Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຄະນະຜູ້ແທນກົມໃຫຍ່ຄຸມຂັງ-ດັດສ້າງ ກຳປູເຈຍ-ລາວ ເຂົ້າຢ້ຽບຂໍ່ານັບ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ

ຄະນະຜູ້ແທນກົມໃຫຍ່ຄຸມຂັງ-ດັດສ້າງ ກຳປູເຈຍ-ລາວ ເຂົ້າຢ້ຽບຂໍ່ານັບ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ

ກົມສື່ມວນຊົນ 16/08/2024
455242966_913209434137131_5882428205469645538_n copy

ໃນວັນທີ 14 ສິງຫາ 2024 ທີ່ກະຊວງປ້ອງກັນຄວາມສະຫງົບລາວ, ຄະນະຜູ້ແທນກົມໃຫຍ່ຄຸມຂັງ-ດັດສ້າງ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ຄະນະຜູ້ແທນກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົນໂທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ, ຝ່າຍກຳປູເຈຍນຳໂດຍ ທ່ານ ພົນໂທ ຊ້ອນ ຊານາດ ຫົວໜ້າກົມໃຫຍ່ຄຸມຂັງ-ດັດສ້າງ ກະຊວງພາຍໃນກຳປູ ເຈຍ, ຝ່າຍລາວນຳໂດຍ ທ່ານ ພົນຈັດຕະວາ ລັດສະໝີ ໄຊຍະຄຳ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບລາວ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ ເນື່ອງໃນໂອກາດທີ່ຄະນະຜູ້ແທນກົມໃຫຍ່ຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງພາຍໃນກຳປູເຈຍມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະ ຫງົບລາວ ໃນລະຫວ່າງວັນທີ 13-18 ສິງຫາ 2024.

ໂອກາດນີ້, ທ່ານ ພົນໂທ ກົງທອງ ພົງວິຈິດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີ ລາຄາສູງຕໍ່ທ່ານ ພົນໂທ ຊ້ອນ ຊານາດ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງ ກັນຄວາມສະຫງົບລາວ ໃນຄັ້ງນີ້ ເຊິ່ງສອງປະເທດ ລາວ-ກໍາປູເຈຍ ແມ່ນມີມູນເຊື້ອວັດທະນາທໍາປະເພນີທີ່ຄ້າຍຄືກັນ, ເປັນສອງປະເທດທີ່ມີມູນເຊື້ອການພົວພັນຮ່ວມມືກັນມາຢ່າງຍາວນານ ເວົ້າສະເພາະ ກໍຄືສອງກໍາລັງປ້ອງກັນຄວາມສະຫງົບ ລາວ-ກໍາປູເຈຍ, ການພົບປະແລກປ່ຽນບົດຮຽນລະຫວ່າງສອງກົມໃນຄັ້ງນີ້ຫວັງວ່າຈະເປັນຂີດໝາຍອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ສອງກະຊວງ ກໍຄື ສອງກົມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ແລະ ອວຍພ້ອມໄຊໃຫ້ຄະນະທັງສອງຝ່າຍສືບຕໍ່ເຮັດວຽກຮ່ວມກັນຢ່າງມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໂອກາດດຽວກັນນີ້, ພົນໂທ ຊ້ອນ ຊານາດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ພົນໂທ ກົງທອງ ພົງວິຈິດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຜົນກອງປະຊຸມແລກປ່ຽນບົດຮຽນວຽກງານຄຸມຂັງ ລະຫວ່າງ ສອງກົມ ໃຫ້ຊາບ ໂດຍສະເພາະທັງ ສອງຝ່າຍໄດ້ປຶກສາຫາລືຫຼາຍຂົງເຂດວຽກງານ ເປັນຕົ້ນ: ຂົງເຂດວຽກງານຄຸ້ມຄອງນັກໂທດຍິງ, ນັກ ໂທດທີ່ເປັນເດັກກະທຳຜິດ ແລະ ນັກໂທດຄະດີຢາເສບຕິດ, ແລກປ່ຽນຂໍ້ມູນນັກ ໂທດສັນຊາດລາວ ທີ່ພວມປະຕິບັດໂທດຢູ່ກຳປູເຈຍ ໃນປັດຈຸບັນ, ແລກປ່ຽນບົດຮຽນວຽກ ງານສຶກສາອົບຮົມ ແລະ ຝຶກວິຊາຊີບທໍາການຜະລິດແກ້ໄຂຊີວິດການເປັນຢູ່ໃຫ້ແກ່ນັກ ໂທດ, ແລກປ່ຽນບົດຮຽນກ່ຽວກັບການປະຕິບັດກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸມຂັງ-ດັດສ້າງ.

ຈາກນັ້ນ, ພົນໂທ ຊ້ອນ ຊານາດ ກໍໄດ້ອວຍພອນມາຍັງ ທ່ານ ພົນໂທ ກົງທອງ ພົງວິຈິດ ພ້ອມດ້ວຍການນໍາກະຊວງປ້ອງກັນຄວາມສະຫງົບລາວທຸກທ່ານ ຈົງມີສຸຂະພາບທີ່ແຂງ ແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ສືບຕໍ່ນໍາພາ-ຊີ້ນໍາ ກຳ ລັງປ້ອງກັນຄວາມສະຫງົບລາວ ໃຫ້ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນໄປເລື່ອຍໆ.

Continue Reading

Previous: ຫຼາຍພາກສ່ວນປະກອບຄໍາເຫັນໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ
Next: ກົມໃຫຍ່ການເມືອງປະກາດເລື່ອນຊັ້ນ ແລະ ປາຖະກະຖາວັນສຳຄັນ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.