Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ວິທະຍາຄານການເມືອງປ້ອງກັນຄວາມະຫງົບ ເຊື່ອມຊຶມເອກະສານເປີດບັ້ນດໍາເນີນຊີວິດການເມືອງ

ວິທະຍາຄານການເມືອງປ້ອງກັນຄວາມະຫງົບ ເຊື່ອມຊຶມເອກະສານເປີດບັ້ນດໍາເນີນຊີວິດການເມືອງ

ກົມສື່ມວນຊົນ 05/06/2024
DSC_8886 copy

ວິທະຍາຄານການເມືອງປ້ອງກັນຄວາມະຫງົບ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີເຊື່ອມຊຶມເອກະສານເປີດບັ້ນດໍາເນີນຊີ ວິດການເມືອງ ປະຈຳປີ 2024 ໃນວັນທີ 4 ມິຖຸນາ ນີ້, ເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍ ພັອ ຊາຍຄອງ ເພັດຊະວົງ ຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ໃນພິທີ, ພັອ ຊາຍຄອງ ເພັດຊະວົງ ກ່າວວ່າ: ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບມີ: ເອກະສານເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ຝຶກຝົນຫຼ່ໍຫຼອມຄຸນສົມບັດ-ສິນທຳປະຕິ ບັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍແລະ ພົນຕຳຫຼວດ, ເອກະສານຈັນຍາບັນຂອງນາຍ ແລະ ພົນຕໍາຫຼວດ, ຄໍາແນະນໍາການຂຽນບົດສໍາຫຼວດຕົນເອງຂອງນາຍ ແລະ ພົນຕໍາຫຼວດ ໃນການດໍາເນີນຊີວິດ ການເມືອງ ປະຈຳປີ 2024.

ທັງນີ້, ກໍເພື່ອເປັນການເພີ່ມທະວີວຽກງານສຶກສາອົບຮົມໃຫ້ກຳລັງປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ໜັກແໜ້ນທາງດ້ານການຈັດຕັ້ງ, ມີແບບແຜນທັນສະໄໝ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສັດຊື່ບໍລິສຸດ ແລະ ຈົງຮັກ ພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ເຮັດໃຫ້ນາຍ ແລະ ພົນຕຳຫຼວດ ຢູ່ພາຍໃນວິທະ ຍາຄານການເມືອງປ້ອງກັນຄວາມສະຫງົບໄດ້ເຊື່ອມຊຶມ, ກຳແໜ້ນທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມ, ຜົນງານໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນເຮົາຕະຫຼອດໄລຍະຜ່ານມາ ພາຍໃຕ້ການນຳພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ ພ້ອມກັນປົກປັກຮັກສາ, ເສີມຂະຫຍາຍທາດແທ້ມູນເຊື້ອດັ່ງກ່າວໃຫ້ນັບມື້ຈະເລີນງອກງາມຂຶ້ນເລື້ອຍໆ.

ການເປີດບັ້ນດຳເນີນຊີວິດການເມືອງຄັ້ງນີ້, ຍັງເປັນການສໍາຫຼວດກວດກາຄືນສະຕິຕື່ນຕົວເຄົາ ລົບລະບຽບວິໄນ, ຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງ, ການຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະ ຕິວັດ ແລະ ແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດ ພາຍໃນວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ໃນໄລຍະ 1 ປີ ຜ່ານມາ ແລະ ຜ່ານບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ຈະເຮັດໃຫ້ນາຍ ແລະ ພົນຕຳຫຼວດ ທຸກສະຫາຍ ມີການຫັນປ່ຽນຢ່າງຈະແຈ້ງ, ເລິກເຊິ່ງ ແລະ ຕໍ່ເນື່ອງຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ເພື່ອໃຫ້ກາຍເປັນກໍາລັງປະກອບອາວຸດປະຕິວັດທີ່ເຂັ້ມແຂງ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ຖືກມອບໝາຍ ແລະ ຈັດ ຕັ້ງປະຕິບັດສຳເລັດຜົນເປັນຢ່າງດີ.

Continue Reading

Previous: ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບ ປະຈຳ ສປປ ລາວ
Next: ກະຊວງ ປກສ ສະຫຼຸບການຈັດຕັ້ງເຄື່ອນໄຫວວຽກແມ່ ແລະ ເດັກ ປະຈຳປີ 2023

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.