Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ກົມສື່ມວນຊົນ 25/09/2024
460809120_1064301975699060_4076928935624150201_n copy

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ ( ສ.ເກົາຫຼີ ), ເຊິ່ງນຳໂດຍ ທ່ານ ນາງ ຢູ ຮັນ ສຸກ ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາ ລະນະລັດເກົາຫຼີ ມີຕາງໜ້າຈາກກອງບັນຊາການຕຳຫຼວດແຂວງ ຊຸງ ຊອງ ແລະ ຕຳຫຼວດແຂວງ ຊຸງ ນໍາ ພ້ອມຄະນະ ໃນໂອກາດທີ່ເດີນທາງມາມອບ ພາຫະນະ ແລະ ເຄື່ອງຮັບໃຊ້ວຽກງານວິຊາສະເພາະ ໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ເພື່ອນໍາໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນຕົ້ນເດືອນ ຕຸລາ ປີ 2024; ເຊິ່ງປະກອບມີ: ລົດເກັງ 20 ຄັນ, ລົດຈັກເປີດທາງ 5 ຄັນ ແລະ ຄ້ອນໄຟຟ້າ 100 ອັນ ລວມມູນຄ່າ 661.200 ໂດລາສາຫະລັດ.

ພົອ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ການໄດ້ຮັບເຄື່ອງໃນຄັ້ງນີ້ ແມ່ນການຊ່ວຍເຫຼືອສຸດທີ່ມີຄວາມໝາຍສໍາຄັນຫຼາຍ, ທັງເປັນການປະກອບສ່ວນອັນໃຫຍ່ຫຼວງ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອ ການພົວພັນຮ່ວມມືຂອງສອງພັກ, ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ-ເກົາຫຼີ ໂດຍສະເພາະ ແມ່ນກຳລັງປ້ອງກັນຄວາມສະຫງົບ ກັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ທີ່ມີມູນເຊື້ອຮັກແພງສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ພ້ອມນັ້ນ ຍັງໄດ້ຢັ້ງຢືນເຖິງການປະກອບສ່ວນສໍາຄັນໃນການຊຸກຍູ້ສົ່ງເສີມສາຍພົວພັນການຮ່ວມມື ລະຫວ່າງ ສອງຊາດ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ທັງເປັນການຊ່ວຍເຫຼືອຖືກຕ້ອງກັບຄວາມຈຳເປັນ ແລະ ຄວາມຕ້ອງການທາງດ້ານວິຊາສະເພາະ ປ້ອງກັນຄວາມສະຫງົບລາວ.

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທໍາ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ມີບົດບັນທຶກການຮ່ວມມືກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ໂດຍມອບໃຫ້ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຈຸດໃຈ ກາງໃນການປະສານງານໃນເບື້ອງຕົ້ນ. ໂຄງການຊ່ວຍເຫຼືອດັ່ງກ່າວ ແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະ ໃຫ້ກຳລັງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ. ເຊິ່ງກະຊວງປ້ອງກັນຄວາມສະຫງົບລາວ ຈະນໍາໃຊ້ພາຫະນະທີ່ໄດ້ຮັບການຊ່ວຍເຫຼືອ ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ເກີດປະໂຫຍດສູງສຸດ ແລະ ຈະປົກປັກຮັກສາໃຫ້ສາມາດນໍາໃຊ້ໄດ້ຍາວນານ.

Continue Reading

Previous: ນາຍ-ພົນຕຳຫຼວດທີ່ຈົບການສຶກສາຈາກຕ່າງປະເທດ ສຳເລັດການຝຶກອົບຮົມວຽກງານການເມືອງ
Next: ກອງປະຊຸມ ວິສາມັນຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.