Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະໜ່ວຍພັກຮາກຖານ ກົມປ້ອງກັນພາຍໃນ

ກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະໜ່ວຍພັກຮາກຖານ ກົມປ້ອງກັນພາຍໃນ

ກົມສື່ມວນຊົນ 09/05/2024
439282490_967774632018462_6753396450462719778_n copy

ກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະໜ່ວຍພັກຮາກຖານ ກົມປ້ອງກັນພາຍໃນ (200) ກົມໃຫຍ່ສັນຕິບານ ກະຊວງ ປກສ ຈັດຂຶ້ນໃນວັນທີ 8 ພຶດສະພາ 2024, ເປັນປະທານໂດຍ ສະຫາຍ ພັອ ສຸວັນ ທອງຈະເລີນ ຄະນະພັກກົມໃຫຍ່ສັນຕິບານ ເລຂາຄະນະໜ່ວຍພັກຮາກຖານ ຫົວໜ້າກົມປ້ອງກັນພາຍໃນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົຕ ຈູມມະນີ ວົງມະນີ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ສັນຕິບານ, ມີຄະນະໜ່ວຍພັກຮາກຖານ, ຈຸພັກ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພັອ ສຸວັນ ທອງຈະເລີນ ກ່າວວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ, ຄະນະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອຂອງພັກ, ໄດ້ຈັດຕັ້ງຮໍ່າຮຽນຄົ້ນຄວ້າ, ເຊື່ອມຊຶມມະຕິ, ຄໍາສັ່ງ, ເອກະສານຕ່າງໆ ສ້າງໃຫ້ພະນັກງານມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ຮູ້ຈໍາແນກມິດສັດຕູຢ່າງຈະແຈ້ງ, ມີສະຕິຕໍ່ການຈັດຕັ້ງຕື່ນຕົວສູງຕໍ່ກັບ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງຄົນບໍ່ຫວັງດີ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ.

ພ້ອມນີ້, ກໍໄດ້ນໍາພາວຽກງານປັບປຸງ ແລະ ກໍ່ສ້ງພັກ ໂດຍການໂຄສະນາຂະຫຍາຍພັກລົງສູ່ມະຫາຊົນ ເພື່ອຄັດຈ້ອນເລືອກເຟັ້ນເອົາ ມະຫາຊົນຜູ້ກ້າວໜ້າ ເຂົ້າຮຽນສະໜັບສະໜູນ ໄດ້ຈໍານວນ 43 ສະຫາຍ ຍິງ 6 ສະຫາຍ, ຮຽນກົດລະບຽບພັກ 43 ສະຫາຍ ຍິງ 6 ສະຫາຍ, ຮັບເຂົ້າເປັນສະມາຊິກພັກສຳຮອງ 43 ສະຫາຍ ຍິງ 4 ສະຫາຍ, ເຂົ້າພັກສົມບູນ 42 ສະຫາຍ ຍິງ 3 ສະຫາຍ, ຍົກຍ້າຍຮ່ວມຊີວິດພັກ ມາຈາກໂຮງຮຽນ, ກອງບັນຊາການແຂວງ ແລະ ກົມກອງອື່ນໆ 9 ສະຫາຍ ຍິງ 2 ສະຫາຍ.

ຈັດຕັ້ງບັ້ນດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ມີສະມາຊິກພັກ-ພະນັກງານ ເຂົ້າຮ່ວມທັງໝົດ 92 ສະຫາຍ ຍິງ 17 ສະຫາຍ, ຜ່ານບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາ ແລະ ແບ່ງປະເພດສະມາຊິກພັກ ສາມາດສະຫຼຸບສັງລວມໄດ້ ຄື: ປະເພດແຂງ: ມີ 92 ສະຫາຍ ຍິງ 17 ສະຫາຍ ແລະ ປະເພດກາງ: ມີ 2 ສະຫາຍ.

ນອກຈາກນັ້ນ, ດ້ານວຽກງານວິຊາສະເພາະ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ນໍາພາດ້ວຍຄວາມຮັບຜິດຊອບສູງຕໍ່ກົມກອງເຄື່ອນໄຫວເຮັດວຽກງານວິຊາສະເພາະ, ຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກຳຈຳນວນໜຶ່ງ ເປັນຕົ້ນແມ່ນ ເອກະສານທີ່ເປັນບ່ອນອີງໃນການເຮັດວຽກ, ບົດຮຽນບົດສອນ, ສຸມໃສ່ການຈັດຝຶກອົບຮົມໃນກໍາລັງ, ບັນດາສຳນັກງານ-ອົງການຢູ່ສູນກາງ ແລະ ທ້ອງຖິ່ນ.

ນໍາພາປະກອບສ່ວນເຮັດວຽກງານປ້ອງກັນບັນດາກອງປະຊຸມ, ວັນບຸນສໍາຄັນຂອງພັກ-ຂອງຊາດ, ແຂກຕ່າງປະເທດທີ່ມາເຮັດວຽກ ແລະ ຢ້ຽມຢາມລົງພົບປະແລກປ່ຽນກຳສະພາບ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆ ຢູ່ພາຍໃນບັນດາສໍານັກງານ-ອົງການ ໄດ້ທັງໝົດ 421 ເທື່ອ, ສາມາດດໍາເນີນໄດ້ການກວດກາຊັນນະສູດຕໍ່ແຫຼ່ງຂ່າວ, ເຫດການປະກົດການຫຼາຍອັນ ແລະ ສະຫຼຸບໄດ້ຫຼາຍຂ່າວທີ່ສໍາຄັນ ແລ້ວລາຍງານໃຫ້ຂັ້ນເທິງມີທິດຊີ້ນໍາ ໃນການແກ້ໄຂ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ.

=:>>> ທິດທາງແຜນການ 5 ປີຕໍ່ໜ້າ, ໜ່ວຍພັກຮາກຖານກົມ ຈະສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິພັກ, ນາຍ ແລະ ພົນຕຳຫຼວດ ດ້ວຍຫຼາຍຮູບການ ໂດຍສະເພາະ ການເຊື່ອມຊຶມເອກະສານການເມືອງ, ແນວທາງນະໂຍບາຍຂອງພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍຂອງລັດໃນສະພາບການຕ່າງໆ ໃຫ້ເປັນປົກກະຕິ, ສືບຕໍ່ປັບປຸງກໍ່ສ້າງ ແລະ ຂະຫຍາຍສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາຂອງຂັ້ນເທິງ.

ຮັບປະກັນບໍ່ໃຫ້ສະມາຊິກພັກ ເສຍທາດຂາດຄຸນ ຢ່າງເດັດຂາດ, ສືບຕໍ່ນໍາພາປະຕິບັດ ທິດທາງແຜນການກໍ່ສ້າງກົມກອງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຮູ້ນໍາພາຮອບດ້ານ ໃຫ້ມີບາດກ້າວປ່ຽນແປງດີຂຶ້ນກວ່າເກົ່າ ແລະ ເອົາໃຈໃສ່ເຄື່ອນໄຫວກຳແໜ້ນ ສະພາບການເລ່ລ່ຽມກົນອຸບາຍການເຄື່ອນໄຫວມ້າງເພທໍາລາຍຂອງກຸ່ມຄົນບໍ່ດີ, ຮູ້ຄົ້ນຄວ້າວິໄຈຂໍ້ມູນຂ່າວສານທີ່ໄດ້ຮັບ ໃຫ້ລະອຽດຊັດເຈນ ເພື່ອກໍານົດທິດທາງແຜນການສະກັດກັ້ນໃຫ້ທ່ວງທັນ.

ໃນກອງປະຊຸມ, ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານ ກົມປ້ອງກັນພາຍໃນ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ ຈໍານວນ 7 ສະຫາຍ ເລືອກເອົາ 5 ສະຫາຍ, ຜ່ານການປ່ອນບັດ ໄດ້ເປັນເອກະສັນເລືອກເອົາ:

– ສະຫາຍ ພັອ ສຸວັນ ທອງຈະເລີນ ເປັນ ເລຂາ

– ສະຫາຍ ພັອ ເພັດ ຍາວົງ ເປັນ ຮອງເລຂາ

– ສະຫາຍ ພັອ ເສດທິລາດ ວິລັດດາວົງ ເປັນ ປະທານກວດກາ

– ສະຫາຍ ພັທ ອານຸລັກ ບົວບານ ແລະ ສະຫາຍ ພັທ ສີສຸກ ສະນິດ ເປັນ ຄະນະ

Continue Reading

Previous: ພິທີມອບ-ຮັບໜ້າທີ່ ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ຮັກສາການເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່)
Next: ຮອງລັດຖະມົນຕີ ກະຊວງ ປກສ ລົງສໍາຫຼວດເນື້ອທີ່ດິນ ເພື່ອສ້າງຕັ້ງບັນດາໂຄງການຢູ່ຫຼັກ 62

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.