Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກະຊວງ ປກສ ປາຖະກະຖາວັນສຳຄັນຂອງຊາດ

ກະຊວງ ປກສ ປາຖະກະຖາວັນສຳຄັນຂອງຊາດ

ກົມສື່ມວນຊົນ 13/06/2024
448158089_992452646217327_3149643425797468596_n copy

ວັນທີ 12 ມິຖຸນາ 2024, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວສ້າງຊາດ ຄົບຮອບ 64 ປີ, ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ, ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ, ວັນໄຊຊະນະຂອງສະຫະພາບໂຊຫວຽດເໜືອ ຟາດສິດເຢຍລະມັນໃນສົງຄາມໂລກ ຄັ້ງທີ II ຄົບຮອບ 79 ປີ ແລະ ວັນເກີດປະທານ ໂຮ່ຈີມິນ ຄົບຮອບ 134 ປີ, ເຂົ້າຮ່ວມ ແລະ ປາຖະກະຖາໂດຍ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີ, ຄະນະພັກ-ຄະນະບັນຊາຈາກກົມໃຫຍ່ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ແລະ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ໄດ້ຜັດປ່ຽນກັນປາຖະກະຖາວັນສໍາຄັນດັ່ງກ່າວ, ເຊິ່ງຍົກໃຫ້ເຫັນມູນເຊື້ອ ແລະ ຄວາມໝາຍຄວາມສໍາຄັນຂອງແຕ່ລະວັນ. ສໍາລັບວັນໄຊຊະນະບັ້ນຮົບດຽນບຽນຟູ ປີ 1953 ການຕໍ່ສູ້ຂອງປະຊາຊົນສາມຊາດ ອິນດູຈີນຕ້ານພວກລ່າເມືອງຂຶ້ນຝຣັ່ງ ໄດ້ກ້າວເຂົ້າສູ່ປີທີ 8, ກຳລັງປະຕິວັດຍິ່ງຕີກໍຍິ່ງເຂັ້ມແຂງ ແລະ ຍິ່ງຍາດເອົາທ່າເປັນເຈົ້າການ, ກຳລັງປະກອບອາວຸດໄດ້ເຕີບໃຫຍ່ທາງດ້ານຈໍານວນ ແລະ ຄຸນນະພາບ, ຄວາມສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງ 3 ຊາດອິນດູຈີນ ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ບັນດາໄຊຊະນະອັນຍິ່ງໃຫຍ່ໃນທົ່ວສະໜາມຮົບສາມຊາດອິນດູຈີນລາວ, ຫວຽດນາມ ແລະ ກໍາປູເຈຍ ໄດ້ບັງຄັບໃຫ້ພວກສັດຕູຕົກຢູ່ໃນທ່າຮັບຈົນຕາເເຈ ແລະ ນັບມື້ອ່ອນເພ່ຍ, ໄຊຊະນະດຽນບຽນຟູ ເປັນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມໃນພາລະກິດສ້າງສາພັດທະນາປະເທດຊາດຊົ່ວກາລະນານ, ມານະຈິດຂອງດຽນບຽນຟູຍັງໃສແຈ້ງ, ຍັງເປັນກໍາລັງແຮງປຸກລະດົມອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມໃນພາລະກິດປ່ຽນແປງໃໝ່ແນໃສ່ປະຕິບັດຈຸດໝາຍ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ, ປະຊາທິປະໄຕ ແລະ ສີວິໄລ.

ສໍາລັບປະເທດລາວ ໄຊຊະນະດຽນບຽນຟູໄດ້ມີຄວາມສໍາຄັນໃນການສາມັກຄີພິເສດ, ຮ່ວມສຳພັນສູ້ຮົບ ລະຫວ່າງ ລາວ-ຫວຽດນາມ, ເປັນໄຊຊະນະຕ້ານສັດຕູຕົວດຽວກັນ, ປະສານສົມທົບ ແລະ ອຸດໜູນເຊິ່ງກັນແລະກັນ ເພາະວ່າ ດຽນບຽນຟູ ຢູ່ໃກ້ກັບຜົ້ງສາລີ ແລະ ຫົວພັນ. ສະນັ້ນ, ຕີຊະນະຝຣັ່ງ ຢູ່ດຽນບຽນຟູ ຈຶ່ງທັບມ້າງແຫຼ່ງທີ່ໝັ້ນສໍາຄັນຂອງສັດຕູ. ການຜ່າວົງປິດ ລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນ ແຂວງຊຽງຂວາງ ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດເຮົາທີ່ຢູ່ໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ, ສະແດງໃຫ້ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດອາເມລິກາ ແລະ ລູກແຫຼ້ງຕີນມື. ພ້ອມດຽວກັນນັ້ນ, ກໍເຮັດໃຫ້ກຳລັງປະຕິວັດ ໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ.

ວັນວິລະກໍາຜູ້ນໍາໂຕນຄຸກໂພນເຄັງຢ່າງມະຫັດສະຈັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ ໄດ້ຄົ້ນຄວ້າວາງແຜນເພື່ອປົດປ່ອຍຜູ້ນໍາອອກຈາກຄຸກ ໂດຍໄດ້ມີການປຶກສາຄົ້ນຄວ້າອອກເປັນຫຼາຍແຜນ ແລະ ຫຼາຍແງ່ມູມ. ແຕ່ສຸດທ້າຍ, ປະທານ ໄກສອນ ພົມວິຫານ ໄດ້ເລືອກເອົາວິທີການປູກລະດົມຂົນຂວາຍສຶກສາອົບຮົມສາລະວັດທະຫານທີ່ຍາມຄຸກໃຫ້ມີຄວາມຮັກຊາດ ແລະ ຕື່ນຕົວການເມືອງ, ບໍ່ມີວິທີອື່ນທີ່ດີກວ່ານັ້ນ, ປະທານ ໄກສອນ ພົມວິຫານ ໄດ້ເບິ່ງເຫັນວ່າ ສາລະວັດກໍແມ່ນລູກຫຼານຂອງປະຊາຊົນຊາວໄຮ່ນາຢູ່ທ້ອງຖິ່ນຕ່າງໆ, ເຂົາເຈົ້າກໍມີຄວາມເຄົາລົບນັບຖືຜູ້ນຳທີ່ຮັກຊາດ, ຜູ້ນຳທີ່ເປັນໜ້າເຊື່ອຖື ແລະ ມີສິນທຳ. ວັນເວລາຜ່ານໄປ 300 ວັນ, ຜູ້ນໍາເຮົາຢູ່ໃນຄຸກໄດ້ຂົນຂວາຍພວກສາລະວັດທະຫານທີ່ເຂົ້າ ມາເວນຍາມໄດ້ຮັບໝາກຜົນເປັນຢ່າງດີ, ຍ້ອນການນໍາພາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງ ປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ, ການຊີ້ນຳລະອຽດຕົວຈິງຂອງ ທ່ານ ສາລີ ວົງຄໍາຊາວ, ຄະນະພັກແຂວງ ແຂວງວຽງຈັນ ທີ່ໄດ້ກະກຽມຢູ່ທາງນອກ ແລະ ທາງໃນ ຈຶ່ງເຮັດໃຫ້ເຫດການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳໄປສູ່ເຂດທີ່ໝັ້ນປະຕິ ວັດຢ່າງປອດໄພ.

ການຈັດຕັ້ງໂຄສະນາປາຖະກະຖາມູນເຊື້ອ ວັນປະຫວັດສາດສໍາຄັນຕ່າງໆ ຂອງກະຊວງປ້ອງກັນຕາມສະຫງົບ ໃນຄັ້ງນີ້, ເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດ, ພະນັກງານຫຼັກແຫຼ່ງແຕ່ລະຂັ້ນໄດ້ເຊື່ອມຊຶມ, ກໍາແໜ້ນ ແລະ ເຫັນໄດ້ທາດແທ້ມູນເຊື້ອ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ອຸດົມການສັງຄົມນິຍົມ ແລະ ປະຊາຊົນ, ພຶດຕິກໍາແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ, ຕໍ່ສູ້ຢ່າງພິລະອາດຫານ ແລະ ຕໍ່ສູ້ບໍ່ຍອມຈໍານົນກັບສັດຕູ, ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ເພື່ອຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ.

(ພາບ: ແກ້ວ, ຂ່າວ: ສີລິພອນ)

Continue Reading

Previous: ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອໍາລາໜ້າທີ່ຂອງ ເອກອັກຄະລັດຖະທູດ ສສ ຫວຽດນາມ
Next: ປະດັບຫຼຽນກາພັດທະນາ ແລະ ຫຼຽນກາ ປກສ ໃຫ້ບັນດາບໍລິສັດທີ່ອຸປະຖໍາຊ່ວຍເຫຼືອກະຊວງ ປກສ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.