Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກະຊວງ ປກສ ຜ່ານແຜນປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

ກະຊວງ ປກສ ຜ່ານແຜນປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

ກົມສື່ມວນຊົນ 26/09/2024
461294594_1068666511929273_1264738795625198491_n copy

ວັນທີ 25 ກັນຍາ 2024, ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມຜ່ານແຜນປ້ອງ ກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ພາຍໃຕ້ການເປັນປະທານຂອງ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ, ຜູ້ຊີ້ນຳວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45; ມີຮອງລັດຖະມົນຕີ, ຫົວໜ້າຫ້ອງວ່າການກະຊວງ, ກົມໃຫຍ່, 3 ກອງບັນຊາການ, 3 ວິທະຍາຄານປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະບັນຊາ-ພະ ນັກງານຫຼັກແຫຼ່ງ ກົມກອງວິຊາສະເພາະອ້ອມຂ້າງກະຊວງ, ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງ ທົ່ວປະເທດ ເຂົ້າຮ່ວມ.

ພົຈວ ເຄນ ທະວີໄຊ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້, ກໍເພື່ອເປັນການກະກຽມຄວາມພ້ອມຮອບດ້ານໃນກຳລັງປ້ອງກັນຄວາມສະ ຫງົບ ແລະ ສຸມໃສ່ປຸກລະດົມຂົນຂວາຍປະຊາຊົນໃຫ້ມີສ່ວນຮ່ວມເຮັດໃຫ້ວຽກງານ ປກຊ-ປກສ ເປັນພັນທະ ແລະ ໜ້າທີ່ຂອງໝົດທຸກຄົນໃນຊາດ; ແນໃສ່ຮັບປະກັນໃຫ້ການກະ ກຽມ ແລະ ດຳເນີນການປ້ອງກັນໃນຂອບເຂດທົ່ວປະເທດ ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເວົ້າລວມ, ເວົ້າສະເພາະ ຮັບປະກັນໃຫ້ແກ່ການປ້ອງກັນກອງປະ ຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2024 ໃຫ້ມີຄວາມປອດໄພສູງສຸດ ເພື່ອຢັ້ງຢືນເຖິງຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮ້ອຍຮ້ອຍທາງສັງຄົມ.

ໃນໂອກາດດຽວກັນນີ້, ພົທ ກົງທອງ ພົງວິຈິດ ຍັງໄດ້ໃຫ້ທິດຊີ້ນຳ; ພ້ອມທັງເນັ້ນໜັກໃຫ້ຄະນະນໍາພາ-ບັນຊາທຸກຂັ້ນໃນກຳລັງ ປກສ ໃຫ້ຖືເອົາວຽກງານປ້ອງກັນຄວາມສະຫງົບໃນແຕ່ລະຄັ້ງເປັນບັ້ນຮົບໜຶ່ງຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ນໍາເອົາຜົນສໍາເລັດ, ຈຸດດີ, ຈຸດອ່ອນໃນທຸກບັ້ນປ້ອງກັນ ມາເປັນບົດຮຽນໃນການຍົກລະດັບການເມືອງແນວຄິດ-ການຈັດຕັ້ງບັນຊາ ແລະ ວຽກງານວິຊາສະເພາະໃນທົ່ວກໍາລັງປ້ອງກັນຄວາມສະ ຫງົບ ໃຫ້ສູງຂຶ້ນເທື່ອລະກ້າວ. ເພື່ອພ້ອມກັນເຮັດໜ້າທີ່ປ້ອງກັນໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2024 ມີຄວາມສະຫງົບ-ປອດໄພ ຮ້ອຍສ່ວນຮ້ອຍ.

Continue Reading

Previous: ກອງປະຊຸມ ວິສາມັນຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ
Next: ແມ່ຍິງກົມໃຫຍ່ການເມືອງ ປກສ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.