Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຫົວໜ້າກົມໃຫຍ່ການເມືອງ ປກສ ລົງກວດການໂຄງການສ້າງເສດຖະກິດທຳການຜະລິດຢູ່ໂຮງຮຽນວັດທະນະທຳ ປກສ

ຫົວໜ້າກົມໃຫຍ່ການເມືອງ ປກສ ລົງກວດການໂຄງການສ້າງເສດຖະກິດທຳການຜະລິດຢູ່ໂຮງຮຽນວັດທະນະທຳ ປກສ

ກົມສື່ມວນຊົນ 30/04/2024
440988191_960678442728081_7101201607321671216_n copy

ພົຕ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມຄະນະໄດ້ລົງກວດການໂຄງການສ້າງເສດ ຖະກິດທຳການຜະລິດຢູ່ໂຮງຮຽນວັດທະນະທຳ ປ້ອງກັນຄວາມສະຫງົບ ໃນວັນທີ 26 ເມສາ 2024, ມີຮອງຫົວໜ້າກົມໃຫຍ່, ຫົວໜ້າຫ້ອງການ, ຄະນະຮັບສູນການຜະລິດກົມໃຫຍ່ການເມືອງ, ຕາງໜ້າຫ້ອງວ່າການ, ກົມໃຫຍ່ພະລາທິການ, ຫົວໜ້າອໍານວຍການໂຮງຮຽນວັດທະນະທໍາ ປກສ, ບໍລິສັດ ແລະ ພະນັກງານວິຊາການເຂົ້າຮ່ວມ.

ພັອ ປອ ວຽງໄຊ ທໍາມະສິດ ຫົວໜ້າຫ້ອງການກົມໃຫຍ່ການເມືອງ ປກສ ໄດ້ລາຍງານວ່າ: ໃນໄລຍະ 1 ປີຜ່ານມາ, ໄດ້ບຸກເບີກເນື້ອທີ່ທໍາການຜະລິດ, ໄດ້ສ້າງໜອງປາເພີ່ມອີກ 1 ໜອງ ແລະ ໄດ້ກໍ່ສ້າງຫໍພັກຫຼັງໃໝ່ 1 ຫຼັງ ສຳເລັດ; ວຽກງານການຜະລິດ ( ການລ້ຽງໄກ່ ) ຟາມໄກ່ພັນໄຂ່ ຄອກ 1: ງວດທີ 1 ສາມາດຂາຍໄຂ່ ໄດ້ທັງໝົດ 115.742.000 ກີບ, ຂາຍໄກ່ສຸດໄຂ່ໄດ້ 34.290.000 ກີບ; ງວດທີ 2 ຂາຍໄຂ່ທັງໝົດ 3.355 ແຕະ ເປັນເງິນຈໍານວນ 175.315.000 ກີບ, ຂາຍໄກ່ທີ່ຖືກຕອດກົ້ນ ໄດ້ 990.000 ກີບ ລວມລາຍຮັບທັງໝົດ 326.337.000 ກີບ; ຟາມໄກ່ພັນໄຂ່ ຄອກ2: ຂາຍໄຂ່ 30.567 ແຕະ ເປັນຈໍານວນ 1.454.722.000 ກີບ, ຂາຍໄກ່ຖືກຕອດກັ້ນ, ຊ໋ອກໄຟຟ້າດັບຈຳນວນ 934 ກິໂລ ລາຄາ 30.000 ກີບ/ກິໂລ ເປັນເງິນ 28.020.000 ກີບ, ສາເຫດໄກ່ຕາຍຜ່ານມາແມ່ນ ຍ້ອນມາຈາກ: ໄກ່ຕ໋ອດກົ້ນ, ຊ໋ອກໄຟຟ້າດັບ.

ການລ້ຽງປາໜອງເບີ 9: ໄດ້ປ່ອຍປານິນ ງວດທີ 3 ໃສ່ໜອງເບີ 9 ຈຳນວນ 30.000 ໂຕ ໄດ້ເອົາອອກຈໍາໜ່າຍຍັງບໍ່ສໍາເລັດ; ການລ້ຽງປາໜອງເບີ 10 : ໄດ້ປ່ອຍປານິນ ງວດທີ 1 ຈຳນວນ 50.000 ໂຕ ໄດ້ຂາຍປາອອກ 4.202 ກິໂລ ສາມາດສ້າງລາຍຮັບ 98.744.000 ກີບ, ໄດ້ປ່ອຍປານິນ ງວດທີ 2 ໃສ່ໜອງເບີ 10 ຈຳນວນ 35.000 ໂຕ; ໄດ້ເຄື່ອນຍ້າຍປາ ຫຼັກ 62 ມາປ່ອຍລ້ຽງໃສ່ໜອງເບີ 8 ຫຼັກ 67 ຈໍານວນ 1.045 ກິໂລ.

ໂອກາດດັ່ງກ່າວ, ຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະໄດ້ລົງພາກສະໜາມກວດກາຮ້ານຄ້າ-ຮ້ານສະດວກຊື້, ການກໍ່ສ້າງອ່າງເກັບນໍ້າ ແລະ ສ້ອມແປງອ່າງເກັບນໍ້າເກົ່າໂຮງຮຽນວັດທະນະທໍາ ປກສ, ໂຄງາການກໍ່ສ້າງຄູກັ້ນດິນພາກຂະຫຍາຍໜອງເບີ 11, ໂຄງການກໍ່ສ້າງຟາມໄກ່ໃສ່ໜອງເບີ 11 ຕື່ມອີກ.

ພາບ-ຂ່າວ: ຄຳໂຖ

Continue Reading

Previous: ການນຳກະຊວງ ປກສ ເຂົ້າຮ່ວມກອງປະຊຸມສາກົນບັນຫາຄວາມໝັ້ນຄົງ ຄັ້ງທີ 12
Next: ” ມອບ-ຮັບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ປກສ “

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.