Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມພົບປະຄະນະຜູ້ແທນຂັ້ນສູງ ລະຫວ່າງກະຊວງ ປກສ ລາວ ແລະ ຫວຽດນາມ

ກອງປະຊຸມພົບປະຄະນະຜູ້ແທນຂັ້ນສູງ ລະຫວ່າງກະຊວງ ປກສ ລາວ ແລະ ຫວຽດນາມ

ກົມສື່ມວນຊົນ 15/07/2024
450514976_1013052107490714_5956801237538062409_n copy

ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງກະຊວງປ້ອງ ກັນຄວາມສະຫງົບ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ແຫ່ງສາທາລະນະສັງຄົມນິຍົມຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດ 2024 ທີ່ກະຊວງປ້ອງ ກັນຄວາມສະຫງົບລາວ, ຝ່າຍລາວນຳໂດຍ ພົອ ວິໄລ ຫຼ້າຄຳຟອງ ກຳ ມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງ ປກສ ແຫ່ງ ສປປລາວ, ຝ່າຍຫວຽດນາມ ນຳໂດຍ ພົທ ເລືອງ ຕາມ ກວາງ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ ແທນທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມພົບປະສອງຝ່າຍໃນຄັ້ງນີ້, ພົອ ວິໄລ ຫຼ້າຄຳຟອງ ໄດ້ແຈ້ງບາງສະພາບທີ່ພົ້ນເດັ່ນ ແລະ ການເຄື່ອນໄຫວພົວ ພັນຮ່ວມ ມືປະຕິບັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບ ຂອງສອງກະຊວງໃນໄລຍະ 6 ເດືອນຕົ້ນປີ 2024, ເຊິ່ງທ່ານໄດ້ກ່າວວ່າ: ການພົວພັນຂອງສອງກະຊວງແມ່ນໄດ້ບັນລຸໝາກຜົນຢ່າງໜ້າພາກພູມໃຈ, ກົນໄກການຈັດຕັ້ງປະຕິບັດອະນຸ ສັນ ຍາໄດ້ມີຄວາມກົມກຽວກັນ, ມີການປະສານສົມທົບນໍາກັນແໜ້ນ ແຟ້ນ ແລະ ມີປະສິດທິຜົນດີ ເປັນຕົ້ນ: ການຮ່ວມມືກໍ່ສ້າງກໍາລັງປ້ອງ ກັນຄວາມສະຫງົບ, ການແລກປ່ຽນ ບົດຮຽນ, ແລກປ່ຽນຄະນະຜູ້ແທນ ແລະ ການຊ່ວຍເຫຼືອອຸປະກອນເຕັກນິກວິຊາສະເພາະ ຈາກກະ ຊວງປ້ອງກັນຄວາມສະຫງົບຫວຽດ ນາມ ເຊິ່ງໄດ້ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບລາວ ນັບມື້ເຂັ້ມແຂງ; ໃນໄລຍະ 6 ເດືອນຕົ້ນປີ 2024, ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງປ້ອງ ກັນຄວາມສະຫງົບຫວຽດນາມ ໄດ້ຈັດຕັ້ງປະຕິບັດສັນຍາຮ່ວມມື ປະຈໍາປີ 2024 ສໍາເລັດຈໍານວນໜຶ່ງ ເປັນຕົ້ນໄດ້ແລກປ່ຽນຄະນະຜູ້ ແທນ ຈໍານວນ 6 ຄະນະ; ໃນນັ້ນ, ພິເສດ ແມ່ນຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບລາວ ນໍາໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໄປພົບ ປະປຶກສາຫາລືກ່ຽວກັບການຈັດ ຕັ້ງປະຕິບັດໂຄງການກໍ່ສ້າງລະບົບຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈຳຕົວ ແລະ ໂຄງການກໍ່ສ້າງສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ. ພ້ອມນັ້ນ,ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໄດ້ຊ່ວຍເຫຼືອບັນດາອຸປະກອນຮັບໃຊ້ກອງປະຊຸມທີ່ລາວ ຈະເປັນປະທານອາຊຽນ ປີ 2024 ຈຳນວນ 03 ລາຍການປະ ກອບມີ: ເຮືອນເຕັ້ນ ປະເພດ 1 ຈໍາ ນວນ 800 ຫຼັງ, ຕຽງພັບ 1.500 ອັນ; ໝາວິຊາສະເພາະ 20 ໂຕ, ພາຫະນະວິຊາສະເພາະປະເພດລົດ ເກັງເປີດທາງ ຈຳນວນ 20 ຄັນ ແລະ ລົດຈັກໂມໂຕ 30 ຄັນ ເພື່ອຮັບໃຊ້ກອງປະຊຸມທີ່ ສປປ ລາວ ເປັນເຈົ້າພາບ, ໃຫ້ທຶນກໍ່ສ້າງວິຊາສະເພາະນາຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບລາວລະດັບຕ່າງໆ 302 ທຶນ, ບຳລຸງວິຊາສະເພາະໄລຍະສັ້ນ 66 ທຶນ, ທຶນກໍ່ສ້າງວັດທະນະທໍາ 110 ທຶນ. ພິເສດກະຊວງປ້ອງກັນສະ ຫງົບຫວຽດນາມ ຍັງໃຫ້ການຊ່ວຍ ເຫຼືອໂຄງການກໍ່ສ້າງລະບົບຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈຳຕົວ ແລະ ກະກຽມວາງສີລາລຶກໂຄງ ການກໍ່ສ້າງສູນປິ່ນປົວບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແລະ ອື່ນໆ.

ສໍາລັບແຜນການພົວພົນຮ່ວມ ມື 06 ເດືອນທ້າຍປີ 2024 ທັງສອງຟ່າຍໄດ້ປືກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບກັນໃນການສືບຕໍ່ພົວພັນຮ່ວມກັນມີຄຶ: ການຮ່ວມມືໃນຂົງເຂດວຽກງານປ້ອງ ກັນຄວາມສະຫງົບທາງດ້ານການເມືອງ, ການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງ ຄົມ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງສອງຝ່າຍ, ສືບຕໍ່ຮ່ວມມືໃນການກວດກາ ແລະ ຄວບຄຸມຢາເສບຕິດ, ການຮ່ວມມືປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບ ລະຫວ່າງບັນ ດາແຂວງທີ່ມີຊາຍແດນຕິດຈອດ ແລະ ບັນ ດາແຂວງ, ນະຄອນແຮກສ່ຽວ, ການຮ່ວມມືດ້ານວຽກງານກໍ່ສ້າງກໍາລັງ, ການຮ່ວມມືດ້ານພະລາທິການ-ເຕັກນິກ, ການຮ່ວມມືໃນຂົງເຂດຄົ້ນຄວ້າວິທະຍາສາດ, ປະຫວັດ ສາດ, ການແລກປ່ຽນຄະນະຜູ້ແທນ, ຢ້ຽມຢາມ, ພັກຜ່ອນ ແລະ ປິ່ນປົວ.

ໃນໂອກາດນີ້, ຄະນະຜູ້ແທນຟ່າຍກະຊວງປ້ອງກັນຄວາມສະ ຫງົບແຫ່ງສາທາລະນະສັງຄົມນິຍົມຫວຽດນາມ, ຍັງໄດ້ມອບອຸປະ ກອນຮັບໃຊ້ວຽກງານວິຊາສະເພາະ ໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຈໍາໜື່ງເພື່ອນໍາເຂົ້າໃນການຈັດຈັ້ງປະຕິ ບັດໜ້າທີ່ວຽກງານໃຫ້ໄດ້ຮັບໝາກຜົນ.

ພາບ-ຂ່າວ: ລັດດາວັນ

Continue Reading

Previous: ກອງປະຊຸມໃຫຍ່ ໜ່ວຍພັກຮາກຖານກອງຮ້ອຍເອກະລາດກອງບັນຊາການປ້ອງກັນທີ່ຕັ້ງ
Next: ກະຊວງ ປກສ ລາວ-ຫວຽດນາມ ວາງສີລາລຶກໂຄງການກໍ່ສ້າງສູນປິ່ນປົວບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.