ຄົນຕ່າງປະເທດ 199 ຄົນ ຍິງ 19 ຄົນ, ຢຶດເຮໂຣອິນ 380,96 ກິໂລກຼາມ, ຢາບ້າ 81.030.733 ເມັດ (ແປດສິບເອັດລ້ານ ສາມສິບພັນ ເຈັດຮ້ອຍສາມສິບສາມ ເມັດ), ນໍ້າໜັກ 8.103,7 ກິໂລກຼາມ, ຢາໄອສ໌ 4.816,17 ກິໂລກຼາມ, ຢາຝິ່ນ 84,86 ກິໂລກຼາມ, ຄັນຊາ 3.583,24 ກິໂລກຼາມ, ເຄຕາມິນ 33,14 ກິໂລກຼາມ, ຢາອີ 2.584 ເມັດ ກັບ 61,44 ກິໂລກຼາມ, ໂຄເຄນ 0,99 ກິໂລກຼາມ, ແປ້ງຝຸ່ນ 10.092,84 ກິໂລກຼາມ, ສານເຄມີ 101 ຖັງ, ລົດໃຫຍ່ 77 ຄັນ, ລົດຈັກ 480 ຄັນ, ປືນ 10 ກະບອກ, ລູກປືນ 1.677 ລູກ.

ນອກຈາກນີ້, ຍັງໄດ້ລົງສໍາຫຼວດເນື້ອທີ່ລັກລອບປູກຝິ່ນຢູ່ 9 ແຂວງ ພາກເໜືອ ແລະ ພາກກາງ ກວດພົບເນື້ອທີ່ລັກລອບປູກຝິ່ນ 5.831 ເຮັກຕາ, ທໍາລາຍໄດ້ 136 ເຮັກຕາ, ລົງກວດກາ ແລະ ທໍາລາຍການລັກລອບປູກຕົ້ນກະທ້ອມທຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ 123 ຕົ້ນ ແລະ ໄດ້ທໍາລາຍສານເຄມີຕົ້ນ ທີ່ເຈົ້າໜ້າທີ່ຢຶດໄດ້ຢູ່ 3 ແຂວງພາກເໜືອຄື: ແຂວງບໍ່ແກ້ວ, ຫຼວງພະບາງ, ຫຼວງນໍ້າທາ 126 ໂຕນ; ຕໍ່ກັບເປົ້າໝາຍຜູ້ເສບຢາເສບຕິດ ( ຜູ້ຖືກເຄາະຮ້າຍ) ໄດ້ນໍາເຂົ້າສູນບໍາບັດ-ປິ່ນປົວ, ຟື້ນຟູສຸຂະພາບ ທີ່ມີໃນທົ່ວປະ ເທດ 14 ສູນ ມີທັງໝົດ 5.132 ຄົນ ຍິງ 209 ຄົນ. ໃນນີ້, ປິ່ນປົວດີແລ້ວກັບຄືນບ້ານມີ 2.513 ຄົນ ຍິງ 112 ຄົນ, ຍັງສືບຕໍ່ປິ່ນປົວ 2.619 ຄົນ ຍິງ 97 ຄົນ; ປັດຈຸບັນລັດຖະບານ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອ ໂຄງການກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດ 1 ແຫ່ງ ສາມາດບັນຈຸໄດ້ 500 ກວ່າຄົນ ໂຄງການດັ່ງກ່າວແມ່ນໄດ້ສໍາເລັດພິທີວາວສີລາເລີກ ໃນວັນທີ 12 ກໍລະກົດ 2024 ແລະ ຄາດ ວ່າທ້າຍປີ 2025 ຈະສໍາເລັດການກໍ່ສ້າງ ແລະ ມີຈຸດໃຫ້ຄໍາປຶກສາຜູ້ຕິດຢາເສບຕິດ ຂັ້ນຊຸມຊົນຢູ່ໂຮງໝໍເມືອງ 28 ຈຸດ; ອອກໃບຢັ້ງ ຢືນຮັບຮອງບໍລິສັດ ເຂົ້າຮ່ວມໂຄງການປູກພືດທົດແທນການປູກຝິ່ນ 57 ບໍລິສັດ ແລະ ວຽກງານອື່ນໆ ຢ່າງມີຜົນສໍາເລັດ.

ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ ຍັງມີບາງດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ ແລະ ປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ການສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ; ສ້າງ, ປັບປຸງກົດໝາຍ ແລະ ນິຕີກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ; ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມອາດສາມາດ ໃນການເຄື່ອນໄຫວເຮັດໜ້າທີ່ການເມືອງ ຂອງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການປະຕິບັດຄໍາຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ; ຍົກສຸງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາ ໃນການຈັດຕັ້ງປະຕິບັດຮອບດ້ານ ໃນວຽກງານແກ້ໄຂບັນຫາຢາເສບຕິດ; ປັບປຸງຂີດຄວາມສາມາດການເຄື່ອນໄຫວ ເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອຊີ້ນໍາ-ນໍາພາ ການແກ້ໄຂບັນຫາຢາເສບຕິດທີ່ເກີດຂື້ນ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີການຮ່ວມມືສາກົນ, ທັງນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ລວງເລິກ ແລະ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

Continue Reading

Previous: ຫາລື-ມອບໝາຍໜ້າທີ່ ປະເມີນຜົນ 4 ຄາດໝາຍ 4 ແຜນງານ 41 ໂຄງການ
Next: ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.