Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ສະຫຼຸບຜົນສຳ ເລັດການເຂົ້າຮ່ວມແຂ່ງຂັນມະຫາກຳກິລາ ມະຫາວິທະຍາໄລລາວ

ສະຫຼຸບຜົນສຳ ເລັດການເຂົ້າຮ່ວມແຂ່ງຂັນມະຫາກຳກິລາ ມະຫາວິທະຍາໄລລາວ

ກົມສື່ມວນຊົນ 05/11/2024
465270623_1099704232158834_5847046583384865001_n copy

ໃນວັນທີ 30 ຕຸລາ 2024 ຜ່ານມານີ້ວິທະຍາຄານ ສັນຕິບານປະຊາຊົນ (ວສປ) ໄດ້ຈັດພິທີສະຫຼຸບຜົນສຳ ເລັດການເຂົ້າຮ່ວມແຂ່ງຂັນມະຫາກຳກິລາມະຫາວິທະຍາໄລລາວ ຄັ້ງທີ II ຢູ່ມະຫາວິທະຍາໄລແຫ່ງຊາດໃນລະຫວ່າງວັນທີ 5-14 ພຶດ ສະພາ 2024 ຜ່ານມາ, ໂດຍການເຂົ້າຮ່ວມຂອງ ພົຕ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະ ຫງົບ, ພັອ ປອ ບຸນຊະນະ ສິມມາລາວົງ ຫົວໜ້າອໍານວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອໍານວຍການທີ່ມາຈາກກົມໃຫຍ່ການເມືອງ, ຫ້ອງວ່າການກະຊວງ, ບັນດາກົມກອງອ້ອມຂ້າງກະຊວງ, ພະນັກງານ, ຄູ-ອາຈານ, ຄະນະຮັບຜິດຊອບ, ຄູຝຶກ, ນັກກິລາ ແລະ ນັກສຶກສາເຂົ້າຮ່ວມ.

ໃນພິທີ, ພັອ ປອ ສີພອນພັນທະວົງ ຮອງຫົວໜ້າອໍານວຍການ ວສປ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມ ໄດ້ຂຶ້ນຜ່ານບົດສະຫຼຸບຜົນການເຂົ້າຮ່ວມງານມະຫາກຳກິລາມະຫາວິທະຍາໄລລາວ ຄັ້ງທີ II ທ່ານໄດ້ກ່າວວ່າ: ພາຍຫຼັງໄດ້ຮັບການອະນຸມັດຈາກຂັ້ນເທິງທາງຄະນະຮັບຜິດຊອບ ໄດ້ຄົ້ນຄວ້າຜັນຂະຫຍາຍແຜນວຽກທີ່ວສປ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດ ຊອບຊີ້ນໍາລວມ, ອະນຸກຳມະການຕ່າງໆ, ຄູຝຶກ ແລະນັກກິລາ ທັງໝົດ 157 ສະຫາຍ, ທີ່ມາຈາກກົມກອງທ້ອງຖິ່ນ. ໃນນີ້, ກໍາລັງປ້ອງກັນຄວາມສະຫງົບ 29 ສະຫາຍ, ຄັດມາຈາກກິລາເທຄວນໂດ 11 ສະຫາຍ ຍິງ 6 ສະ ຫາຍ; ຈາກກິລາເປຕັງ 1 ສະຫາຍແລະ ໄດ້ເຂົ້າສູນຝຶກຊ້ອມຫັດແອບເປັນປົກກະຕິ ເຊິ່ງການຝຶກຊ້ອມກິລາແຕ່ລະປະເພດແມ່ນໄດ້ເລີ່ມແຕ່ວັນທີ 30 ເມສາ 2024 ເປັນຕົ້ນມາໄດ້ກໍານົດເອົາສະໜາມກິລາຂອງ ວສປ ເປັນສະຖານທີ່ຝຶກຊ້ອມ. ຜ່ານການລົງຕິດຕາມ, ໃກ້ຊິດຕິດແທດເຫັນໄດ້ວ່າ: ຄູຝຶກ ແລະ ນັກກິລາ ໄດ້ເອົາໃຈໃສ່ໃນການຝຶກຊ້ອມ, ຫັດແອບ, ທົດ ສອບຄວາມແຂງແຮງ, ຄວາມໄວ, ເຕັກນິກຍຸດທະວິທີຢູ່ພາຍໃນທີມ, ບາງປະເພດກໍໄດ້ທົດສອບຕົວຈິງກັບທີມພາຍນອກ ເພື່ອຊອກປະສົບການ ແລະ ສ້າງຄວາມລຶ້ງເຄີຍໃນການແຂ່ງຂັນກິລາແຕ່ລະປະເພດ; ພ້ອມທັງຄົ້ນຄວ້າຄັດເລືອກເອົາ 8 ປະເພດກິລາເຂົ້າຮ່ວມແຂ່ງຂັນຄື: ກິລາບານເຕະ, ບານສົ່ງຊາຍ-ຍິງ, ກິລາມວຍເທຄວັນໂດ, ເປຕັງ, ແລ່ນ-ລານ, ອີສະປອດ ແລະ ກິລາມວຍຢູໂດ.

ສຳລັບນັກກິລາ ວສປ ສາມາດຊີງໄຊ ໄດ້ທັງໝົດ 27 ຫຼຽນ. ໃນນີ້, ໄດ້ 11 ຫຼຽນຄຳ, 7 ຫຼຽນເງິນ ແລະ 9 ຫຼຽນທອງ. ທັງນີ້, ເພື່ອເປັນການຍ້ອງຍໍສັນລະເສີນຜົນງານ ແລະ ຈາລຶກຄຸນງາມຄວາມດີຂອງຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາທີ່ຍາດໄດ້ຫຼຽນລາງວັນປະເພດຕ່າງໆ, ກະຊວງປ້ອງກັນຄວາມສະຫງົບ, ກົມໃຫຍ່ເມືອງ ປກສ ແລະ ວິທະຍາຄານສັນຕິບານປະຊາຊົນຈຶ່ງໄດ້ຕົກລົງມອບໃບຍ້ອງຍໍ ຂັ້ນກະຊວງປ້ອງກັນຄວາມສະຫງົບ ໃຫ້ຄະນະຊີ້ນຳ, ອະນຸກຳມະການ ແລະ ນັກກິລາທີ່ມີຜົນງານຍາດໄດ້ລາງວັນທີໜຶ່ງ (ຫຼຽນຄຳ) ໃນການເຂົ້າຮ່ວມແຂ່ງຂັນກິລາມະຫາວິທະຍາໄລລາວ ຄັ້ງທີ II ຈຳນວນ 31 ສະຫາຍ, ຍິງ 7 ສະຫາຍ, ມອບໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈຳນວນ 23 ສະຫາຍ, ຍິງ 3 ສະ ຫາຍ, ມອບໃບຍ້ອງຍໍຂັ້ນວສປ ຈຳນວນ 18 ສະຫາຍ, ຍິງ 5 ສະຫາຍ, ມອບໃບຊົມເຊີຍຂັ້ນວສປ ຈຳນວນ 82 ສະຫາຍ ຍິງ 23 ສະຫາຍ. ເພື່ອເປັນການຊຸກຍູ້ໃຫ້ກຳລັງໃຈ, ສ້າງແຮງຈູງໃຈໃຫ້ຄູຝຶກ ແລະ ນັກກິລາທຸກສະຫາຍເພື່ອສືບຕໍ່ຝຶກຊ້ອມ ແລະ ເຂົ້າຮ່ວມແຂ່ງຂັນໃນຕໍ່ໜ້າໃຫ້ໄດ້ຮັບໄຊຊະນະຍິ່ງໃຫຍ່ກວ່າເກົ່າ.

Continue Reading

Previous: ສອງພາກສ່ວນ ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຕ້ານການຟອກເງິນ
Next: ນາຍ ແລະ ພົນຕໍາຫຼວດ ຫ້ອງວ່າການ ປກສ ຮ່ວມກັນບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.