Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ເຈົ້າໜ້າທີ່ມອດໄຟ ສາມປະເທດ ຈັດສຳມະນາ ວ່າດ້ວຍການຮ່ວມມື ແລະ ແລກປ່ຽນປະສົບການ ວຽກງານສະກັດ-ຕ້ານອັກຄິໄພ ແລະ ກູ້ໄພ-ກູ້ຊີບ

ເຈົ້າໜ້າທີ່ມອດໄຟ ສາມປະເທດ ຈັດສຳມະນາ ວ່າດ້ວຍການຮ່ວມມື ແລະ ແລກປ່ຽນປະສົບການ ວຽກງານສະກັດ-ຕ້ານອັກຄິໄພ ແລະ ກູ້ໄພ-ກູ້ຊີບ

ກົມສື່ມວນຊົນ 28/03/2024
8a8647ac-42c4-4f36-8372-1c1b3a31b001 copy

ເຈົ້າໜ້າທີ່ສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ໄຟ-ກູ້ຊີບ ສາມປະເທດ ກຳປູເຈຍ, ລາວ, ຫວຽດນາມ ໄດ້ຈັດສຳມະນາ ວ່າດ້ວຍການຮ່ວມມື ແລະ ແລກປ່ຽນປະສົບການ ວຽກງານສະກັດ-ຕ້ານອັກຄິໄພ ແລະ ກູ້ໄພ-ກູ້ຊີບ ຢູ່ທີ່ນະຄອນດານັງ ສສ ຫວຽດ ນາມ ໃນວັນທີ 28 ມີນາ 2024; ເພື່ອເປັນການປຶກສາຫາລື ແລະ ການຮ່ວມມືຂອງສາມປະເທດ ໃນການສ້າງຄວາມອາດສາ ມາດການບັນເທົາທຸກຈາກໄພພິບັດ, ແລກປ່ຽນປາສົບການໃນການ ກູ້ໄພ-ກູ້ຊີບ ຈາກໄພພິບັດຕ່າງໆ.


ທ່ານ ພົນຕີ ຫງວຽນ ຕັວນ ແອັງ ຫົວໜ້າກົມຕຳຫຼວດສະກັດກັ້ນ-ຕ້ານອັກຄິໄພ ແລະ ຊ່ວຍເຫຼືອກູ້ຊີບ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ, ເຊິ່ງທ່ານໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ກຳລັງຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄິໄພ ກຳປູເຈຍ ແລະ ລາວ ທີ່ໄດ້ເຂົ້າຮ່ວມງານສຳມະນາໃນຄັ້ງນີ້; ເຊິ່ງມີຄວາມໝາຍ-ສຳ ຄັນຢ່າງຍິ່ງໃນການແລກປ່ຽນບົດຮຽນ ແລະ ການຮ່ວມມືຂອງສາມກຳລັງໃຫ້ນັບມື້ເເໜ້ນແຟ້ນຂຶ້ນໄປເລື້ອຍໆ.

ຈາກນັ້ນ, ຕາງໜ້າເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບ ທັງສາມປະເທດໄດ້ຜັດປ່ຽນກັນຂຶ້ນນຳສະເໜີກ່ຽວກັບບັນດາເຫດການທີ່ເກີດຂຶ້ນຢູ່ພາຍໃນປະເທດຂອງຕົນ ພ້ອມທັງວິທີການສະກັດກັ້ນ-ແກ້ໄຂໃນໄລຍະຜ່ານມາ ເພື່ອເປັນການແລກປ່ຽນປະສົບການ, ວິທີການ ແລະ ທິດທາງການຮ່ວມມືກັນໃນຕໍ່ໜ້າຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ທ່ານ ພັອ ວິລະພອນ ວົງຄຳມຸນຕີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ມີຄຳເຫັນວ່າ: ເຈົ້າໜ້າທີຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ສປປ ລາວ ມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມສຳມະນາແລກປ່ຽນບົດຮຽນກ່ຽວກັບວຽກງານສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບ; ທິດທາງການຮ່ວມມືໃນຕໍ່ໜ້າ ແລະ ກົນໄກການເຂົ້າຮ່ວມສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບ ເມື່ອມີເຫດການເກີດຂຶ້ນໃນເຂດຊາຍແດນຂອງສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ. ກອງປະຊຸມຄັ້ງນີ້ ແມ່ນໂອກາດອັນດີໃນການພົບ ປະແລກປ່ຽນທອດຖອນບົດຮຽນເຊິ່ງກັນແລະກັນກ່ຽວກັບວຽກງານສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບ, ເຊິ່ງເປັນອີກບາດກ້າວອັນສຳຄັນໃນການເພີ່ມທະວີຮັດແໜ້ນສາຍພົວພັນຂອງສາມປະເທດ (ກຳປູເຈຍ-ລາວ-ຫວຽດນາມ) ຍົກສູງລະດັບຄວາມຮູ້ຄວາມສາມາດຂອງເຈົ້າໜ້າທີ່ ແລະ ລວມເຖິງທັກສະຕ່າງໆໃນການຈັດຕັ້ງປະຕິບັດພາລະກິດການມອດໄຟ ແລະ ກູ້ໄພ-ກູ້ຊີບ ຈາກອາຄານຖະຫຼົ່ມ, ນ້ຳຖ້ວມ, ຈາກການຂຸດຄົ້ນແຮ່ທາດ ແລະ ຈາກສານເຄມີທີ່ອັນຕະລາຍ ເພື່ອໃຫ້ສາມາດແກ້ໄຂບັນຫາໄດ້ທັນເວລາ ແລະ ທັງເປັນການກຽມຄວາມພ້ອມໃນການຮັບມືໄພພິບັດດັ່ງກ່າວໄດ້ເປັນຢ່າງດີໃນອານາຄົດ.

ຂ່າວ-ພາບ: ພັຕ ຄຳແສງ

Continue Reading

Previous: ກອງເລຂາ ສາມກະຊວງ ຈັດກອງປະຊຸມກຽມຄວາມພ້ອມໃຫ້ແກ່ກອງປະຊຸມປະຈຳປີ ລັດຖະມົນຕີປ້ອງກັນຄວາມສະຫງົບ, ພາຍໃນ, ກຳປູເຈຍ-ລາວ-ຫວຽດນາມ
Next: ພົອ ວິໄລ ຫຼ້າຄຳຟອງ ເດີນທາງເຂົ້າຮ່ວມກອງປະຊຸມປະຈຳປີລັດຖະມົນຕີກະຊວງ ປກສ 3 ປະເທດ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.