Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກົມ 509 ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດ

ກົມ 509 ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດ

ກົມສື່ມວນຊົນ 02/04/2024
IMG_9825 copy

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955 -22 ມີນາ 2024), ວັນສ້າງຕັ້ງກຳ ລັງປ້ອງກັນຄວາມສະຫງົບ ຄົບ ຮອບ 63 ປີ (5 ເມສາ 1961-5 ເມສາ 2024) ແລະ ລະນຶກມູນເຊື້ອ 21 ມີນາ ວັນນັກຮົບເສຍອົງຄະ, ເສຍສະຫຼະຊີວິດ ເພື່ອປະ ເທດຊາດ ຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024), ປາຖະກະຖາໂດຍ ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານ ແລະ ພັອ ລຳໄພ ຍົດປະໄພ ຮອງຫົວໜ້າກົມຄຸ້ມຄອງສຳມະ ໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາຄະນະພັກ, ຄະນະພະແນກ, ກອງກໍ່ສ້າງຮາກຖານ ແລະ ສະມາຊິກພັກ ເຂົ້າຮ່ວມ.

ພົຈວ ໜູໃບ ອິນທິສານ ໄດ້ໃຫ້ຮູ້ກ່ຽວກັບການເສີມຂະຫຍາຍມູນເຊື້ອແຫ່ງການນໍາພາຂອງພັກເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ ພັກປະຊາຊົນປະຕິວັດລາວ ເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນຊາວຜູ້ອອກແຮງງານບັນດາເຜົ່າ, ເຮັດສໍາເລັດພາລະກິດປົດປ່ອຍຊາດ, ລົບລ້າງລະ ບອບລ່າເມືອງຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ; ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກກໍໄດ້ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ, ປົກປັກຮັກສາເອກະລາດ ແລະ ກໍ່ສ້າງຊີວິດໃໝ່, ພັກກໍາເນີດຂຶ້ນໃນເງື່ອນໄຂທີ່ປະເທດເຮົາ ກໍຄື 3 ຊາດອິນດູຈີນ: ລາວ, ຫວຽດນາມ ແລະ ກໍາປູເຈຍ ຕົກເປັນຫົວເມືອງຂຶ້ນຂອງພວກຈັກ ກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ພວກຈັກກະພັດ ແລະ ລູກມືໄດ້ອອກແຮງປາບປາມຂະບວນການປະຕິ ວັດຢ່າງປ່າ ເຖື່ອນ, ພວກເຂົາໄດ້ສ້າງລັດຖະບານປະສົມ ແລະ ຄວາມຖືກຕ້ອງປອງດອງຊາດ, ປິດລ້ອມກອງພັນທີ 2 ຢູ່ທົ່ງໄຫຫີນ, ຈັບບັນດາຜູ້ນຳຂອງແນວລາວຮັກຊາດເຂົ້າຄຸກແຕ່ໃຕ້ການນໍາພາອັນສະ ຫຼາດສ່ອງໃສຂອງພັກກອງພັນທີ 2 ໄດ້ຜ່າວົງລ້ອມຢ່າງປອດໄພ ແລະ ບັນດາຜູ້ນຳ 16 ທ່ານ ສາມາດ ແຫກຄຸກອອກມາໄດ້ຢ່າງມະຫັດ ສະຈັນດ້ວຍນໍ້າໃຈຮັກຊາດ ແລະ ຄຽດແຄ້ນຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານ, ປະຊາຊົນ 3 ຊາດອິນດູ ຈີນ ໄດ້ລຸກຂຶ້ນຕໍ່ສູ້ຈົນກາຍເປັນກະແສຟອງທີ່ດຸເດືອດຈຶ່ງຖືກປະລາໄຊຢ່າງໜັກໜ່ວງພວກຈັກກະພັດ ແລະ ລູກມືຈຳຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບລາວ. ມາຮອດຕົ້ນເດືອນກັນຍາ ປີ 1975, ທົ່ວປະເທດໄດ້ປະກາດລືບລ້າງອໍານາດການປົກຄອງເກົ່າ ແລະ ສ້າງຕັ້ງອໍານາດການປົກຄອງປະຕິວັດຂຶ້ນແທນໃນຂອບເຂດທົ່ວປະເທດ ແລະ ວັນທີ 2 ທັນວາ 1975 ໄດ້ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ.

ພ້ອມດຽວກັນນັ້ນ, ພັອ ລຳໄພ ຍົດປະໄພ ຍັງໃຫ້ຮູ້ກ່ຽວກັບມູນເຊື້ອວັນສ້າງຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງ ກັນຄວາມສະຫງົບ ວັນທີ 5 ເມ ສາ 1961 ແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເປັນວັນປະຫວັດ ສາດສຳຄັນຂອງຊາດ-ຂອງພັກ, ຂອງກຳລັງປ້ອງກັນຄວາມສະຫງົບ ທີ່ໝູນວຽນມາ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນ ກໍາລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ ໂດຍແມ່ນພັກ ປະຊາຊົນປະຕິວັດລາວ ເປັນຜູ້ ສ້າງຕັ້ງນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເປັນກໍາລັງທີ່ມາ ຈາກປະຊາຊົນ ໂດຍປະ ຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກຳ ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ໃນຂະບວນການຕໍ່ ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອປົກປັກຮັກສາພັກ-ລັດ, ປົກປ້ອງແນວທາງ ແລະ ປົກປ້ອງອຸດົມການສັງ ຄົມນິຍົມ, ເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມ. ພ້ອມດຽວກັນນີ້, ຍັງໄດ້ເລົ່າຄືນວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກ ຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ວັນທີ 21 ມີນາ 1946-21 ມີນາ 2024 ຄົບ ຮອບ 78 ປີ ນໍ້າໃຈອັນພິລະອາດ ຫານຂອງນັກຮົບທີ່ອົງອາດກ້າຫານ ແລະ ຕໍ່ສູ້ບໍ່ຍອມຈຳນົນ ເພື່ອປົດ ປ່ອຍປະເທດຊາດ, ຕ້ານພວກຈັກ ກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ແຕ່ອະດີດຈົນ

ເຖິງປັດຈຸບັນ.

Continue Reading

Previous: ສະແດງສິລະປະສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ
Next: ກະຊວງ ປກສ ປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.