Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ອີຢູ ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເພື່ອສົ່ງເສີມການຮ່ວມມືສອງຝ່າຍໃຫ້ມີບາດກ້າວໃໝ່

ອີຢູ ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເພື່ອສົ່ງເສີມການຮ່ວມມືສອງຝ່າຍໃຫ້ມີບາດກ້າວໃໝ່

ກົມສື່ມວນຊົນ 15/10/2024
462730750_520236767569321_4337804992697769109_n copy

ໃນວັນທີ 11 ຕຸລານີ້ ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຊາກ ມີແຊນ (H.E. Charles MICHEL) ປະທານສະພາມົນຕີເອີຣົບ (ອີຢູ) ໃນວັນທີ 11 ຕຸລານີ້ ທີ່ທໍານຽບປະທານປະເທດ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 19 ທີ່ ສປປ ລາວ ເປັນເຈົ້າພາບຢູ່ນະຄອນຫຼວງວຽງຈັ ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາເຂົ້າຮ່ວມກອງປະຊຸມ ແລະ ເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຊື່ງຈະເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາຍາວນານລະຫວ່າງ ສປປ ລາວ ແລະ ອີຢູ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງໃນປີ 2025 ນີ້ ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງ ການທູດ ລະຫວ່າງ ສປປ ລາວ ແລະ ອີຢູ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ- ອີຢູ ຕະຫຼອດໄລຍະຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ໂດຍມີການແລກປ່ຽນການຢ້ຽມຢາມນໍາກັນຢ່າງເປັນປົກກະຕິໃນຫຼາຍລະດັບ ແລະ ມີການສະໜັບ ສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ. ພ້ອມທັງ, ໄດ້ຮ່ວມມືກັນໃນຫຼາຍຂົງເຂດວຽກງານ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວ ກັບການຮ່ວມມືອາຊຽນ-ອີຢູ ແລະ ສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ທ່ານ ປະທານປະເທດ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບແນວທາງນະໂຍບາຍຂອງ ສປປ ລາວ ໃນການພັດທະນາເສດ ຖະກິດ-ສັງຄົມ ໂດຍສະເພາະແມ່ນການສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ, ຊຶ່ງຊຸກຍູ້ໃຫ້ ອີຢູ ສືບຕໍ່ສະໜັບສະໜູນ ສປປ ລາວ ໃນວຽກງານດັ່ງກ່າວ. ພ້ອມດຽວກັນນີ້, ກໍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ອີຢູ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນຂະນະດຽວກັນ, ທ່ານ ຊາກ ມີແຊນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າເພື່ອສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃຫ້ມີບາດກ້າວໃໝ່ພ້ອມທັງໄດ້ຊົມເຊີຍການເປັນປະທານອາຊຽນ ຂອງ ສປປ ລາວ ໃນຄັ້ງນີ້ ແລະ ອວຍພອນໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

Continue Reading

Previous: ຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາ ອາແຊັກ
Next: ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຖະແຫຼງຂ່າວຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 11 ຕຸລາ 2024 ທີ່ ຫໍປະຊຸມແຫ່ງ ຊາດ, ນະຄອນຫຼວງວຽງຈັນ

ຂ່າວອື່ນໆທີ່ກ່ຽວຂ້ອງ

463113143_522872897305708_3839775397144490199_n copy

ສໍາເລັດການຮັບປະກັນດ້ານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45

ກົມສື່ມວນຊົນ 16/10/2024
463123851_521429660783365_4440303747263003550_n copy

ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ກົມສື່ມວນຊົນ 15/10/2024
462933549_520816174178047_5066129940112211692_n copy

ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກົມສື່ມວນຊົນ 15/10/2024

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.