Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ທ່ານ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຫົວໜ້າອົງການຕໍາຫຼວດສາກົນແຫ່ງຊາດຈີນ

ທ່ານ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຫົວໜ້າອົງການຕໍາຫຼວດສາກົນແຫ່ງຊາດຈີນ

ກົມສື່ມວນຊົນ 01/07/2024
449390392_1003941838401741_1842889990151199292_n copy

ໃນຕອນບ່າຍວັນທີ 28 ມິຖຸນາ 2024, ທີ່ຫ້ອງຮັບແຂກກະຊວງປ້ອງກັນຄວາມສະຫງົບ, ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ, ໄດ້ຕອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ພົນໂທ ຫວັງ ຢົງ ຫົວໜ້າອົງການຕໍາຫຼວດສາກົນ ແຫ່ງຊາດ ຈີນ, ໃນໂອກາດທີ່ ທ່ານໄດ້ມາເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ທີ່ ສປປ ລາວ ເປັນເຈົ້າພາບ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຕໍາຫຼວດສາກົນ ແຫ່ງຊາດ ຈີນ, ພ້ອມຄະນະທີ່ໄດ້ມາພົບປະຢ້ຽມໃນຄັ້ງນີ້, ພ້ອມນີ້ຄະນະຜູ້ແທນທັງສອງຝ່າຍໄດ້ພົບປະແລກປ່ຽນ ແລະ ໄດ້ປຶກສາຫາລືກັນຫຼາຍວຽກງານຮ່ວມກັນ ເພື່ອສືບຕໍ່ໃນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ສອງປະເທດ ສປປ ລາວ – ສປ ຈີນ ໂດຍເວົ້າສະເພາະແມ່ນສອງກະຊວງປ້ອງກັນຄວາມຄວາມສະຫງົບ ລາວ-ຈີນ, ເປັນຕົ້ນ ແມ່ນ ວຽກງານພົວພັນຮ່ວມມືນັນໃນການປ້ອງກັນຄວາມສະຫງົບທາງດ້ານການເມືອງລະຫວ່າງສອງປະເທດລາວ-ຈີນ, ວຽກງານປ້ອງກັນຄວາມສະຫງົບຕາມຊາຍແດນ, ວຽກງານຕ້ານອາຊະຍາກໍາຂ້າມຊາດ, ວຽກງານປ້ອງກັນຄວາມສະຫງົບເສັ້ນທາງລົດໄຟລາວ-ຈີນ.

ໃນໂອກາດດຽວກັນນີ້, ທ່ານ ພົນໂທ ຫວັງ ຢົງ ຫົວໜ້າອົງການຕຳຫຼວດສາກົນ ແຫ່ງຊາດ ຈີນ,ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ, ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຈະນໍາເອົາເນື້ອໃນສໍາຄັນທີ່ໄດ້ພົບປະ, ປຶກສາຫາລືກັນໃນຄັ້ງນີ້ນໍາໄປສະເໜີຕໍ່ຂັ້ນເທິງເພື່ອສືບຕໍ່ຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງລະຫວ່າງ ສອງປະເທດ ສປປ ລາວ – ສປ ຈີນ ເວົ້າລວມ, ເວົ້າສະເພາະແມ່ນ ສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຈີນ ໃຫ້ໄດ້ຮັບໝາກຜົນ.

ໂອກາດນີ້, ທ່ານ ພົນໂທ ຫວັງ ຢົງ ກໍໄດ້ຕາງໜ້າໃຫ້ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ມອບພາຫະນະຈຳນວນ 40 ຄັນ ມູນຄ່າ 5 ລ້ານຢວນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ໂດຍມີພິທີເຊັນບົດບັນທຶກຢ່າງເປັນທາງການ, ຕາງໜ້າກະຊວງ ປກສ ລາວ ລົງນາມໂດຍທ່ານ ພັນເອກ ກີ້ ຈັນທະວົງສາ ຫົວໜ້າກົມພົວພັນຕ່າງປະເທດ, ຝ່າຍກະຊວງ ປກສ ຈີນ ລົງນາມໂດຍ ທ່ານ ພົນໂທ ຫວັງ ຢົງ.

ພາບ-ຂ່າວ: ບຸນເຫຼືອ

Continue Reading

Previous: ເປີດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24
Next: ກົມໃຫຍ່ຕໍາຫຼວດ ເຜີຍແຜ່ເຊື່ອມຊຶມມະຕິ 8 ສະໄໝທີ XI

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.