Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກົມໃຫຍ່ການເມືອງ ປກສ ປູກຕົ້ນໄມ້ ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ກົມໃຫຍ່ການເມືອງ ປກສ ປູກຕົ້ນໄມ້ ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ກົມສື່ມວນຊົນ 03/06/2024
445389226_984699250326000_2510023279783356018_n copy

ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປູກຕົ້ນໄມ້ ຊົມເຊີຍວັນເດັກນ້ອຍສາກົນ ຄົບຮອບ 100 ປີ (1 ມິຖຸນາ 1924-1 ມິຖຸນາ 2024) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ (1 ມິຖຸນາ 1980-1 ມິຖຸນາ 2024) ທີ່ສູນຮັບຕ້ອນແລະ ຝຶກອົບຮົມວິຊາສະເພາະ ກົມໃຫຍ່ການເມືອງ ປກສ ໃນວັນທີ 31 ພຶດສະພາ 2024, ນໍາພາໂດຍ ພົຕ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ ປກສ ມີຮອງຫົວໜ້າກົມໃຫຍ່, ຄະນະພັກ-ຄະນະນໍາ, ກົມ-ກອງ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານຫຼັກແຫຼ່ງທັງສອງພາກສ່ວນ ເຂົ້າຮ່ວມ.

ພົຕ ປອ ສຸວັນນີ ສີສຸພາບມີໄຊກ່າວວ່າ: ເນື່ອງໃນໂອກາດວັນເດັກ ນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ທີ່ໝູນວຽນມາຮອດອີກວາລະໜຶ່ງ; ກົມໃຫຍ່ການເມືອງ ປກສ ໄດ້ເຕົ້າໂຮມບັນ ດາສະຫາຍ ຄະນະພັກ-ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ການເມືອງ ປກສ ເພື່ອພ້ອມກັນສ້າງຂະບວນການປູກຕົ້ນ ໄມ້ ໃຫ້ເປັນຂະບວນກວ້າງ ຂວາງໃນຂອບເຂດທົ່ວປະເທດ, ໜຶ່ງໃນເປົ້າໝາຍສໍາຄັນທີ່ພັກ-ລັດຖະ ກໍຄືກະຊວງ ປກສ ໄດ້ຖືເອົາການປົກປັກຮັກສາ, ຟື້ນຟູປ່າໄມ້, ສິ່ງ ແວດລ້ອມໃຫ້ໝັ້ນຄົງ ແລະ ມີຄວາມຍືນຍົງ ເພື່ອແນໃສ່ປົກປັກຮັກສາ, ຟື້ນຟູຄືນພື້ນທີ່ປ່າໄມ້ທີ່ເຊື່ອມໂຊມ ແລະ ເພື່ອສ້າງໃຫ້ສູນຮັບຕ້ອນແຫ່ງນີ້ກາຍເປັນພື້ນທີ່ສີຂຽວ, ສະອາດ ແລະ ສວຍງາມ, ຮັບປະກັນການພັດທະນາມີຄວາມຍືນຍົງຕະຫຼອດໄປ.

ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ປະກອບມີ: ຕົ້ນໄມ້ດູ, ຕົ້ນໄມ້ແຕ້ ຈຳນວນ 26 ຕົ້ນ ແລະ ຕົ້ນໄມ້ກິນໝາກ ຈໍານວນ 23 ຕົ້ນ.

ພາບ-ຂ່າວ: ແກ້ວ

Continue Reading

Previous: ກະຊວງ ປກສ ຈັດກິດຈະກຳປູກຕົ້ນໄມ້ ໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
Next: ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບ ປະຈຳ ສປປ ລາວ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.