Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມໃຫຍ່ ຄັ້ງທີ I ຄະນະພັກຮາກຖານ ກອງພັນ 122

ກອງປະຊຸມໃຫຍ່ ຄັ້ງທີ I ຄະນະພັກຮາກຖານ ກອງພັນ 122

ກົມສື່ມວນຊົນ 02/10/2024
461758072_1073707384758519_1124824389182071567_n copy

ໃນວັນທີ 1 ຕຸລາ 2024, ຄະນະພັກຮາກຖານ ກອງພັນ 122 ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົຈວ ສົມພົງ ຂໍາວິລຸນ ຄະນະພັກກະຊວງ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີສະຫາຍເລຂາ-ຮອງເລຂາ, ສະມາຊິພັກສົມບູນ-ສໍາຮອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ສະຫາຍ ພັທ ຄໍາແພງ ແສງບຸນທັນ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າກອງພັນ 122 ກ່າວວ່າ: ໃນຊຸມປີຜ່ານມາ, ຄະນະພັກຮາກຖານ ໄດ້ປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ ໂດຍສະເພາະ ວຽກງານການເມືອງ-ນໍາພາແນວຄິດ, ແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ ເພື່ອເຮັດໃຫ້ການຈັດຕັ້ງພັກມີຄວາມເຂັ້ມແຂງ, ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ, ເອົາໃຈໃສ່ກໍ່ສ້າງສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ມີຄວາມຮູ້ຄວາມສາມາດ ເຮັດໜ້າທີ່ວຽກງານຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ, ໄດ້ຕັ້ງໜ້າປັບປຸງການຈັດຕັ້ງພັກ ຕິດພັນກັບຂະບວນການສ້າງບັນດາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໝ້ນ, ປັບປຸງແບບແຜນວິທີເຮັດວຽກຂອງແຕ່ລະໜ່ວຍພັກ, ສະມາຊິກພັກ, ເຊິ່ງສາມາດຂະຫຍາຍມະຫາຊົນກ້າວໜ້າ ເຂົ້າຮຽນສະໜັບສະໜູນພັກ, ມະຫາຊົນກ້າວໜ້າເຂົ້າພັກ 34 ສະຫາຍ, ມີສະມາຊິກພັກຍົກຍ້າຍມາຈາກກອງພັນອ້ອມຂ້າງ 9 ສະຫາຍ ແລະ ຍົກຍ້າຍໄປປະຈຳການຢູ່ກົມກອງອື່ນ 7 ສະຫາຍ. ພ້ອມນັ້ນ, ໄດ້ເອົາໃຈໃສ່ກໍ່ສ້າງພະນັກງານຫຼັກແຫຼ່ງ, ພະນັກງານສືບທອດປ່ຽນແທນ ຕາມທິດຊີ້ນຳຂອງຂັ້ນເທິງ. ໃນນີ້, ໄດ້ນໍາສະເໜີຂັ້ນເທິງບັນຈຸສັບຊ້ອນນາຍຕຳຫຼວດ ຂັ້ນນໍາພາບັນຊາ ເຂົ້າຕຳແໜ່ງຂັ້ນຕ່າງໆ ໄດ້ 23 ສະຫາຍ.

ຄຽງຄູ່ດຽວກັນ, ກໍໄດ້ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານວິຊາສະເພາະ ເປັນເສນາທິການໃຫ້ ກອງບັນຊາການປ້ອງກັນສູນກາງ, ສະມາຊິກພັກ, ມະຫາຊົນແຕ່ລະສະຫາຍ ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຈັດຕັ້ງປະຕິບັດແຜນການ, ແຜນບັນຈຸກຳລັງ, ພາຫະນະ, ອຸປະກອນເຄື່ອງເອເລັກໂຕຼນິກປ້ອງກັນການນໍາພັກ-ລັດ, ຄະນະຜູ້ແທນຂັ້ນສູງຕ່າງປະເທດ, ກອງປະຊຸມລະດັບຊາດ-ສາກົນ, ງານບຸນສໍາຄັນປະເພນີຕ່າງໆ ຕາມການມອບໝາຍສາມາດຮັບປະກັນຄວາສະຫງົບປອດໄພຮອບດ້ານ, ປ້ອງກັນຄະນະຜູ້ແທນຂັ້ນສູງຕ່າງປະເທດ 129 ຄັ້ງ824ແຮງ ງານ, ຄະນະຜູ້ແທນລະດັບປະມຸກລັດ 7 ຄັ້ງ 144 ແຮງງານ, ປ້ອງກັນຄຸມແຫ່ 93 ຄັ້ງ 297 ແຮງງານ, ປ້ອງກັນເຄມີ-ທາດແຕກ 684 ຄັ້ງ 4.351 ແຮງງານ.ໃນຕໍ່ໜ້າ,ຄະ ນະພັກຮາກຖານ ກອງພັນ 122 ຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ, ມະຫາຊົນ ໃຫ້ມີແນວຄິດການເມືອງໜັກແໜ້ນ, ຈໍາແນກມິດສັດຕູຢ່າງຈະເເຈ້ງ, ຕ້ານແນວຄິດຫຍໍ້ທໍ້ ແລະ ການເຄື່ອນ ໄຫວຜິດຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ລະບຽບຂອງກໍາລັງ ທີ່ຈະສ້າງຜົນເສຍຫາຍໃຫ້ແກ່ກົມກອງຂອງຕົນ, ນໍາພາ-ຊີ້ນໍາສະມາຊິກພັກ, ມະຫາຊົນທຸກຄົນເອົາໃຈໃສ່ປະຕິບັດພາລະບົດບາດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບການມອບ ໝາຍຈາກການຈັດຕັ້ງ ໃຫ້ສຳເລັດຜົນຕາມຄາດໝາຍທີ່ວາງໄວ້.

ກອງປະຊຸມ, ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະພັກຮາກຖານ ຊຸດໃໝ່ ເຊິ່ງມີຜູ້ລົງສະໝາກ ຈໍານວນ 7 ສະຫາຍ ເລືອກເອົາ 5 ສະຫາຍ ຄື: ສະຫາຍ ພັທ ຄໍາແພງແສງບຸນທັນ ເປັນເລຂາ, ສະຫາຍ ພັທ ຄໍາພູວົງ ບຸດຕະວົງ ເປັນຮອງເລຂາ, ສະຫາຍ ພັທ ສຸກສະໄໝ ສີຫາລາດ ເປັນປະທານກວດກາ ແລະ ອີກ 2 ສະຫາຍ ເປັນຄະນະ.

Continue Reading

Previous: ວິທະຍາຄານການເມືອງ ປກສ ປະກາດປັບປຸງການຈັດຕັ້ງ
Next: ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຊີ້ນຳວຽກງານຢູ່ກຸ່ມສີວິໄລ

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.