Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກະຊວງ ປກສ ລາວ-ຫວຽດນາມ ວາງສີລາລຶກໂຄງການກໍ່ສ້າງສູນປິ່ນປົວບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ

ກະຊວງ ປກສ ລາວ-ຫວຽດນາມ ວາງສີລາລຶກໂຄງການກໍ່ສ້າງສູນປິ່ນປົວບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ

ກົມສື່ມວນຊົນ 15/07/2024
449830652_1013665377429387_1386451081016753355_n copy

ວັນທີ 12 ກໍລະກົດ 2024 ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດ ນາມ ໄດ້ຮ່ວມກັນຈັດພິທີວາງສີລາລຶກ ໂຄງການກໍ່ສ້າງສູນປິ່ນປົວບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໂດຍແມ່ນທຶນຊ່ວຍເຫຼືອ ຈາກພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ; ເປັນກຽດເຂົ້າຮ່ວມໂດຍທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະ ທ່ານ ພົນໂທ ເລືອງ ຕາມ ກວາງ ກຳມະການສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ພ້ອມດ້ວຍບັນດາສະຫາຍການນຳຂັ້ນສູງ ຈາກກະຊວງປ້ອງກັນຄວາມສະຫງົບລາວ, ຫວຽດນາມ ແລະ ການນຳແຂວງວຽງຈັນ ເຂົ້າຮ່ວມ.

ໃນພິທີ, ທ່ານ ພັນເອກ ຫງຽນ ເລ ກວາງ ຮອງຫົວໜ້າກົມຄຸ້ມຄອງກໍ່ສ້າງ ແລະ ຄ້າຍຄູ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ສູນປິ່ນປົວບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງວຽງຈັນ ໃນຄັ້ງນີ້, ປະກອບມີເນື້ອທີ່ກໍ່ສ້າງທັງໝົດ: 23,7 ເຮັກຕາກວ່າ, ສ່ວນການກໍ່ສ້າງແມ່ນຈະໄດ້ກໍ່ສ້າງອາຄານ ປະກອບມີເຂດບໍລິຫານ; ເຂດສາທາລະນະສຸກ; ເຂດຢ້ຽມພົບ, ຕ້ອນຮັບ; ເຂດຫ້ອງສະໂມສອນ, ຮໍ່າຮຽນ; ເຂດຄຸ້ມຄອງຄົນບຳບັດການຕິດຢາເສບຕິດ; ເຂດສອນວິຊາຊີບ ແລະ ເຂດຮັບປະກັນຄວາມປອດໄພອັກຄີໄພ.

>>>ໃນໂອກາດດັ່ງກ່າວທ່ານ ພົນໂທ ເລືອງ ຕາມ ກວາງ ກໍໄດ້ມີຄຳເຫັນວ່າ: ການວາງສີລາລຶກໂຄງການກໍ່ສ້າງສູນປິ່ນປົວບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ໃນຄັ້ງນີ້ ເປັນອີກໜຶ່ງໂຄງການ ທີ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໃຫ້ການຊ່ວຍເຫຼືອດ້ານທຶນໃນການກໍ່ສ້າງ ແລະ ມອບໃຫ້ເປັນຂອງຂວັນ ໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ, ໂດຍສະເພາະແມ່ນກະຊວງປ້ອງກັນຄວາມສະຫງົບລາວ ເພື່ອນຳໃຊ້ເຂົ້າໃນການປິ່ນປົວ ບຳບັດ ແລະ ຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດ.

ຈາກນັ້ນ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍໄດ້ມີຄຳເຫັນ: ເຊິ່ງກ່ອນອື່ນສະຫາຍກໍສະແດງຄວາມຍ້ອງຍໍຊົມເຊີຍມາ ຍັງຄະນະຮັບຜິດຊອບໂຄງການຝ່າຍລາວ ແລະ ຫວຽດນາມ ທີ່ໄດ້ເອົາໃຈໃສ່ ພ້ອມກັນປະສານສົມທົບ ໃນການລົງສໍາຫຼວດພື້ນທີ່, ເປີດກອງປະຊຸມປຶກສາຫາລືເປັນເອກະພາບດ້ານຊື່ໂຄງການ, ສະຖານທີ່, ຂຶ້ນແຜນງົບປະມານໃນການກໍ່ສ້າງ ແລະ ບັນດາເນື້ອໃນອື່ນໆ ທີ່ກ່ຽວພັນເຖິງໂຄງການ ສາມາດຈັດຕັ້ງພິທີວາງສີລາລຶກ ທັນກັບທິດຊີ້ນໍາຂອງການນໍາທັງສອງປະເທດ. ພ້ອມທັງສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານທຶນຈາກພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໂດຍສະເພາະແມ່ນກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ໃຫ້ຄໍາໝັ້ນສັນຍາວ່າ: ພາຍຫຼັງການກໍ່ສ້າງໂຄງການສຳເລັດ, ກະ ຊວງປ້ອງກັນຄວາມສະຫງົບລາວ ຈະນໍາໃຊ້ສູນແຫ່ງນີ້ ເຂົ້າໃນວຽກງານປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໃຫ້ເກີດຜົນປະໂຫຍດສູງສຸດ; ເຮັດໃຫ້ຜູ້ຕິດຢາເສບຕິດ ຫາຍດີ, ບໍ່ກັບໄປພົວພັນກັບບັນຫາຢາເສບຕິດອີກ, ມີວິຊາຊີບ, ມີເງື່ອນ ໄຂກັບຄືນສູ່ຄວາມອົບອຸ່ນຂອງຄອບຄົວ ແລະ ດຳລົງຊີວິດຮ່ວມກັບສັງຄົມຢ່າງເປັນປົກກະຕິ.

ໂອກາດນີ້, ຄະນະຜູ້ແທນທັງ 2 ຝ່າຍກໍໄດ້ຮ່ວມກັນວາງສີລາລຶກໂຄງການກໍ່ສ້າງສູນປິ່ນປົວບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ເພື່ອຄວາມເປັນສີລິມຸງຄຸນໃຫ້ແກ່ການກໍ່ສ້າງໂຄງການດັ່ງກ່າວໃຫ້ມີຜົນສຳເລັດຕາມລະດັບຄາດໝາຍນັບແຕ່ນີ້ເປັນຕົ້ນໄປ.

ພາບ: ບຸນເຫຼືອ

Continue Reading

Previous: ກອງປະຊຸມພົບປະຄະນະຜູ້ແທນຂັ້ນສູງ ລະຫວ່າງກະຊວງ ປກສ ລາວ ແລະ ຫວຽດນາມ
Next: ກອງປະຊຸມໃຫຍ່ຄັ້ງທີ IV ໜ່ວຍພັກຮາກຖານຄະນະວິຊາຕໍາຫຼວດປ້ອງກັນເສດຖະກິດ

ຂ່າວອື່ນໆທີ່ກ່ຽວຂ້ອງ

ປະດັບຫຼຽນ ແລະ ມອບໃບຍ້ອງຍໍ ໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ໋ນໃນໂອກາດວັນສ້າງຕັ້ງກົມໃຫຍ່ການເມືອງ

ກົມສື່ມວນຊົນ 09/05/2025

ທັດສະນະຂອງທ່ານ ພົຕ ສົມແກ້ວ ສີລາວົງ ຕໍ່ວັນສ້າງຕັ້ງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ

ກົມສື່ມວນຊົນ 09/05/2025

ເນື່ອງໃນໂອກາດວັນສ້າງຕັ້ງກົມໃຫຍ່ການເມືອງ ປກສ ຄົບຮອບ 60 ປີ ທ່ານ ພົຈວ ອາລູ ວາລີຊື ໄດ້ໃຫ້ສຳພາດ

ກົມສື່ມວນຊົນ 08/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.