Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມຮ່ວມມືຕ້ານຢາເສບຕິດ 6 ປະເທດລຸ່ມແມ່ນໍ້າຂອງ

ກອງປະຊຸມຮ່ວມມືຕ້ານຢາເສບຕິດ 6 ປະເທດລຸ່ມແມ່ນໍ້າຂອງ

ກົມສື່ມວນຊົນ 25/06/2024
449009756_1001520921977166_4851570368915083839_n copy

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ເຂດເສດຖະກິດພິເສດສາມລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສາທານະລະລັດປະຊາ ທິປະໄຕ ປະຊາຊົນລາວ ໃນວັນທີ 25 ມິຖຸນາ 2024 ໂດຍການເປັນປະທານຂອງ ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ມີທ່ານ ຮອງເຈົ້າແຂວງ ບໍ່ແກ້ວ ມີຕາງໜ້າຈາກ ຜູ້ຕາງໜ້າອົງການ UNODC ປະຈໍາ ສປປລາວ ມີຕາງໜ້າກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກະຊວງແຜນການແລະການລົງທຶນ, ຕ່າງໜ້າຈາກ ສະຖານທູດ 5 ປະທດ ປະຈໍາ ສປປ ລາວ ແລະ ບັນດາເຈົ້າໜ້າທີ່ຈາກປະເທດສະມາຊິກລຸ່ມແມ່ນໍ້າຂອງ ຈໍານວນ 6 ປະເທດ ຄື: ສປ ຈີນ, ມຽນມາ, ສປປ ລາວ, ໄທ, ກໍາປູເຈຍ ແລະ ສສ ຫວຽດນາມ ເຂົ້າຮ່ວມ

ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້​ຮູ້ວ່າ: ບັນ​ຫາ​ຢາ​ເສບ​ຕິດ ເປັນ​ໄພ​ອັນ​ຕະ​ລາຍ ຮ້າຍ​ແຮງ ແລະ ມີ​ການ​ແຜ່​​ລະ​ບາດເປັນ​ວົງ​ກວ້າງແຕ່ຕົວເມືອງໄປ​ສູ່ຊົນນະບົດໃນຫຼາຍລະດັບທີ່ແຕກຕ່າງກັນ ​ກາຍເປັນສາເຫດພາ​ໃຫ້​ເກີດ​ບັນ​ຫາປະ​ກົດ​ການ​ຍໍ້​ທໍ້ ແລະ ອາ​ຊະ​ຍາ​ກຳ​ປະ​ເພດ​ຕ່າງໆໃນ​ສັງ​ຄົມ, ຈຳ​ນວນ​ຄະ​ດີ​ຢາ​ເສບ​ຕິດ ​ຜູ້​ຖືກ​ຫານັກ​ໂທດ ​ຜູ້​ຕິດ​ເສບຢາເສບຕິດ ນຳໃຊ້ສານເສບຕິດ ລວມເຖິງຈຳ​ນວນ​ຕົວເລກຢາ​ເສບ​ຕິດ​ ແຕ່​ລະ​ປະ​ເພດໄດ້ມີການເພີ່ມຂຶ້ນຢ່າງ​ໜ້າ​ເປັນ​ຫວ່ງ. ພ້ອມດຽວກັນ, ເລ່ລ່ຽມການ​ເຄື່ອນ​ໄຫວຂົນສົ່ງຄ້າຂາຍ​ ຜະລິດຢາ​ເສບ​ຕິດ ມີລັກ​ສະ​ນະ​ເລິກ​ແລບ​ແນບ​ນຽນ ​ດ້ວຍຫຼາຍວິ​ທີ​ການ-ຫຼາຍຮູບ​ການ​ທີ່​ສະ​ລັບ​ສັບ​ຊ້ອນ ​ການ​​ເຄື່ອນ​ໄຫວມີ​ລັກ​ສະ​ນະ​ເປັນກຸ່ມ​ເຄືອ​ຂ່າຍ​ເຊື່ອມ​ໂຍງ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ສປປ ລາວ ກໍຄືບັນດາປະເທດລຸ່ມແມ່ນ້ຳຂອງພວກເຮົາໄດ້ຮັບຜົນກະທົບໂດຍກົງ ແລະ ປະເຊີນກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດ ຢ່າງຫຼີກລ່ຽງບໍ່ໄດ້. ປັດຈຸບັນ, ຢາເສບຕິດໄດ້ສົ່ງຜົນກະທົບຮ້າຍ​ແຮງ ໃນທຸກ​ເພດ-ທຸກ​ໄວ ທຸກຊັ້ນຄົນໃນທົ່ວສັງຄົມ ນັບແຕ່ນັກຮຽນ-ນັກສຶກສາ ພໍ່ຄ້າຊາວຂາຍ ​ກຳ​ມະ​ກອນ ຜູ້ວ່າງ​ງານ ຕະຫຼອດຮອດພະນັກງານ, ລັດ​ຖະ​ກອນຈຳນວນໜຶ່ງ, ເປັນສາເຫດພາໃຫ້ເກີດ​​ປະ​ກົດ​ການ​ຫຍໍ້​ທໍ້ ເປັນ​ການກົດໜ່ວງຖ່ວງດຶງ ການພັດທະນາເສດຖະກິດ ວັດ​ທະ​ນະ​ທຳ-ສັງ​ຄົມ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບ ຮຽບຮ້ອຍ-ປອດ​ໄພຂອງສັງຄົມ.

ຍາມໃດ, ລັດ​ຖະ​ບານ ກໍເຫັນຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງຈິງຈັງ. ຜ່ານມາ, ກໍໄດ້ມີການຮ່ວມມືກັບບັນດາປະເທດຕ່າງໆ; ເຊິ່ງສະແດງອອກ: (1) ການເຂົ້າຮ່ວມເປັນພາຄີສົນທິສັນຍາສາກົນ ວ່າດ້ວຍການສະກັດກັ້ນ ຕ້ານຢາເສບຕິດ ແລະ ສານອອກລິດຕໍ່ຈິດປະສາດ 3 ສະບັບ, (2) ລົງນາມບົດບັນທຶກການຮ່ວມມືສອງຝ່າຍ ວ່າດ້ວຍການສະກັດກັ້ນ ຕ້ານຢາເສບຕິດ ກັບ 13 ປະເທດ, (3) ລົງນາມໃນບົດບັນທຶກຄວາມເຂົ້າໃຈ ແບບສອງຝ່າຍ ກັບປະເທດໃກ້ຄຽງ-ຮ່ວມມືຫຼາຍຝ່າຍ, ພາກພື້ນອາຊຽນ, ພາກພື້ນແມ່ນໍ້າຂອງ, ການສ້າງ ແລະ ຮັບຮອງບັນດາກົດໝາຍ-ນິຕິກຳກ່ຽວກັບການຕ້ານຢາເສບຕິດອື່ນໆ.

ທ່ານກ່າວອີກວ່າ: ທັງໝົດທີ່ກ່າວມານັ້ນສະແດງເຖິງຄວາມເອົາໃຈໃສ່ໃນການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ ຂອງລັດຖະບານ ແລະ ໜ່ວຍງານທີ່ຮັບຜິດຊອບ. ສະ​ນັ້ນ, ໃນເດືອນ ສິງຫາ 2021, ສະພາແຫ່ງຊາດ ໄດ້ເຫັນດີຮັບຮອງເອົາການແກ້ໄຂບັນຫາຢາເສບຕິດເປັນ​ວຽກ​ງານ​​ບູ​ລິ​ມະ​ສິດ​ຈຳເປັນຮີບ​ດ່ວນ ແລະ ​ໄດ້​ຍົກ​ໃຫ້​ເປັນວາລະແຫ່ງຊາດ​ ຕາມການສະເໜີ ຂອງລັດຖະ ບານ ແລະ ມອບໃຫ້ກະຊວງ ປກສ ນຳໄປປະສານສົມທົບກັບບັນດາອົງການຈັດຕັ້ງທີ່ກ່ຽວຂອ້ງ ເພື່ອຮ່ວມມື ແລະ ສຸມທຸກກຳລັງແຮງສັງລວມ ໂດຍໃຫ້ຖືເອົາການຈັດຕັ້ງປະຕິບັດວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ ເປັນພັນທະໜ້າທີ່ ແລະ ຄວາມຮັບຜິດ ຊອບຂອງທຸກພາກ ສ່ວນໃນສັງຄົມເຂົ້າໃສ່ການແກ້ໄຂບັນຫາສຳຄັນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງ ແລະ ເປັນຮູບປະທຳໂດຍໄວ.

ເພື່ອເປັນການຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2025, ແລະ ເພື່ອຜັນຂະຫຍາຍຜົນກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອງບັນດາປະເທດພາຄີບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ເພື່ອຄວບຄຸມຢາເສບຕິດ ໃນອານຸພາກພື້ນແມ່ນ້ຳຂອງ; ເຊິ່ງໄດ້ຈັດຂຶ້ນໃນວັນທີ 27-31 ພຶດສະພາ 2024, ທີ່ນະຄອນຫຼວງວຽງ ຈັນ, ສປປ ລາວ. ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບຄະນະຮັບຜິດຊອບເຂດເສດຖະກິດພິເສດ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດງານຊຸມນຸມຄັ້ງນີ້ຂຶ້ນ, ​ເຊິ່ງກົງກັບວັນສາກົນເພື່ອຄວບຄຸມຢາເສບຕິດ ວັນທີ 26 ມິຖຸນາ ທີ່​ໝູນ​ວຽນ​ມາ​ອີກວາ​ລະ​ໜຶ່ງ.

ເພື່ອແກ້ໄຂບັນຫາຢາເສບຕິດ,​ ກະຊວງ ປກສ ລາວ ໄດ້ພະ​ຍາ​ຍາມ​ປຶກ​ສາ​ຫາ​ລື ແລະ ຮ່ວມ​ມື​ກັບ ຫຼາຍ​ພາກ​ສ່ວນ ທັງ​ພາກ​ລັດ ແລະ ເອ​ກະ​ຊົນ ເພື່ອ​ຊຸກ​ຍູ້​ປະ​ຕິ​ບັດແຜນວາລະແຫ່ງຊາດ ແກ້ໄບັນຫາຢາເສບຕິດຢ່າງຈິງຈັງ ແນໃສ່ສົ່ງເສີມການຮ່ວມມື ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ສັງ​ຄົມ ຮັບປະກັນປະສິດທິພາບປະສິດທິຜົນການຈັດຕັ້ງປະຕິບັດໃນແຕ່ລະໄລຍະ. ກອງປະຊຸມຂອງບັນດາປະເທດອານຸພາກພື້ນແມ່ນ້ຳຂອງ​ ​ເປັນສິ່ງ​ສຳ​ຄັນ ແລະ ມີ​ຄວາມຈໍາເປັນ ​ຕໍ່​ການຮ່ວມມືການສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ມີປະສິດທິພາບ; ໄລຍະຜ່ານມາ, ກໍ​ໄດ້​ມີ​ການສົ່ງເສີມ ຊຸກຍູ້ ການຮ່ວມມື ຜ່ານການແລກປ່ຽນສະໜອງຂໍ້ມູນຂ່າວສານ, ການຊ່ວຍເຫຼືອ ແລະ ການສົ່ງເສີມສ້າງຂີດຄວາມສາມາດ ຕ່າງໆ, ເຊິ່ງສະແດງເຖິງຄວາມເປັນຫ່ວງ ຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອໃນການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ​ ຢູ່ໃນ​ພາກ​ພື້ນ ໄດ້ຢ່າງມີປະສິດທິພາບ.

ເພື່ອ​ສະ​ກັດ​ກັ້ນ ແລະ ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ ໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ ການຮ່ວມມືຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ເປັນສີ່ງ​ທີ່​ຈຳ​ເປັນ; ກອງປະຊຸມພົບ​ປະໃນຄັ້ງນີ້, ເປັນການສ້າງໂອກາດ​ນຳ​ສະ​ເໜີ ແລກປ່ຽນສະ​ພາບ ປະສົບການ ແລະ ແນວຄວາມຄິດ ເພື່ອປະເມີນສະພາບການແກ້ໄຂສິ່ງທ້າທາຍໃນຕໍ່ໜ້າຮ່ວມກັນ ໃຫ້​ມີ​ໝາກ​ມີ​ຜົນ, ແນ​ໃສ່ການ​ສະ​ກັດ​ກັ້ນ ແລະ ແກ້​ໄຂສະພາບບັນຫາຢາເສບຕິດ ທີ່ເປັນອຸປະສັກ ເປັນໄພອັນຕະລາຍຂົ່ມຂູ່ ແລະ ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ​ໃຫ້ມີທ່າອ່ຽງ​ທີ່​ດີຂຶ້ນ ແລະ ສາ​ມາດ​ຈຳ​ກັດ​ການຂະຫຍາຍ​ຕົວ​ຂອງ​ຢາ​ເສບ​ຕິດ​ໃຫ້​ມີ​ລັກ​ສະ​ນະແຄບ​ລົງ, ເຊິ່ງ​ທັງ​ໝົດ​ນັ້ນ ປະເທດໜຶ່ງປະເທດດຽວແມ່ນບໍ່ສາມາດແກ້ໄຂໄດ້. ສະນັ້ນ, ມັນ​ຮຽກ​ຮ້ອງ​ໃຫ້​ມີການຮ່ວມມືກັນ ຊ່ວຍເຫຼືອກັນ ແມ່ນສິ່ງທີ່ຈໍາເປັນ ເພື່ອຮັກສາ ແລະ ສົ່ງເສີມການສ້າງສະຖຽນລະພາບທາງດ້ານການ ເມືອງ ຄວາມເປັນລະບຽບຮຽບ ຮ້ອຍ ແລະ ຮັກສາຄວາມໝັ້ນຄົງໃນສັງຄົມ.

ຈາກນັ້ນ, ບັນດາປະເທດ ທີ່ເຂົ້າຮ່ວມ ໄດ້ພັດປ່ຽນກັນຂື້ນປະກອບຄໍາເຫັນ ແລະ ລາຍງານສະພາບຢາຄ້າຂາຍຢາເສບຕິດຂອງແຕ່ລະປະເທດລຸ່ມແມ່ນໍາຂອງຕື່ມອີກ.

ພາບ-ຂ່າວ: ສີສະຫວ່າງ ຈັນມະນີ

Continue Reading

Previous: ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ເຂົ້າຢ້ຽມອຳລາ
Next: ສຳເລັດກອງປະຊຸມວຽກງານຮ່ວມມືຝຶກອົບຮົມຕຳຫຼວດອາຊຽນ ຄັ້ງທີ 12

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.