Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ປກສ 5 ແຂວງ ສ່ອງແສງວຽກງານພັກ ແລະ ວຽກງານການເມືອງ

ປກສ 5 ແຂວງ ສ່ອງແສງວຽກງານພັກ ແລະ ວຽກງານການເມືອງ

ກົມສື່ມວນຊົນ 13/08/2024
455243728_1035753648553893_2505169342245564842_n copy

ກອງປະຊຸມສ່ອງແສງວຽກງານພັກ ແລະ ວຽກງານການເມືອງ ປະຈໍາໄຕມາດ II ປີ 2024 ຈັດຂຶ້ນໃນວັນທີ 12 ສິງຫາ 2024 ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ ພາຍໃຕ້ການເປັນປະທານຂອງ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງເຊກອງ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ອັດຕະປື ພ້ອມດ້ວຍຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນແຂວງ ເຂົ້າຮ່ວມ. ເພື່ອຮັບຟັງການ ລາຍງານສະພາບ ການປະຕິບັດວຽກງານດັ່ງກ່າວ ໃນໄລຍະ 3 ເດືອນ (4, 5, 6) ຈາກກອງບັນຊາການ ປກສ 5 ແຂວງ ໂດຍສະເພາະຜົນງານດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ທິດທາງແຜນການແກ້ໄຂໃນຕໍ່ໜ້າ.

ກອງປະຊຸມສ່ອງແສງ-ລາຍງານຄັ້ງນີ້ ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດການຜັນຂະຫຍາຍ ຜົນສໍາເລັດ ຂອງກອງປະຊຸມສ່ອງແສງໃນໄລຍະຜ່ານມາ ກໍຄືການນໍາພາ-ຊີ້ນໍາປະຕິບັດວຽກງານພັກ-ວຽກງານການເມືອງ ຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໃຫ້ມີປະສິດຕິຜົນ ແລະ ປະສິດທິພາບດີຂຶ້ນເທື່ອລະກ້າວ. ຈາກນັ້ນ, ຫົວໜ້າກອງບັນຊາການ ປກສ 5 ແຂວງ ໄດ້ຜັດປ່ຽນກັນຂຶ້ນລາຍງານການນໍາພາ-ບັນຊາວຽກງານຮອບດ້ານ, ວຽກງານພັກ ແລະ ວຽກງານການເມືອງ ທີ່ຕິດພັນກັບການປະຕິບັດບັນດາຄາດໝາຍສູ້ຊົນ ແຕ່ລະຂົງເຂດວຽກງານ.

ໂອກາດນີ້, ພົຕ ສຸລິນະ ແກ້ວປະເສີດ ໄດ້ຊີ້ນໍາຫຼາຍບັນຫາ ໃຫ້ຄະນະພັກ-ຄະນະບັນຊາການ ເຊີດຊູສະຕິລະວັງຕົວ, ສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ, ລັດ; ປົກປັກຮັກສາໝາກຜົນຂອງການປະຕິວັດ; ກໍາລັງພວກເຮົາ ຕ້ອງເປັນກຳລັງຫຼັກແຫຼ່ງ, ເປັນພາຫະນະອັນແຫຼມຄົມຂອງພັກ ໃນການນໍາພາທົ່ວປວງຊົນເຮັດວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະຢູ່ແຕ່ລະຂັ້ນໃຫ້ແຂງແຮງ ໂດຍສະເພາະ ວຽກງານສືບຂ່າວ, ເກັບກຳເປົ້າໝາຍທີ່ກ່ຽວຂ້ອງກັບກົນອຸບາຍ, ການເຄື່ອນໄຫວຂອງອິດທິກຳລັງປໍລະປັກ; ເຂັ້ມງວດກວດກາ ທັງຕິດ ຕາມກຳແໜ້ນການເຄື່ອນໄຫວຂອງອົງການຈັດຕັ້ງສັງຄົມ, ມູນລະນິທິ, ການຈັດຕັ້ງ-ການເຄື່ອນໄຫວຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ການສວຍໃຊ້ຮູບການລົງທຶນ, ການທ່ອງທ່ຽວ, ຢ້ຽມຢາມແອບແຝງ ເພື່ອສ້າງໜໍ່ແໜງຄວາມບໍ່ສະຫງົບຢູ່ປະເທດເຮົາດ້ວຍທຸກຮູບແບບ, ເອົາໃຈໃສ່ຊີ້ນໍາວຽກງານກຽມພ້ອມສູ້ຮົບ ດ້ວຍການສືບຕໍ່ສ້າງ, ປັບປຸງກໍາລັງ, ລະບົບສູນບັນຊາ, ພາຫະນະ, ວຽກງານຮັບປະກັນ, ແຜນການກຽມພ້ອມສູ້ຮົບ, ແຜນປະສານໃນການ ກອບກູ້ໄພພິບັດ ເພື່ອສາມາດແກ້ໄຂສະພາບໄດ້ໃນທຸກກໍລະນີ; ພ້ອມນີ້, ກໍ່ໃຫ້ສືບຕໍ່ແຜນດໍາເນີນ ງານກ່ຽວກັບການຄຸ້ມຄອງ ແລະ ເລີກຮື້ອາວຸດເສິກ; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ບັນລຸຄາດໝາຍ, ສຸມໃສ່ການຄຸ້ມຄອງກວດກາ ການນໍາໃຊ້ສື່ສັງຄົມອອນລາຍ, ຄຸ້ມຄອງຄົນເຂົ້າ-ອອກ ເມືອງ, ຄຸ້ມຄອງສໍາມະໂນຄົວ, ວຽກງານຕ້ານການຄ້າມະນຸດ, ການຫຼຸດຜ່ອນອຸປະຕິເຫດຕາມເສັ້ນທາງສັນຈອນ, ວຽກງານຄຸມຂັງ-ດັດສ້າງ, ການສືບສວນ-ສອບສວນ-ແກ້ໄຂຄະດີ ໃຫ້ເຂົ້າສູ່ນິຕິກຳ ແລະ ກົດໝາຍ, ສຸມໃສ່ກໍ່ສ້າງກໍາລັງທີ່ນອນໃນຄວາມຮັບຜິດຊອບໃຫ້ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ມີແບບແຜນກ້າວສູ່ຄວາມທັນສະໄໝ, ເອົາໃຈໃສ່ດໍາເນີນກອງປະຊຸມ 3 ຂັ້ນຂອງພັກໃຫ້ມີຄວາມຮັບປະກັນໃນແຕ່ລະດ້ານ, ໄປພ້ອມກັບການເສີມຂະຫຍາຍມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມທົນທານ, ໜຽວແໜ້ນ, ອົງອາດກ້າຫານ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການ ແລະ ຂໍ້ຫຍຸ້ງຍາກໃດໆ; ເຊື່ອມຊຶມກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວ ພັນຮ່ວມມືກັບກຳລັງ ປກສ ປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງຕາມເງື່ອນໄຂ

Continue Reading

Previous: ພົອ ວິໄລ ຫຼ້າຕຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ
Next: ຫຼາຍພາກສ່ວນປະກອບຄໍາເຫັນໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.