Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ເຄື່ອນຍ້າຍອັດຖິ ພົຕ ຄໍາຜົນ ບຸດດາຄໍາ ມາສະທິດໄວ້ຢູ່ສຸສານນັກຮົບປະຕິວັດ

ເຄື່ອນຍ້າຍອັດຖິ ພົຕ ຄໍາຜົນ ບຸດດາຄໍາ ມາສະທິດໄວ້ຢູ່ສຸສານນັກຮົບປະຕິວັດ

ກົມສື່ມວນຊົນ 22/05/2024
444762991_977526617709930_4217067204533403995_n copy

ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບຄອບຄົວ ບຸດດາຄໍາ ໄດ້ຈັດພິທີນໍາອັດທິ ພົຕ ຄໍາຜົນ ບຸດດາຄໍາ ນັກຮົບແຂ່ງຂັນແຫ່ງຊາດ ອະດີດກໍາມະການສູນກາງພັກ 3 ສະໄໝ ອະດີດຮອງລັດຖະມົນຕີກະຊວງພາຍໃນ ( ກະຊວງປ້ອງກັນຄວາມສະຫງົບ ໃນປັດຈຸບັນ ) ອະດີດຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ ນໍາໄປສະທິດໄວ້ຢູ່ສຸສານນັກຮົບປະຕິວັດ ໃນວັນທີ 21 ພຶດສະພາ 2024 ໂດຍ ມີ ທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຫົວໜ້າກົມໃຫຍ່, ຮອງຫົວໜ້າຫ້ອງວ່າການ, ຄອບຄົວການນໍາພັກ-ລັດ, ນາຍຕໍາຫຼວດກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.

ພົທ ກົງທອງ ພົງວິຈິດ ໄດ້ກ່າວສະດຸດີເຖິງດວງວິຍານ ພົຕ ຄໍາຜົນ ບຸດດາຄໍາ ວ່າ: ພົຕ ຄໍາຜົນ ບຸດດາຄໍາ ໄດ້ເຂົ້າການປະຕິວັດແຕ່ປີ 1954 ເຊິ່ງເຂົ້າເປັນທະຫານລາວອິດສະຫຼະ; ຕະຫຼອດໄລຍະຜ່ານມາ ພົຕ ຄໍາຜົນ ບຸດດາຄໍາ ໄດ້ຖືກມອບໝາຍໜ້າທີ່ໃຫ້ຮັບຜິດຊອບຫຼາຍວຽກງານ, ພ້ອມນັ້ນສະຫາຍຍັງໄດ້ຖືກມອບໝາຍໃຫ້ໄປຊີ້ນໍາ-ນໍາພາວຽກງານສືບຂ່າວນອກເຂດ, ປ້ອງກັນການເມືອງ, ປ້ອງກັນພາຍໃນ, ສືບຂ່າວຕ້ານສືບຂ່າວ, ປ້ອງກັນໃກ້ສິດ, ຕິດຕໍ່ສື່ສານ, ຊຶ່ງບັນດາວຽກດັ່ງກ່າວ ເປັນວຽກ ທີ່ໜັກໜ່ວງ ແລະ ຫຍຸ້ງຍາກ, ແຕ່ສະຫາຍກໍໄດ້ບຸກບືນ, ມີຄວາມອົດທົນຜ່ານຜານໍາພາ, ຈັດຕັ້ງປະຕິບັດ ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ໃນຖານະເປັນພະນັກງານຂັ້ນນໍາ, ເປັນກຳມະການສູນກາງພັກ, ສະຫາຍແມ່ນຜູ້ໜຶ່ງທີ່ມີຄວາມຫ້າວຫັນໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາ ເຫັນເຂົ້າໃນການປັບປຸງບູລະນະບັນດາແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກ ແຕ່ລະໄລຍະເປັນຢ່າງດີ.

ດ້ວຍຜົນງານ ແລະ ຄຸນງາມຄວາມດີທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ສະຫາຍ ພົນຕີ ຄໍາຜົນ ບຸດດາຄໍາ ຈິ່ງໄດ້ຮັບການຍ້ອງຍໍຈາກພັກ-ລັດ ຄື: ໄດ້ຮັບຫຼຽນນາມມະຍົດນັກຮົບແຂ່ງຂັນ 1 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ II 3 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ III 2 ໜ່ວຍ, ຫຼຽນໄຊຊະນະເລີດຊັ້ນ I 1 ໜ່ວຍ, ຫຼຽນໄຊແຮງງານຊັ້ນ I 1 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II 2 ໜ່ວຍ, ຫຼຽນກາຕ້ານຝຣັ່ງ 1 ໜ່ວຍ, ຫຼຽນກາຕ້ານອາເມລິກາ 1 ໜ່ວຍ, ຫຼຽນມິດຕະພາບລາວ-ຫວຽດນາມ 3 ໜ່ວຍ, ຫຼຽນກາມິດຕະພາບກູບາ 3 ໜ່ວຍ, ຫຼຽນກາມິດຕະ ພາບໂຊວຽດ 1 ໜ່ວຍ, ຫຼຽນກາ 5 ປີ 2 ໜ່ວຍ, ຫຼຽນກາລະນຶກຄົບຮອບ 50 ປີ ຂອງພັກ 1 ໜ່ວຍ, ຫຼຽນກາຄົບຮອບ 50 ປີຂອງ ປກສ 1 ໜ່ວຍ, ຫຼຽນກາລະນຶກ 50 ປີ ກອງພັນທີ 2 ຈໍານວນ 1 ໜ່ວຍ, ຫຼຽນກາລະນຶກຄົບຮອບ 60 ປີຂອງແນວລາວສ້າງຊາດ 1 ໜ່ວຍ. ນອກນັ້ນຍັງໄດ້ໃບຍ້ອງຍໍຕ່າງໆອີກຈໍານວນໜຶ່ງ.

ສະຫາຍ ພົນຕີ ຄໍາຜົນ ບຸດດາຄໍາ ໄດ້ເສຍຊີວິດດ້ວຍໄວຊະລາ ໃນເວລາ 08 ໂມງ 10 ນາທີ ຂອງວັນທີ 26 ມິຖຸນາ 2011 ລວມອາຍຸ 81 ປີ. ເພື່ອປະຕິບັດນະໂຍບາຍຕໍ່ຜົນງານ ແລະ ຄຸນງາມຄວາມດີຂອງ ພົຕ ຄໍາຜົນ ບຸດດາຄໍາ ການຈັດຕັ້ງ ພັກ-ລັດ ໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ ຊຶ່ງໃດ້ຮັບການຕົກລົງມອບ ໝາຍຈາກ ພັກ-ລັດ ດັ່ງນັ້ນ, ການຈັດຕັ້ງພວກເຮົາ ພ້ອມກັບຄອບຄົວ, ລູກຫຼານ, ຍາດຕິພີ່ນ້ອງໄດ້ທໍາພິທີ ເຄື່ອນຍ້າຍອັດຖິຂອງ ພົຕ ຄໍາຜົນ ບຸດດາຄໍາ ມາສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ ເພື່ອເປັນບ່ອນກາບໄຫວ້ສັກກາລະບູຊາ, ທັງເປັນບ່ອນສຶກສາຮຽນຮູ້ເຖິງຜົນງານຄຸນງາມຄວາມດີ ທີ່ສະຫາຍໄດ້ສ້າງໄວ້ໃຫ້ແກ່ພະນັກງານ-ລັດຖະກອນ, ກໍາລັງປະກອບອາວຸດ, ລູກຫຼານຜູ້ສືບທອດຕະຫຼອດໄປ.

ພາບ-ຂ່າວ: ຄຳໂຖ

Continue Reading

Previous: ກະຊວງ ປກສ ເຊື່ອມຊຶມເອກະສານທີ່ສໍາຄັນ ຂອງສອງຊາດ ລາວ-ຫວຽດນາມ
Next: ມອບ-ຮັບໜ້າທີ່ຫົວໜ້າກົມ 509

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.