Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມ ວິສາມັນຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ

ກອງປະຊຸມ ວິສາມັນຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ

ກົມສື່ມວນຊົນ 25/09/2024
DSC_3888 copy

ກອງປະຊຸມວິສາມັນຄົບຄະນະຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ໂດຍມີ ສະຫາຍ ພົຕ ປອ ສຸວັນນີ ສີສຸພາບມີໄຊ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ການເມືອງ ປກສ, ສະຫາຍ ພັອ ສີສົມບັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ຫົວໜ້າຫ້ອງຊາວໜຸ່ມ ກະຊວງ ປກສ, ມີຄະນະປະຈໍາ, ຄະນະບໍລິຫານງານຊາວໜຸ່ມ, ຄະນະໜ່ວຍຊາວໜຸ່ມຮາກຖານ 17 ກົມກອງອ້ອມຂ້າງ ພ້ອມດ້ວຍບັນດາຫົວໜ້າ-ຮອງພະແນກ ຫ້ອງຊາວໜຸ່ມ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ພັທ ບຸນທັນ ຟອງປະດິດ ຮອງຫົວໜ້າຫ້ອງຊາວໜຸ່ມກະຊວງ ປກສ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາໄຕມາດ III ແລະ ທິດທາງແຜນການປະຈໍາໄຕມາດ IV ໃຫ້ຮູ້ວ່າ: ຜ່ານມາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມດ້ວຍວິທີການນໍາເອົາພື້ນຖານແນວຄິດທິດສະດີມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄໍາສັ່ງຂອງພັກ-ລັດທີ່ໄດ້ກຳນົດອອກໃນແຕ່ລະໄລຍະມາເຜີຍແຜ່ເຮັດໃຫ້ສະມາຊິກຊາວໜຸ່ມຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດຕໍ່ປະຊາຊົນ, ມີສະຕິຕໍ່ການຈັດຕັ້ງ ແລະ ມີລະບຽບວິໄນເຂັ້ມງວດ.

ໃນໄລຍະ 3 ເດືອນທີ່ຜ່ານມາ, ຫ້ອງຊາວໜຸ່ມກະຊວງ ປກສ ໄດ້ຕ້ອນຮັບຄະນະກວດກາຂອງສູນກາງຊາວໜຸ່ມປະຊາຊົນ ປະ ຕິວັດລາວ (ສຊປລ) ລົງມາພົບປະ, ຊຸກຍູ້ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ, ເຊິ່ງມີສູນກາງ ຊປປລ, ຄະນະຊາວໜຸ່ມ 17 ກົມກອງອ້ອມຂ້າງ ກະຊວງ ແລະ ຂັ້ນພະແນກຂອງຫ້ອງການຊາວໜຸ່ມເຂົ້າຮ່ວມ 30 ສະຫາຍ ຍິງ 7 ສະຫາຍ, ເຂົ້າຮ່ວມກອງປະຊຸມປຶກສາຫາລືວ່າດ້ວຍການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ (ບັນຫາຢາເສບຕິດ) ຂອງສູນກາງ ສຊປລ ຈັດຂຶ້ນ, ເຂົ້າຮ່ວມກອງປະຊຸມກ່ຽວກັບການປ້ອງກັນແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກນ້ອຍ ແລະ ການຕ້ານການຄ້າມະນຸດຂອງສະຫະພັນແມ່ຍິງລາວຈັດຂຶ້ນ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄວໜຸ່ມສາກົນ ປະຈໍາປີ 2024 ພາຍໃຕ້ຫົວຂໍ້ “ເລີ່ມຈາກຄົ້ນຫາສູ່ຄວາມກ້າວໜ້າເສັ້ນທາງດິຈິຕອນຂອງຊາວ ໜຸ່ມເພື່ອການພັດທະນາທີ່ຢືນຢົງ” ຂອງສູນກາງ ສຊປລ ຈັດຂຶ້ນ, ແຈ້ງການເຖິງບັນດາກົມກອງອ້ອມຂ້າງກະຊວງ ປກສ ລະດົມທືນຊ່ວຍເຫຼືອຜູ້ທີ່ຖືກອຸທົກກະໄພພິບັດທາງທຳມະຊາດ ປະຈຳປີ 2024, ຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ແມ່ນໄດ້ລົງໄປມອບນໍ້າດື່ມ 100 ແກັດ ລວມມູນຄ່າ 4.000.000 ກີບ ເພື່ອຊ່ວຍເຫຼືອຜູ້ທີ່ຖືກອຸທົກກະໄພພິບັດທາງທໍາມະຊາດຕາມຂອບເຂດລຽບແມ່ນໍ້າຂອງ ຈໍານວນ 2 ຈຸດຄື: ບ້ານເກົ້າລ້ຽວ ແລະ ຢູ່ ຫຼັກ 4.

ຈາກນັ້ນໃນພິທີ, ຍັງໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ເລກທີ 230/ຄພປກສ ວ່າດ້ວຍການອະນຸມັດແຕ່ງຕັ້ງເລຂາ, ຮອງເລຂາ, ຄະນະກວດກາ ແລະ ຄະນະປະຈໍາເພີ່ມເຕີມຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ. ໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັອ ສີສົມບັດ ໄຊປັນຍາ ເປັນເລຂາ, ສະຫາຍ ພັທ ບຸນທັນ ຟອງປະດິດ ເປັນຮອງເລຂາ ຄະນະປະຈໍາເພີ່ມ, ສະຫາຍ ພັທ ໂອລົດ ຫຼວງໄຊ ເປັນຮອງເລຂາ ປະທານກວດກາ ຄະນະປະຈໍາເພີ່ມ, ສະຫາຍ ຮອ ວຽງວິໄລ ມີໄຊ ເປັນຮອງປະທານກວດກາ.

Continue Reading

Previous: ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ
Next: ກະຊວງ ປກສ ຜ່ານແຜນປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.