Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຄະນະກວດກາພັກອ້ອມຂ້າງກະຊວງ ປກສ ສະຫຼຸບວຽກງານຕິດຕາມກວດກາຂອງພັກ ໄຕມາດ I

ຄະນະກວດກາພັກອ້ອມຂ້າງກະຊວງ ປກສ ສະຫຼຸບວຽກງານຕິດຕາມກວດກາຂອງພັກ ໄຕມາດ I

ກົມສື່ມວນຊົນ 29/03/2024
DSC_0680 copy

ກອງປະຊຸມສ່ອງແສງວຽກງານຕິດຕາມກວດກາຂອງພັກ ໄຕມາດ I ແລະ ທິດທາງແຜນການໄຕມາດ II ປີ 2024 ຂອງບັນດາຄະນະກວດກາພັກອ້ອມຂ້າງກະຊວງ ປກສ ເພື່ອເປັນການກວດກາຄືນແບບແຜນການນຳພາ-ຊີ້ນຳກ່ຽວກັບວຽກງານຕິດ ຕາມ, ກວດກາຂອງຄະນະກວດກາພັກແຕ່ລະຂັ້ນໃນການຈັດຕັ້ງຜັນຂະຫຍາຍມະຕິຕ່າງໆຂອງຄະນະພັກກະຊວງ ປກສ ແລະ ມະຕິຕ່າງໆຂອງຄະນະພັກຂັ້ນຂອງຕົນໃນແຕ່ລະໄຕມາດ ໃນວັນທີ 28 ມີນາ 2024, ໂດຍມີ ສະ ຫາຍ ພົຕ ສົມວັນ ສາຍລ້ອງພາ ຄະນະປະຈຳພັກ ປະທານກວດກາພັກ ກະຊວງ ຮອງລັດຖະມົນຕີກະຊວງ ປກສ ມີບັນດາຄະນະພັກກະຊວງ, ພ້ອມດ້ວຍຮອງປະທານກວດກາ, ຫົວໜ້າພະແນກອ້ອມຂ້າງກະຊວງ ເຂົ້າຮ່ວມ.

ສະຫາຍ ພົຕ ສົມວັນ ສາຍລ້ອງພາ ກ່າວວ່າ: ວຽກງານຕິດຕາມກວດກາພັກ ແມ່ນວຽກງານໜຶ່ງທີ່ສຳຄັນທີ່ສຸດ, ເຊິ່ງນອນຢູ່ໃນການນຳພາ, ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ການປະຕິບັດລະບຽບວິໄນຂອງພັກໃຫ້ມີຄວາມເຂັ້ມງວດ ຮັກສາໄດ້ອິດທິພົນບົດບາດການຳພາຂອງພັກ, ຄະນະພັກເປັນຜູ້ຊີ້ນໍາໂດຍກົງ, ຄະນະພັກ-ຄະນະນຳກະຊວງ ປກສ ໄດ້ມອບໃຫ້ຄະນະກວດກາພັກເປັນເຈົ້າການ, ເປັນເສນາທິການໃນການຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວ.

ທິດທາງໃນໄຕມາດ II ໃນປີ 2024, ບັນດາຄະນະກວດກາພັກອ້ອມຂ້າງຄະນະບໍລິຫານງານພັກ ກະຊວງ ຈະຕ້ອງສືບຕໍ່ຕິດ ຕາມ, ກວດກາຄະນະພັກແຕ່ລະຂັ້ນໃນການນໍາເອົາແນວທາງນະໂຍບາຍຂອງພັກ, ກົດລະບຽບພັກ, ກົດໝາຍຂອງລັດ, ລະ ບຽບຂອງກຳລັງປ້ອງກັນຄວາມສະຫງົບ ແລະ ຂໍ້ຫ້າມຂອງກໍາລັງປ້ອງກັນຄວາມສະຫງົບເປັນແນວທາງສຶກສາອົບຮົມ ພະນັກ ງານສະມາຊິກພັກໃຫ້ເປັນປົກກະຕິຕໍ່ເນື່ອງ ແລະ ທົ່ວເຖິງ ເພື່ອເຮັດໃຫ້ແນວຄິດຂອງພະນັກງານສະມາຊິກພັກມີຄວາມສະ ຫງົບ, ອຸ່ນອຽນທຸ່ນທ່ຽງຕໍ່ການນໍາພາ-ຊີ້ນໍາຂອງພັກໃນໄລຍະ, ກວດກາຜົນສໍາເລັດບັ້ນດໍາເນີນຊີວິດການເມືອງຂອງແຕ່ລະຄະນະພັກ ມີບັນຫາໄດ້ທີ່ຍັງບໍ່ທັນຈະແຈ້ງບໍ່ທັນສອດຄອງກໍຕ້ອງໄດ້ພ້ອມກັນແກ້ໄຂໃຫ້ຂາດຕົວ ໂດຍສະເພາະແມ່ນພິສູດໃຫ້ເຫັນບັນຫາຫ່າງສຽງຕໍ່ການຈັດຕັ້ງ ແລະ ບຸກຄົນຢູ່ໃນແຕ່ລະຮາກຖານພັກ.

ຄ່ຽງຄູ່ກັບແບບແຜນວິທີນໍາພາຂອງຄະ ນະພັກແຕ່ລະຂັ້ນໃຫ້ສືບຕໍ່ປະຕິບັດຕາມຫຼັກການຂອງພັກໃຫ້ເຂັ້ມງວດ, ມີປະຊາ ທິປະໄຕ, ໂປ່ງໃສ ສາມາດກວດກາໄດ້, ທຸກບັນຫາຕ້ອງປະຕິບັດຕາມມະຕິຄໍາສັ່ງຂອງຄະນະພັກຂັ້ນຂອງຕົນໃຫ້ເຂັ້ມງວດ, ກ້າເຮັດກ້າຮັບຜິດຊອບຂັ້ນລຸ່ມຕ້ອງປະຕິບັດຕາມຂັ້ນເທິງ, ທຸກສະຫາຍຕ້ອງປະຕິບັດຕາມການຈັດຕັ້ງຢ່າງເຂັ້ມງວດ.

ຂ່າວ: ບຸນພະຈັນ

Continue Reading

Previous: ພົອ ວິໄລ ຫຼ້າຄຳຟອງ ເດີນທາງເຂົ້າຮ່ວມກອງປະຊຸມປະຈຳປີລັດຖະມົນຕີກະຊວງ ປກສ 3 ປະເທດ
Next: ກອງປະຊຸມປະຈຳປີ ລັດຖະມົນຕີປ້ອງກັນຄວາມສະຫງົບ, ພາຍໃນ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.