Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກະຊວງ ປກສ ເຊື່ອມຊຶມເອກະສານທີ່ສໍາຄັນ ຂອງສອງຊາດ ລາວ-ຫວຽດນາມ

ກະຊວງ ປກສ ເຊື່ອມຊຶມເອກະສານທີ່ສໍາຄັນ ຂອງສອງຊາດ ລາວ-ຫວຽດນາມ

ກົມສື່ມວນຊົນ 20/05/2024
443698567_859640202827388_6091031980956232440_n copy

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍການຮ່ວມມື ປະຈໍາປີ 2024 ແລະ ບົດບັນທຶກກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນ ໃນຄັ້ງວັນທີ 7 ມັງກອນ 2024 ທີ່ນະຄອນຮ່າໂນ້ຍ ສສ ຫວຽດນາມ ຂຶ້ນໃນວັນທີ 20 ພຶດສະພາ 2024 ເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ພົນໂທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ, ມີຄະນະປະຈໍາພັກ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ກົມໃຫຍ່, ກອງບັນຊາການ, ວິທະຍາຄານ ພ້ອມດ້ວຍນາຍຕໍາຫຼວດ ອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ພົນໂທ ກົງທອງ ພົງວິຈິດ ກ່າວວ່າ: ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຫຼື ເອີ້ນຫຍໍ້ວ່າ “ສອງຝ່າຍ” ໄດ້ຕົກລົງກ່ຽວກັບເນື້ອໃນການຮ່ວມມື ປະຈໍາປີ 2024 ຄື: ສອງຝ່າຍ ຢືນຢັນເປົ້າໝາຍສືບຕໍ່ນໍາເອົາສາຍພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ເປັນແກນຫຼັກກຳນົດທິດລວມຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ; ສຸມໃສ່ແລກປ່ຽນດ້ານການຮ່ວມມືໃນບັນດາບັນຫາຍຸດທະສາດ, ແນວທາງ, ນະໂຍບາຍພົວພັນເຖິງຄວາມສະຫງົບ ແລະ ການພັດທະນາຂອງແຕ່ລະປະເທດ; ສືບຕໍ່ຍົກສູງປະສິດທິຜົນຂອງການຄົ້ນຄວ້າປ່ຽນແປງໃໝ່ຮູບແບບການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໂດຍສະເພາະບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມກັນ; ສືບຕໍ່ຮັກສາບັນດາການຢ້ຽມຢາມຂອງການນໍາຂັ້ນສູງ ສອງພັກ, ສອງລັດ; ເປັນເຈົ້າການ, ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການຢູ່ແຕ່ລະຂັ້ນ, ແຕ່ລະຂະ ແໜງການກ່ຽວກັບບັນດາບັນຫາໃໝ່ໃນວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ, ເປີດກວ້າງການພົວພັນ, ເຊື່ອມໂຍງສາກົນ ແລະ ບັນດາບັນຫາໃໝ່; ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມກ່ຽວກັບສາຍພົວພັນ ລາວ-ຫວຽດນາມ; ປະສານສົມທົບກັນກໍ່ສ້າງບັນດາກິດຈະການ ແລະ ຮ່ອງຮອຍປະຫວັດສາດກ່ຽວກັບສາຍພົວພັນສາມັກຄີພິເສດ ລາວ- ຫວຽດນາມ ຢູ່ແຕ່ລະປະເທດ. ໃນນັ້ນ ລວມທັງຮ່ອງຮອຍເສັ້ນທາງໂຮ່ຈີມິນພາກຕາເວັນຕົກຂອງສາຍພູຫຼວງ, ເຂດຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂອງພັກປະຊາຊົນ ປະຕິວັດລາວ ຢູ່ເຂດຊາຍແດນ ລະຫວ່າງ ສອງປະເທດ, ຊຸກຍູ້ຄວາມຄືບໜ້າໂຄງການສວນອຸທິຍານມິດຕະພາບ ລາວ-ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ; ສືບຕໍ່ກວດກາ ແລະ ປະຕິບັດການຍ້ອງຍໍດ້ວຍຫຼຽນກາ, ຫຼຽນໄຊ ໃຫ້ແກ່ບັນດາກົມກອງລວມໝູ່ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນທີ່ໄດ້ປະກອບສ່ວນເຂົ້າໃນການປັບປຸງ ແລະ ເສີມຂະຫຍາຍການຮ່ວມມືພິເສດ ລາວ-ຫວຽດນາມ; ແກ້ໄຂຢ່າງທັນການບັນຫາຂໍ້ຫຍຸ້ງຍາກທີ່ເກີດຂຶ້ນໃນການພົວພັນສອງປະເທດ ບົນຈິດໃຈສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ນອກນັ້ນ ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ສືບຕໍ່ເຜີຍແຜ່ເອກະສານບົດບັນທຶກກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນ ໃນຄັ້ງວັນທີ 7 ມັງກອນ 2024 ທີ່ນະຄອນຮ່າໂນ້ຍ ສສ ຫວຽດນາມ ເຊິ່ງທັງສອງຝ່າຍ ເຫັນດີເປັນເອກະພາບລົງນາມຮ່ວມມືກັນຫຼາຍວຽກງານທີ່ສໍາຄັນຄື: ສືບຕໍ່ປະສານສົມທົບກັນຜັນຂະຫຍາຍເປັນຢ່າງດີ ບັນດາຂໍ້ຕົກລົງການຮ່ວມມື ຂອງສອງປະເທດ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ; ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ພັດທະນາຮອບດ້ານ; ປະສານສົມທົບກັນລາດຕະເວນສອງຝ່າຍ, ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ໃຫ້ມີຄວາມແໜ້ນແກ່ນ, ຄວບຄຸມການເຂົ້າ-ອອກເມືອງ ຢູ່ບັນດາດ່ານຊາຍແດນ, ສ້າງເງື່ອນໄຂໃຫ້ແກ່ຄົນ, ພາຫະນະ, ສິນຄ້າຜ່ານດ່ານຊາຍແດນ; ກວດກາການເຄື່ອນໄຫວຜ່ານດ່ານຊາຍແດນ, ຄວບຄຸມການເຄື່ອນໄຫວຂ້າມຊາຍແດນຢ່າງເຂັ້ມງວດ; ສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງທີ່ຜິດກົດໝາຍ; ປະສານສົມທົບກັນໃນການຕໍ່ສູ້, ສະກັດກັ້ນກົນອຸບາຍ, ການເຄື່ອນໄຫວມ້າງເພທໍາລາຍຂອງບັນດາອິດທິກຳລັງປໍລະປັກ, ພວກປະຕິການ ໂດຍສະເພາະການເຄື່ອນໄຫວສ້າງຕັ້ງ “ລັດແບ່ງແຍກເອກະລາດ”; ສະກັດກັ້ນອາຊະຍາກຳ ເປັນຕົ້ນອາຊະຍາກຳຂ້າມຊາດ, ຢາເສບຕິດ, ການຄ້າມະນຸດ, ຄ້າຂາຍເຖື່ອນ, ຄຸ້ມຄອງການເຂົ້າ-ອອກເມືອງ, ບັນຫາການຍົກຍ້າຍທີ່ຢູ່ອາໄສແບບຜິດກົດໝາຍ ແລະ ອື່ນໆ ເພື່ອຮັບປະກັນໃຫ້ສອງປະເທດມີສະຖຽນລະພາບທາງດ້ານການເມືອງ, ສັມຄົມມີຄວາມສະຫງົບ-ປອດໄພ.

ພາບ-ຂ່າວ: ຈັນດີ

Continue Reading

Previous: ສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດ l ຢູ່ 5 ແຂວງພາກໃຕ້
Next: ເຄື່ອນຍ້າຍອັດຖິ ພົຕ ຄໍາຜົນ ບຸດດາຄໍາ ມາສະທິດໄວ້ຢູ່ສຸສານນັກຮົບປະຕິວັດ

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.