Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກະຊວງ ປກສ ປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ

ກະຊວງ ປກສ ປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ

ກົມສື່ມວນຊົນ 03/04/2024
434447563_830225122435563_5913149214676279819_n copy

ໃນຕອນບ່າຍຂອງວັນທີ 2 ເມສາ 2024, ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ, ເປັນກຽດເຂົ້າຮ່ວມຂອງ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ມີຄະນະກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ແລະ ນາຍຕໍາຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດຊັ້ນ ພົນຈັດຕະວາ ຂຶ້ນ ຊັ້ນ ພົນຕີ ມີ 3 ສະຫາຍ ຄື: ພົນຕີ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ ປກສ, ພົນຕີ ຈູມມະນີ ວົງມະນີ ຫົວໜ້າກົມໃຫຍ່ສັນຕິບານ ແລະ ພົນຕີ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການ ກະຊວງ ປກສ.

ເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ມີ 10 ສະຫາຍ ຄື: ພົນຈັດຕະວາ ປອ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພົນຈັດຕະວາ ລັດສະໝີ ໄຊຍະຄໍາ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ພົນຈັດຕະວາ ສີວັນທາ ເພຍສະຂາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ພົນຈັດຕະວາ ພູທອນ ພົນໂພສີລາຫົງ ຮອງຫົວໜ້າກົມໃຫຍ່ພະລາທິການ, ພົນຈັດຕະວາ ບຸນລຽນ ສະອາດສີ ຫົວໜ້າກົມກວດກາ-ກວດການ ປກສ, ພົນຈັດຕະວາ ຈັນພອນເພັດ ຄໍາສີ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ, ພົນຈັດຕະວາ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ພົນຈັດຕະວາ ສົມຄິດ ດວງພະຈັນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ພົນຈັດຕະວາ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ແລະ ພົນຈັດຕະວາ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ.
ເລື່ອນຊັ້ນ ພັນໂທ ຂຶ້ນ ຊັ້ນ ພັນເອກ ຈຳນວນ 49 ສະຫາຍ, ຍິງ 4 ສະຫາຍ. ໃຫ້ກຽດປະດັບຊັ້ນ ພົນຕີ ແລະ ພົນຈັດຕະວາ ໂດຍ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ປະດັບຊັ້ນ ພັນເອກ ໂດຍ ພົນ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ.

ໂອກາດນີ້, ພົອ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດານາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ, ພ້ອມທັງມີຄຳເຫັນໂອ້ລົມໂດຍທ່ານໄດ້ກ່າວວ່າ: ການເລື່ອນຊັ້ນຄັ້ງນີ້ແມ່ນສະແດງເຖິງຜົນງານ, ຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານການນຳພາບັນຊາວຽກງານ, ຄວາມຮັບຜິດຊອບ, ຄວາມຮູ້ຄວາມສາມາດ, ຄວາມເຂັ້ມແຂງທີ່ບັນດາສະຫາຍສາມາດສ້າງໄດ້ຕະຫຼອດໄລຍະຜ່ານມາ, ເຊິ່ງໃນຕໍ່ໜ້າບັນດາສະຫາຍ ຈົ່ງເພີ່ມຄວາມເປັນແບບຢ່າງໃນທຸກດ້ານ, ສືບຕໍ່ນຳພາກຳລັງປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຍິ່ງຂຶ້ນໃຫ້ສົມຄູ່ກັບຊັ້ນ, ຕຳແໜ່ງທີ່ສູງເດັ່ນຂຶ້ນ.

Continue Reading

Previous: ກົມ 509 ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດ
Next: ພິທີປະກາດການເລື່ອກຊັ້ນ ໃຫ້ນາຍຕຳຫຼວດຂັ້ນສູງ ກະຊວງ ປ້ອງກັນຄວາມສະຫງົບ

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.