Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມປະຈຳປີ ລັດຖະມົນຕີປ້ອງກັນຄວາມສະຫງົບ, ພາຍໃນ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1

ກອງປະຊຸມປະຈຳປີ ລັດຖະມົນຕີປ້ອງກັນຄວາມສະຫງົບ, ພາຍໃນ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1

ກົມສື່ມວນຊົນ 01/04/2024
80e13032-29f8-4201-9177-e8a6abc2f966 copy

ກອງປະຊຸມປະຈຳປີ ລັດຖະມົນຕີປ້ອງກັນຄວາມສະຫງົບ, ພາຍໃນ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ໄດ້ຈັດຂຶ້ນໃນວັນທີ 29 ມີນາ 2024 ຢູ່ທີ່ນະຄອນດານັງ, ສສ ຫວຽດນາມ; ເປັນປະທານຮ່ວມຝ່າຍກຳປູເຈຍ ໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ, ຝ່າຍລາວ ໂດຍ ທ່ານ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະ ທ່ານ ພົອ ໂຕ ເລິມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສາມກະຊວງເຂົ້າຮ່ວມ.

ໃນກອງປະຊຸມ ບັນດາທ່ານລັດຖະມົນຕີສາມກະຊວງ ໄດ້ຜັດປ່ຽນກັນຂຶ້ນນຳສະເໜີສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດຂອງຕົນ; ພ້ອມທັງເຫັນດີໃນການສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຂອງສາມກະຊວງ ໃຫ້ນັບມື້ເພີ່ມທະວີຂຶ້ນໄປເລື້ອຍໆ; ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍ-ຄວາມສຳຄັນຢ່າງຍິ່ງ, ເຊິ່ງຈະໄດ້ຮ່ວມມືກັນໃນຫຼາຍດ້ານ ເປັນຕົ້ນແມ່ນການເພີ່ມທະວີຮ່ວມມືຕໍ່ສູ້ຕ້ານອາຊະຍາກຳຄ້າມະນຸດ, ການປະສານສົມທົບສະກັດກັ້ນ ແລະ ຕ້ານຢາເສບ ຕິດ, ຍົກສູງໝາກຜົນການຮ່ວມມືໃນຂົງເຂດສັນຕິບານ ປະກອບສ່ວນໃນການປ້ອງກັນຄວາມສະຫງົບແຫ່ງຊາດ ໃນສະພາບ ການໃໝ່ ແລະ ຮັກສາຄວາມສະຫງົບບໍລິເວນຊາຍແດນຕິດຈອດ ກໍຄືເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV).

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຕາງໜ້າໃຫ້ຄະ ນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສະແດງຄວາມສະໜັບສະໜູນ ແລະ ສະແດງຄວາມຍ້ອງຍໍຊົມ ເຊີຍ ມາຍັງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ທີ່ໄດ້ທຸ່ມເທ ແລະ ກະກຽມຄວາມພ້ອມດ້ານຕ່າງໆໃນການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງນີ້; ເຊິ່ງນອກຈາກຈະເປັນການສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ແລະ ຄວາມເອົາໃຈໃສ່ຂອງສາມກະຊວງໃນການຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມຂອງສາມລັດຖະບານ ໃຫ້ກາຍເປັນຮູບປະທໍາແລ້ວ, ຍັງເປັນໂອກາດອັນດີໃຫ້ແກ່ຄະນະຜູ້ແທນຂອງສາມກະຊວງ ກໍຄື: ເຈົ້າໜ້າທີ່ບັນດາແຂວງ ທີ່ມີຊາຍແດນຮ່ວມຂອງສາມປະເທດໄດ້ພົບປະແລກປ່ຽນບົດຮຽນນໍາກັນ. ທັງນີ້, ກໍເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານການເຄື່ອນໄຫວກໍ່ອາຊະຍາກຳທຸກຮູບແບບ ເພື່ອຜົນປະໂຫຍດລວມຂອງສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ.

ຈາກນັ້ນ, ລັດຖະມົນຕີສາມກະຊວງ ກໍໄດ້ອອກຖະແຫຼງການຮ່ວມ 7 ບັນຫາທີ່ສຳຄັນ ເພື່ອຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເພື່ອສະຖຽນລະພາບ ແລະ ການພັດທະນາເສດຖະກິດ – ສັງຄົມ ຂອງແຕ່ລະປະເທດ; ກໍຄືການຮັບມືຢ່າງມີປະສິດທິພາບ ຕໍ່ສິ່ງທ້າທາຍຕ່າງໆດ້ານຄວາມສະຫງົບ ທີ່ກຳລັງເກີດຂຶ້ນ ລວມທັງອາຊະຍາກຳຂ້າມຊາດຢູ່ພາກພື້ນ ແລະ ສາກົນ ໃນສະພາຫຼັງຈາກສາມປະເທດພົບກັບການແຜ່ລະບາດຂອງພະ ຍາດ; ເພື່ອຫັນເອົາລະຫວ່າງຜູ້ນຳຂັ້ນສູງສຸດ ກຳປູເຈຍ – ລາວ – ຫວຽດນາມ ໃນຄັ້ງວັນທີ 6 ກັນຍາ 2023 ຢູ່ນະຄອນຫຼວງຮ່າໂນ້ຍ ໃຫ້ເປັນຮູບປະທຳ, ເຊິ່ງຮັບ ຮູ້ເຖິງຄວາມຈຳເປັນໃນການສືບຕໍ່ການຮ່ວມມືຕາມກົນໄກທີ່ມີຢູ່; ຈັດຕັ້ງຜັນຂະຫຍາຍເນື້ອໃນຂອງການພົບປະລະຫວ່າງ ນາຍົກລັດຖະມົນຕີຂອງທັງສາມປະເທດ ກຳປູເຈຍ – ລາວ – ຫວຽດນາມ ໃນຄັ້ງວັນທີ 17 ທັນວາ 2023 ຢູ່ຍີ່ປຸ່ນ; ເພື່ອທົບທວນຄືນບັນດາໝາກຜົນຂອງກອງປະຊຸມລັດຖະມົນຕີ ລະຫວ່າງ ລັດຖະມົນຕີກະຊວງພາຍໃນຳຳຳຳຳແຫ່ງຣາຊະອານາຈັກ ກຳປູເຈຍ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ໄດ້ຈັດຂຶ້ນແບບເຊິ່ງໜ້າ ແລະ ຮູບແບບທາງໄກ ໃນປີ 2011, 2014, ແລະ 2022.

Continue Reading

Previous: ຄະນະກວດກາພັກອ້ອມຂ້າງກະຊວງ ປກສ ສະຫຼຸບວຽກງານຕິດຕາມກວດກາຂອງພັກ ໄຕມາດ I
Next: ເຈົ້າໜ້າທີ່ ປກສ ເມືອງໄຊຍະບູລີ ແຂວງໄຊຍະບູລີ ກັກຕົວພວກຖືກຫາຄ້າ-ຂາຍຢາເສບຕິດ ໄດ້ 2 ຄົນມາດຳເນີນຄະດີ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.