Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ສອງພາກສ່ວນ ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຕ້ານການຟອກເງິນ

ສອງພາກສ່ວນ ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຕ້ານການຟອກເງິນ

ກົມສື່ມວນຊົນ 05/11/2024
465458384_1101371008658823_1934383798430379913_n copy

ວັນທີ 4 ພະຈິກ 2024, ກົມພາສີ ກະຊວງການເງິນ ຮ່ວມກັບ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ສະກັດກັ້ນການສະໜອງທຶນໃຫ້ແກ່ການຕ້ານກໍ່ການຮ້າຍ, ໂດຍການລົງນາມຂອງ ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວ ໜ້າກົມພາສີ, ກະຊວງການເງິນ ແລະ ທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພະແນກການກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ພູເຂົາຄຳ ວັນນະວົງໄຊ ໄດ້ມີຄຳເຫັນວ່າ: ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເປັນຂີດໝາຍອັນສໍາຄັນໃນຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອຕ້ານການຟອກເງິນ ແລະ ສະກັດກັ້ນການສະໜອງເງິນຈາກການກໍ່ການຮ້າຍຢູ່ໃນ ສປປ ລາວ, ເຊິ່ງອົງການພາສີໂລກ ແລະ ອົງການຕ້ານການຟອກເງິນສາກົນໄດ້ແນະນໍາໃຫ້ລັດຖະການພາສີ ຕ້ອງມີບົດບັນທຶກຄວາມເຂົ້າໃຈຮ່ວມກັບອົງການຕໍາຫຼວດ ເພື່ອຊ່ວຍກັນແກ້ໄຂບັນຫາອາຊະຍາກຳທີ່ຊັບຊ້ອນລວມທັງການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ສິ່ງທ້າທາຍທີ່ເກີດຈາກການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍບໍ່ແມ່ນພຽງການກະທໍາຜິດດ້ານການເງິນຢ່າງດຽວ, ມັນເປັນໄພຂົ່ມຂູ່ທີ່ທຳລາຍຄວາມໝັ້ນຄົງແຫ່ງຊາດ, ຄວາມໝັ້ນຄົງທາງເສດຖະກິດ ແລະ ຄວາມຜາສຸກຂອງປະເທດເຮົາ, ເຊິ່ງຮ່ວມມືລະຫວ່າງເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ຕໍາຫຼວດ ແມ່ນມີຄວາມຈຳເປັນ ແລະ ສໍາຄັນຫຼາຍ.

ບົດບັນທຶກຄວາມເຂົ້າໃຈ ນີ້ເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ພາສີ ແລະເຈົ້າໜ້າທີ່ຕຳຫຼວດ ເພື່ອມີກົນໄກ ແລະ ວິທີການເປັນເອກະພາບໃນການແກ້ໄຂບັນຫາເຫຼົ່ານີ້. ລວມທັງການແບ່ງປັນຂໍ້ມູນ-ຂ່າວສານທີ່ຈຳເປັນ ແລະ ປະຕິບັດການປະສານງານ ເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານີ້.

Continue Reading

Previous: ສະຫຼຸບຜົນສໍາເລັດການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45
Next: ສະຫຼຸບຜົນສຳ ເລັດການເຂົ້າຮ່ວມແຂ່ງຂັນມະຫາກຳກິລາ ມະຫາວິທະຍາໄລລາວ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.