Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ສຳເລັດກອງປະຊຸມວຽກງານຮ່ວມມືຝຶກອົບຮົມຕຳຫຼວດອາຊຽນ ຄັ້ງທີ 12

ສຳເລັດກອງປະຊຸມວຽກງານຮ່ວມມືຝຶກອົບຮົມຕຳຫຼວດອາຊຽນ ຄັ້ງທີ 12

ກົມສື່ມວນຊົນ 25/06/2024
449075288_1001511985311393_2475427216427044976_n copy

ກອງປະຊຸມວຽກງານຮ່ວມມືຝຶກອົບຮົມຕໍາຫຼວດອາຊຽນ ຄັ້ງທີ 12 ພາຍໃຕ້ຫົວຂໍ້ “ເພີ່ມທະວີຮ່ວມມືຝຶກອົບຮົມຕຳຫຼວດອາຊຽນ ໃນການຕ້ານອາຊະຍາກຳຂ້າມຊາດ” ໄດ້ສຳເລັດ ໃນວັນທີ 21 ມິຖຸນາ 2024 ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ພັນເອກ ປອ ໂອໄດ ທິລັນດາ ຫົວໜ້າອຳນວຍການວິທະຍາຄານຕຳຫຼວດປະຊາຊົນ, ມີບັນດາຄະນະຜູ້ແທນວິທະຍາຄານຕຳຫຼວດ, ບັນດາປະເທດອາຊຽນ, ຄູ່ຮ່ວມເຈລະຈາ ແລະ ຕາງໜ້າປະເທດຜູ້ສັງເກດການ ເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາຜູ້ແທນແຕ່ລະປະເທດ ໄດ້ພ້ອມກັນປຶກສາຫາລືຢ່າງເລິກເຊິ່ງ, ສ້າງສັນ ແລະ ກົງໄປກົງມາ ໃນການແລກປ່ຽນປະສົບການ ແລະ ຂໍ້ມູນຂ່າວສານທີ່ພົວພັນເຖິງວຽກງານການຮ່ວມມືຝຶກອົບຮົມຕໍາຫຼວດອາຊຽນ ພາຍໃຕ້ຫົວຂໍ້ “ເພີ່ມທະວີຮ່ວມມືຝຶກອົບຮົມຕໍາຫຼວດອາຊຽນ ໃນການຕ້ານອາຊະຍາກໍາຂ້າມຊາດ”, ເຊິ່ງໄດ້ເຮັດໃຫ້ກອງປະຊຸມມີຜົນສຳ ເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ວາງໄວ້.

ໂອກາດດັ່ງກ່າວ, ທ່ານ ພັນໂທ ຄຳຕັນ ບຸນທອນອຸໄທ ຫົວໜ້າຫ້ອງການ ວິທະຍາຄານຕຳຫຼວດປະຊາຊົນລາວ ໄດ້ຖະແຫຼງຜົນສຳເລັດຕໍ່ກອງປະຊຸມຄັ້ງນີ້ ວ່າ: ກອງປະຊຸມຝຶກອົບຮົມຕໍາຫຼວດອາຊຽນ ແມ່ນກອງປະຊຸມສະຖາບັນການສຶກສາຕຳຫຼວດອາຊຽນ ນອກຈາກ 10 ປະເທດສະມາຊິກອາຊຽນແລ້ວ ຍັງມີ 21 ປະເທດ ເປັນຜູ້ສັງເກດການ ແລະ ກອງປະຊຸມນີ້ແມ່ນໄດ້ຈັດຂຶ້ນທຸກໆປີ ເຊິ່ງຜັດປ່ຽນກັນເປັນເຈົ້າພາບ ໂດຍເອົາວາລະຂອງກອງປະຊຸມສຸດຍອດອາຊຽນ.

ສຳລັບປີນີ້, ວິທະຍາຄານຕຳຫຼວດປະຊາຊົນ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນຫົວຂໍ້ “ເພີ່ມທະວີໃນການຮ່ວມມືຝຶກອົບຮົບຕ້ານອາຊະຍາກຳຂ້າມຊາດ”; ເຊິ່ງໃນກອງປະຊຸມຄັ້ງນີ້ ມີຫຼາຍປະເທດ, ຫຼາຍສະຖາບັນການສຶກສາ ແມ່ນໄດ້ແລກ ປ່ຽນຖອດຖອນບົດຮຽນປະສົບການຕ່າງໆຂອງແຕ່ລະປະເທດ ເຊິ່ງເຮັດໃຫ້ກອງປະຊຸມມີເນື້ອໃນ, ມີບົດຮຽນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ ໂດຍສະເພາະແມ່ນ ການຮ່ວມມືຝຶກອົບຮົມຕ້ານອາຊະຍາກຳຂ້າມຊາດ. ນອກນັ້ນ, ກອງປະຊຸມ ຍັງໄດ້ຕີລາຄາວ່າ ປັດຈຸບັນ ບັນຫາອາຊະຍາກຳ ເປັນບັນຫາທີ່ມີຄວາມຫຍຸ້ງຍາກສັບສົນ ເນື່ອງຈາກວ່າການກໍ່ອາຊະຍາກຳປັດຈຸ ບັນນີ້ ມີການຈັດຕັ້ງພົວພັນກັບຫຼາຍປະເທດ. ສະນັ້ນ, ກຳລັງຕໍາຫຼວດ ຈະຕ້ອງໄດ້ພັດທະນາຮ່ວມມືກັນໃນການຕ້ານອາຊະຍາກໍາຂ້າມຊາດ.

Continue Reading

Previous: ກອງປະຊຸມຮ່ວມມືຕ້ານຢາເສບຕິດ 6 ປະເທດລຸ່ມແມ່ນໍ້າຂອງ
Next: ຕຳຫຼວດ ລາວ-ຫວຽດນາມ ແລກປ່ຽນບົດຮຽນນິຕິວິທະຍາ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.