Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ

ກົມສື່ມວນຊົນ 29/05/2024
446650228_982645533864705_381855255876926340_n (1) copy

ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ວັນທີ 29 ພຶດສະພາ 2024 ນະຄອນຫຼວງວຽງຈັນ, ຫົວໜ້າຄະ ນະຜູ້ແທນຝ່າຍລາວ ນໍາໂດຍ ພັນເອກ ອິນປົງ ຈັນທະວົງສາ ຫົວໜ້າຫ້ອງ ການກວດກາ ແລະ ຄວບຄຸມຢາເສບຕິດ, ຫົວໜ້າຄະນະຜູ້ແທນຝ່າຍ ສປ ຈີນ ນໍາໂດຍ ທ່ານ ນາງ ຊານ ຢີຫົວ ຮອງເລຂາທິການຄະນະກໍາມະການຕ້ານຢາເສບຕິດ ແຫ່ງ ສປ ຈີນ.

ກອງປະຊຸມປະສອງຝ່າຍຄັ້ງນີ້ ແມ່ນເພື່ອປະຕິບັດສິດ ແລະ ພັນທະໜ້າທີ່ຂອງ ສປປ ລາວ, ກໍຄືກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ໃນ ນາມເປັນຄູ່ຮ່ວມງານ ວຽກງານຄວບຄຸມຢາເສບຕິດ ກັບ ສປ ຈີນ ທັງເປັນການເພີ້ມທະວີການຮ່ວມມືຂອງສອງຝ່າຍ ແລະ ສັງເກດຕີລາຄາຄືນການຈັດຕັ້ງປະຕິບັດຜົນຂອງກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມື ເພື່ອຄວບຄຸມຢາເສບຕິດໃນຄັ້ງທີ່ຜ່ານມາ ແລະ ປືກສາຫາລືການຮ່ວມມື ແລະ ຫາແນວທາງຮ່ວມກັນໃນການແກ້ໄຂບັນຢາເສບຕິດໃຫ້ມີປະສິດທິພາບຫຼາຍຂຶ້ນໃນຕໍ່ໜ້າ; ເພື່ອແລກປ່ຽນບົດ ຮຽນໃນການກວດກາ ແລະ ຄວບຄຸມຢາເສບຕິດ ລະຫວ່າງສອງປະເທດ ພ້ອມທັງແລກປ່ຽນທັດສະນະກ່ຽວກັບສະພາບການແກ້ໄຂບັນຫາຢາເສບ ຕິດ ແລະ ຕ້ານອາຊະຍາກຳຢາເສບຕິດ ເພື່ອປະຕິບັດຕາມແນວທາງການຕ່າງປະເທດຂອງພັກກໍ່ຄືຂອງ ສປປ ລາວ ໃນການຮ່ວມມືຢ່າງສະເໝີຕົ້ນ ສະເໝີປາຍ ຕາມທິດນໍາຂອງສອງປະເທດ ທີ່ໄດ້ຂະໜານນາມວ່າ “ເປັນປະເທດຄູ່ຮ່ວມຊະຕາກຳ”.

ຕະຫຼອດໄລຍະຜ່ານມາ, ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ ໂດຍຖືເອົາການກວດກາ, ຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມະສິດໜຶ່ງທີ່ສໍາຄັນ ໂດຍໄດ້ສຸມໃສ່ທຸກກໍາລັງແຮງທັງພາກລັດ, ເອກະຊົນ ແລະ ຄົນໃນທົ່ວສັງຄົມ ເຂົ້າໃນການແກ້ໄຂບັນຫາຢາເສບຕິດ ຢ່າງເອົາຈິງເອົາຈັງ. ໃນໄລຍະ 1 ປີ ຜ່ານມາ, ສປປ ລາວໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສອງຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 18 ທີ່ ສປ ຈີນ ໄດ້ເປັນເຈົ້າພາບ ດ້ວຍຄວາມຮັບຜິດຊອບສູງ, ໄດ້ຮັບຜົນສໍາເລັດ ແລະ ສາມາດຍາດເອົາຜົນງານໃນຫຼາຍດ້ານເປັນທີ່ໜ້າເພິ່ງພໍໃຈ ອັນໄດ້ປະກອບສ່ວນເຮັດໃຫ້ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ແລະ ຢູ່ຕາມບໍລິເວນຊາຍແດນຂອງສອງປະເທດພວກເຮົາຫຼຸດລົງໃນລະດັບໜຶ່ງ.

ປັດຈຸບັນ, ສປປ ລາວ ໄດ້ສຳເລັດການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ແລະ ກໍາລັງສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດດັ່ງກ່າວຈົນຮອດປີ 2025 ໂດຍໄດ້ເນັ້ນໃສ່ 6 ວຽກງານຈຸດສຸມຄື: ສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ; ສ້າງ, ປັບປຸງກົດຫມາຍ ແລະ ນິຕິກໍາໃຕ້ກົດຫມາຍທີ່ກ່ຽວຂ້ອງກັບບັນຫາຢາເສບ ຕິດ; ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວເຮັດໜ້າາທີ່ການ ເມືອງຂອງອົງການສືບສວນ-ສອບສວນ, ອົງ ການໄອຍະການປະຊາຊົນ, ອົງການສານປະຊາ ຊົນ, ອົງການປະຕິບັດຄໍາຕັດ ສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ການແກ້ໄຂບັນຫາຢາເສບຕິດ; ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານ ແກ້ໄຂບັນຫາຢາເສບຕິດ; ປັບປຸງຂີດຄວາມສາມາດການເຄື່ອນໄຫວເຮັດຫນ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອຊີ້ ນໍາ-ນໍາພາ ການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ເພີ່ມທະວີວຽກງານການຮ່ວມມືສາກົນ.

ໂອກາດນີ້, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ກໍຄື ລັດຖະ ບານ ແຫ່ງ ສປປ ລາວ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຍ້ອງຍໍຊົມ ເຊີຍມາຍັງ ທ່ານ ແລະ ຄະນະກໍາມະການແຫ່ງຊາດເພື່ອຄວບຄຸມຢາເສບ ຕິດ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະ ໜູນ, ອູ້ມຊູທາງດ້ານທຶນຮອນ, ວັດຖຸອຸປະກອນ, ການຝຶກອົບຮົມດ້ານເຕັກນິກວິຊາສະເພາະ, ການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ຊຸກຍູ້ໃຫ້ບັນດາບໍລິສັດຈາກ ສປ ຈີນ ເຂົ້າມາລົງທຶນ ໃນໂຄງການປູກພືດທົດແທນການປູກຝິ່ນ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ, ປັດຈຸບັນລວມມີ 50 ກວ່າບໍລິສັດ ທີ່ເຂົ້າມາລົງທຶນ ເຊິ່ງມັນໄດ້ຊ່ວຍຫັນປ່ຽນອາຊີບໃໝ່ໃຫ້ແກ່ປະຊາຊົນໃນເຂດທີ່ເຄີຍມີການປູກຝິ່ນມາກ່ອນໄດ້ຫຼາຍສົມຄວນ ແລະ ການຊ່ວຍເຫຼືອໃນດ້ານອື່ນໆຕື່ມອີກໃນໄລຍະຜ່ານມາ.

Continue Reading

Previous: ກົມໃຫຍ່ການເມືອງ ປກສ ປະກາດນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ
Next: ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການ ປຕ ເພີ່ມ 3 ສະຫາຍ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.