Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ” ມອບ-ຮັບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ປກສ “

” ມອບ-ຮັບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ປກສ “

ກົມສື່ມວນຊົນ 02/05/2024
438254926_961409395988319_2658920102821226185_n copy

ໃນວັນທີ 30 ເມສາ 2024, ຄະນະບໍລິຫານງານຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກ ຄັ້ງທີ III ປະຈຳປີ 2023 ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ມອນໄຊ ລາວມົວຊົງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີຄະນະບໍລິຫານງານຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ, ອົງການຈັດຕັ້ງແມ່ຍິງ, ກຳມະການ, ບັນດາຄະນະຊາວໜຸ່ມ ກົມກອງອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ພັອ ສີສົມບັດ ໄຊປັນຍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ໄດ້ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບ 15 ຂໍ້ແຂ່ງຂັນຂອງຊາວໜຸ່ມ ກະຊວງ ປກສ ປະຈຳປີ 2023 ສະແດງອອກຄື:

+ ດ້ານແນວຄິດ: ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຢ່າງໜັກແໜ້ນ ໃຫ້ແກ່ສະມາຊິກຊາວໜຸ່ມ ໃນກໍາລັງ ປກສ ເວົ້າລວມ, ເວົ້າສະເພາະ ກໍຄື ຖັນແຖວສະມາຊິກຊາວໜຸ່ມ 15 ກົມກອງ ອ້ອມຂ້າງ ກະຊວງ ເຊິ່ງໃນແຕ່ລະປີ ໄດ້ລົງພົບປະໂອ້ລົມ ແລະ ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໃກ້ຊິດຕິດແທດກັບສະມາຊິກຊາວໜຸ່ມໂດຍກົງ ເປັນຕົ້ນແມ່ນ ການລົງໂຄສະນາເຜີຍແຜ່ບັນດາມະຕິຄໍາສັ່ງ, ຂໍ້ຫ້າມ ແລະ ນິຕິກຳຕ່າງໆພ້ອມທັງຊຸກຍູ້ວຽກງານການຈັດຕັ້ງຂໍ້ແຂ່ງຂັນ 4 ບຸກ ໃຫ້ຄະນະ ແລະ ສະມາຊິກຊາວໜຸ່ມ 15 ກົມກອງ ອ້ອມຂ້າງ ກະຊວງ ແລະ ກອງບັນຊາການ ປກສ ແຂວງ ທົ່ວປະເທດ ຈໍານວນ 20 ຄັ້ງ ມີຜູ້ເຂົ້າຮ່ວມ ທັງໝົດ 3.000 ສະຫາຍ.

+ ດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນ: ສະມາຊິກຊາວໜຸ່ມແຕ່ລະສະຫາຍ ໄດ້ມີຄວາມຕື່ນຕົວໃນການໄປຍົກລະດັບດ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ເປັນຕົ້ນ ດ້ານວຽກງານວິຊາສະເພາະ, ທິດສະດີການເມືອງ, ພາສາຕ່າງປະເທດ, ຝຶກອົບຮົມໄລຍະສັ້ນ, ໄລຍະຍາວ, ທັດສະນະສຶກສາ, ເຂົ້າຮ່ວມສ້າງກິດຈະກຳຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ສະແດງອອກຄື: ໃນປີ 2023 ສະມາຊິກຊາວໜຸ່ມ ໄດ້ຮັບການໄປຍົກລະດັບດ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ 750 ສະຫາຍ.

+ ດ້ານວຽກງານການຈັດຕັ້ງ: ໃນໄລຍະຜ່ານມາ, ຄະນະຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ເພີ່ມທະວີປັບປຸງກໍ່ສ້າງທາງດ້ານການຈັດຕັ້ງ ໃຫ້ມີການຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ຮັບປະກັນໃນການນໍາພາ-ຊີ້ນໍາ ສະມາຊິກສະມາຊິກຊາວໜຸ່ມ ຢູ່ໃນແຕ່ລະຂົງເຂດວຽກງານ, ເປັນໃຈກາງໃນການເຕົ້າໂຮມ, ຄຸ້ມຄອງ ແລະ ສຶກສາອົບຮົມຊາວໜຸ່ມ, ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກ ໃຫ້ສອດຄອງກັບການເຕີບໃຫຍ່ຂະ ຫຍາຍຕົວຂອງຄະນະຊາວໜຸ່ມແຕ່ລະຂັ້ນ.

ດ້ານວິຊາຊີບ ຫຼື ການເຄື່ອນໄຫວວຽກງານວິຊາສະເພາະ: ບັນດາຄະນະຊາວໜຸ່ມ 15 ກົມກອງ ອ້ອມຂ້າງ ກະຊວງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນຄວາມຮັບຜິດຊອບຂອງຕົນ ມີຜົນສຳເລັດຕາມການມອບໝາຍຂອງຂັ້ນເທິງ ແລະ ອື່ນໆ.

ໃນພິທີ ກໍໄດ້ມີການມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ສໍາເລັດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ III ປະຈໍາປີ 2023, ເຊິງປະກອບມີ:

ຄະນະຊາວໜຸ່ມຮາກຖານ 15 ກົມກອງ ອ້ອມຂ້າງ ກະຊວງ ແລະ 1 ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງປ້ອງກັນຄວາມສະຫງົບ

ພ້ອມນີ້, ຍັງໄດ້ມອບຫຼຽນກາ 65 ປີ ວັນສ້າງຕັ້ງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ອະດີດການນຳ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ 10 ສະຫາຍ ແລະ ມອບໃບຍ້ອງຍໍຂອງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ຄະນະ ພັກ 15 ກົມກອງ ອ້ອມຂ້າງ ກະຊວງ ປກສ, ເຊິ່ງເປັນກຽດມອບໂດຍ ທ່ານ ມອນໄຊ ລາວມົວຊົງ.

Continue Reading

Previous: ຫົວໜ້າກົມໃຫຍ່ການເມືອງ ປກສ ລົງກວດການໂຄງການສ້າງເສດຖະກິດທຳການຜະລິດຢູ່ໂຮງຮຽນວັດທະນະທຳ ປກສ
Next: ປະກາດນາຍຕຳຫຼວດຂັ້ນສູງບຳນານ ແລະ ຍົກຍ້າຍແຕ່ງຕັ້ງ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.