Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ພິທີມອບ-ຮັບໜ້າທີ່ ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ຮັກສາການເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່)

ພິທີມອບ-ຮັບໜ້າທີ່ ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ຮັກສາການເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່)

ກົມສື່ມວນຊົນ 08/05/2024
438262861_967122552083670_8100178779994440033_n copy

ພິທີມອບ-ຮັບໜ້າທີ່ ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ຮັກສາການເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່) ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2024 ນີ້ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະນຳຈາກສູນກາງ ແລະ ອອ້ມຂ້າງແຂວງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ປອ ບົວຄົງ ນາມມະວົງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບຫຍໍ້ໃນການນຳພາ-ຊີ້ນຳວຽກງານຕະຫຼອດໄລຍະທີ່ທ່ານດຳລົງຕຳແໜ່ງເປັນເຈົ້າແຂວງ 6 ປີທີ່ຜ່ານມາ, ພ້ອມທັງກ່າວມອບໜ້າທີ່ໃຫ້ ທ່ານ ປອ ທອງຈັນ ມະນີໄຊ ຮັກສາການເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່) ໂອກາດດັ່ງກ່າວ ທ່ານກໍໄດ້ຂຶ້ນກ່າວຮັບໜ້າທີ່ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ຈັດຕັ້ງປະຕິບັດທິດທາງ ແລະ ຄາດໝາຍສູ້ຊົນ ໃນການຮັກສາທ່ວງທ່າການຈະເລີນເຕີບໂຕທາງດ້ານເສດຖະກິດ-ສັງຄົມ ຂອງແຂວງ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບວຽກງານສາມສ້າງຢ່າງໜັກແໜ້ນ ລວມທັງການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ. ພ້ອມນັ້ນ, ກໍ່ໄດ້ມີພິທີເຊັນບົດບັນທຶກມອບ – ຮັບ ໜ້າທີ່ ຢ່າງເປັນທາງການ.

ໃນຕອນທ້າຍຂອງພິທີ, ທ່ານ ພົອ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍໄດ້ມີຄຳເຫັນໂອ້ລົມ, ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນພາວະວິໄສ ໃນການສັບຊ້ອນພະນັກງານການນຳຂັ້ນສູງໃນຄັ້ງນີ້ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່; ນອກຈາກນັ້ນ, ທ່ານກໍໄດ້ຮຽກຮ້ອງໃຫ້ຮັກສາການເຈົ້າແຂວງຜູ້ໃໝ່ຕ້ອງມີວິໃສທັດໃນການເບິ່ງບັນຫາເພີ່ມທະວີຄວາມສາ ມັກຄີເປັນເອກະພາບໃນການນຳພາໝູ່ຄະນະເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດສັງຄົມ ປັບປຸງແບບແຜນນຳພາ, ແບບແຜນດຳລົງຊີວິດ, ເປັນແບບຢ່າງແກ່ມະຫາຊົນ ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ດີຂອງແຂວງ ເພື່ອນຳພາ ແລະ ປຸກລະດົມກຳລັງແຮງຂອງສັງຄົມ ພ້ອມກັນສ້າງສາພັດທະນາແຂວງບໍ່ແກ້ວ ໃຫ້ເດີນໄປຂ້າງໜ້າ ດ້ວຍບາດກ້າວທີ່ໜັກແໜ້ນ.

Continue Reading

Previous: ສະຫຼອງວັນສ້າງຕັ້ງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ
Next: ກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະໜ່ວຍພັກຮາກຖານ ກົມປ້ອງກັນພາຍໃນ

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.