Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ສະຫຼອງວັນສ້າງຕັ້ງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ

ສະຫຼອງວັນສ້າງຕັ້ງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ

ກົມສື່ມວນຊົນ 07/05/2024
438300526_965641762231749_3102851426745951702_n copy

ພິທີສະຫຼອງວັນສ້າງຕັ້ງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ຄົບຮອບ 59 ປີ (3 ພຶດສະພາ 1965-3 ພຶດສະພາ 2024) ໄດ້ຈັດຂຶ້ນໃນວັນທີ 3 ພຶດສະພາ 2024, ໂດຍມີ ພົຕ ປອສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍບັນດາທ່ານຮອງຫົວໜ້າກົມໃຫຍ່, ພະນັກງານປະຕິວັດອາວຸໂສບຳນານ, ຄະນະພັກ-ຄະນະກົມ ອ້ອມຂ້າງກະຊວງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.

ພົຕ ປອ ສຸວັນນີ ສີສຸພາບມີໄຊ ໄດ້ກ່າວປາໄສ ເຊິ່ງມີບາງຕອນສຳຄັນວ່າ: ວັນທີ 3 ພຶດສະພາ ເປັນວັນໜຶ່ງທີ່ສໍາຄັນທີ່ສຸດ ແລະ ມີຄວາມໝາຍໃນປະຫວັດສາດຂອງຊາດ ໂດຍສະເພາະ ຕໍ່ກຳລັງປະກອບອາວຸດປະຊາຊົນ ເພາະເປັນວັນແຫ່ງການກຳເນີດ ກໍຄື ວັນສ້າງຕັ້ງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ເຊິ່ງມາຮອດມື້ນີ້ ຄົບຮອບ 59 ປີພໍດີ.

ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ເວລາໃດກໍເປັນກຳລັງທີ່ມີພາລະບົດບາດທີ່ສຳຄັນທີ່ສຸດ ເຊິ່ງເຮັດໜ້າທີ່ເປັນເສນາທິການໃຫ້ ກະຊວງປ້ອງກັນຄວາມສະຫງົບ ໃນຂົງເຂດວຽກງານໂຄສະນາອົບຮົມ, ວຽກງານພັກ-ພະນັກງານ, ວຽກງານການເມືອງ ເພື່ອແນໃສ່ຮັບປະກັນປັບປຸງ ແລະ ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ມີລະບຽບແບບແຜນທັນສະໄໝ.

ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 3 ພຶດສະພາ 1965 ເປັນຕົ້ນມາ, ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ກໍໄດ້ປະເຊີນໜ້າກັບສິ່ງທ້າທາຍທົດສອບນາໆປະການ, ທັງຢືນຢູ່ຕໍ່ໜ້າສະພາບການທີ່ຫຍຸ້ງຍາກຂ້ຽວຂາດ ແລະ ສັບສົນທີ່ສຸດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຮ່ວມກັບອ້າຍນ້ອງກຳລັງປະກອບອາວຸດທົ່ວທັງຊາດ ແລະ ປະຊາຊົນບັນດາເຜົ່າ ໄດ້ພ້ອມກັນອົດທົນ, ສູ້ຊົນຜ່ານຜ່າ, ຄວາມເສຍສະລະຢ່າງບໍ່ມີຂອບເຂດ ບວກກັບໄດ້ຮັບການເສີມຂະຫຍາຍນ້ຳໃຈຮັກຊາດອັນດູດດື່ມ ແລະ ການສືບທອດມູນເຊື້ອຕໍ່ສູ້ ຢ່າງບໍ່ຍອມຈໍານົນຂອງບັນພະບູລຸດ ແລະ ປະຊາຊົນເຮົາ.

ຜ່ານການຝຶກຝົນທົດສອບ ໃນແປວໄຟແຫ່ງການຕໍ່ສູ້ປະຕິວັດ ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກກັນດານນັ້ນ, ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້ຄຽງບ່າຄຽງໄຫຼ່ກັບທຸກເຫຼົ່າຮົບວິຊາສະເພາະ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງນີ້ ໄປສູ່ໄຊຊະນະອັນໃຫຍ່ຫຼວງກວ່າເກົ່າ ແລະ ໄດ້ສ້າງວິລະກຳອັນລ້ຳເລີດຈາລຶກໄວ້ໃນປຶ້ມຄຳປະຫວັດສາດຂອງຊາດ, ຂອງກຳລັງປ້ອງກັນຄວາມສະຫງົບເຮົາ ເຊິ່ງໄດ້ກຳນົດເອົາວັນທີ 3 ພຶດສະພາ 1965 ເປັນວັນສ້າງຕັ້ງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ແລະ ໄດ້ຮັບຮອງຈາກ ກະຊວງປ້ອງກັນຄວາມສະຫງົບ ຕາມຂໍ້ຕົກລົງ ສະບັບເລກທີ 1111/ປກສ, ລົງວັນທີ 3 ກໍລະກົດ 2018.

ພົຕ ປອ ສຸວັນນີ ສີສຸພາບມີໄຊ ກ່າວເນັ້ນວ່າ: ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ທັງເປັນການສືບທອດ, ເສີມຂະຫຍາຍມູນເຊື້ອຂອງ ກົມໃຫຍ່ການເມືອງ ປກສ, ບັນດາສະຫາຍທົ່ວກົມໃຫຍ່ການເມືອງ ຈົ່ງສຸມໃສ່ບັນດາຄາດໝາຍສູ້ຊົນທີ່ວາງໄວ້ ເປັນຕົ້ນແມ່ນ: ຕັ້ງໜ້າເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍທາດແທ້, ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນຮັບໃຊ້ພັກ, ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ

ປັບປຸງກໍ່ສ້າງພັກ ໃນກຳລັງ ປກສ ໃຫ້ຖືກຕ້ອງຕາມຫຼັກການຂອງພັກ, ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ມີຄຸນນະພາບສູງ, ສ້າງສະມາຊິກພັກ ໃຫ້ໄດ້ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຕ້ານ, ສະກັດກັ້ນການເຊື່ອມຖອຍຂອງສະມາຊິກ, ການຫັນປ່ຽນດ້ວຍຕົນເອງ ກໍໃຫ້ເກີດປະກົດການຫຍໍ້ທໍ້ພາຍໃນພັກ.

ປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີລະບຽບແບບແຜນທີ່ທັນສະໄໝ, ສຸມໃສ່ບຳລຸງສ້າງພະນັກງານ ໃຫ້ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ, ວິຊາການ ແລະ ຫັນເປັນມືອາຊີບຢ່າງແທ້ຈິງ.

ໂອກາດດຽວກັນ, ບັນດາທ່ານທີ່ເຂົ້າຮ່ວມໃນພິທີ ຍັງໄດ້ຮັບຊົມການສະແດງສິລະປະຈາກ ກອງສິລະປະກອນ ປກສ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ ທີ່ໄດ້ນຳເອົາບົດຟ້ອນ, ບົດເພງ ທີ່ສະແດງເຖິງມູນເຊື້ອອັນພິລະອາດຫານຂອງ ກຳລັງປ້ອງກັນຄວາມສະຫງົບ ໃນນີ້ມີ: – ບົດຟ້ອນຮົ້ວປະຊາ, ຄວາມຝັນ, ບົນເສັ້ນທາງເດີນ, ບົດເພງ ໃຕ້ຮົ່ມທຸງສີແດງ, ສາວຕຳຫຼວດລາວ ແລະ ດ່ຽວແຄນ

Continue Reading

Previous: ປະກາດນາຍຕຳຫຼວດຂັ້ນສູງບຳນານ ແລະ ຍົກຍ້າຍແຕ່ງຕັ້ງ
Next: ພິທີມອບ-ຮັບໜ້າທີ່ ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ຮັກສາການເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່)

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.