Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ນາຍ ແລະ ພົນຕໍາຫຼວດ ຫ້ອງວ່າການ ປກສ ຮ່ວມກັນບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ນາຍ ແລະ ພົນຕໍາຫຼວດ ຫ້ອງວ່າການ ປກສ ຮ່ວມກັນບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ກົມສື່ມວນຊົນ 05/11/2024
465067287_1098883952240862_7509285013959358752_n copy

ວັນທີ 31 ຕຸລາ 2024, ທີ່ຜ່ານມານີ້້, ຫ້ອງວ່າການກະຊວງ ປກສ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ ໄດ້ຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວນສັງຄົມ, ໂດຍມີ ພົຈວ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ທ່ານ ນ ຄໍາບູ່ ແສງສຸວັນ ຮອງພະ ແນກກວດວິເຄາະເລືອດ ສະຖາບັນເລືອດແຫ່ງຊາດ, ມີບັນດາຄະນະພັກກົມເສນາຮັກ, ຄະນະພັກ-ຄະນະບັນຊາ, ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດພາຍໃນຫ້ອງວ່າການເຂົ້າຮ່ວມ.

ພົຈວ ອານຸເດດ ຄູນຄໍາ ກ່າວວ່າ: ຈຸດປະສົງໃນການບໍລິຈາກເລືອດໃນຄັ້ງນີ້, ເພື່ອເປັນການສ້າງຂະບວນການ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ, ຂອງຊາດເວົ້າລວມເວົ້າສະເພາະເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກຫ້ອງວ່າການກະຊວງ ແລະ ວັນສ້າງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ທີ່ຈະມາເຖິງນີ້, ນອກນັ້ນ, ຍັງເປັນການບໍລິຈາກເລືອດເພື່ອຊ່ວຍເພື່ອນມະນຸດດ້ວຍກັນທີ່ກໍາລັງນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ໃນທົ່ວປະເທດ ພາຍໃຕ້ຄໍາຂວັນທີ່ວ່າ: ໃຫ້ເລືອດໃຫ້ຊີວິດ.

ໃນໂອກາດດັ່ງກ່າວ: ທ່ານ ນ ຄໍາບູ່ ແສງສຸວັນ ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນ ໃນການບໍລິຈາກເລືອດ ເຊິ່ງການຈັດກິດຈະກຳການບໍລິຈາກເລືອດຄັ້ງນີ້ ກໍແມ່ນວຽກງານມະນຸດສະທຳໜຶ່ງທີ່ສັງຄົມໃຫ້ຄວາມສໍາຄັນ ເພາະວ່າຄວາມຕ້ອງການເລືອດ ເພື່ອໃຊ້ເຂົ້າໃນການປິ່ນປົວຄົນເຈັບໃນແຕ່ລະມື້ແມ່ນນັບມື້ສູງຂຶ້ນ ໂດຍສະເພາະແມ່ນເອື້ອຍ-ນ້ອງແມ່ຍິງ ແລະ ເດັກນ້ອຍ, ເຊິ່ງມີອັດຕາສ່ວນການໃສ່ເລືອດຫຼາຍກວ່າໝູ່ຍ້ອນຫຼາຍສາເຫດ ເຊັ່ນ: ການເກີດລູກຜິດປົກກະຕິເສຍເລືອດຫຼາຍ, ພະຍາດຂາດເລືອດຊໍາເຮື້ອ ແລະ ການຜ່າຕັດອື່ນໆ.

ສະນັ້ນ, ຂໍຮຽກຮ້ອງມາຍັງບັນດານາຍ ແລະ ພົນຕໍາຫຼວດ ຜູ້ທີ່ເຄີຍບໍລິຈາກມາແລ້ວ ຈົ່ງເຊີດຊູບົດບາດໃນການສົ່ງເສີມການບໍລິຈາກເລືອດແບບປອດໄພ, ເປັນແບບຢ່າງທີ່ດີໃນການສືບຕໍ່ບໍລິຈາກເລືອດຢ່າງຕໍ່ເນື່ອງສະໝໍ່າສະເໝີ, ທັງເປັນຜູ້ປຸກລະດົມຂົນຂວາຍຄົນອື່ນໃຫ້ມາເຂົ້າຮ່ວມບໍລິຈາກເລືອດໃຫ້ຫຼາຍຂຶ້ນ.

Continue Reading

Previous: ສະຫຼຸບຜົນສຳ ເລັດການເຂົ້າຮ່ວມແຂ່ງຂັນມະຫາກຳກິລາ ມະຫາວິທະຍາໄລລາວ
Next: ນະຄອນຫຼວງວຽງຈັນ ຈູດທຳລາຍຢາເສບຕິດ ປະຈຳປີ 2024

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.