Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຮອງນາຍົກລັດຖະມົນຕີ ພົບປະລັດຖະມົນຕີກະຊວງຍຸຕິທໍາໄທ

ຮອງນາຍົກລັດຖະມົນຕີ ພົບປະລັດຖະມົນຕີກະຊວງຍຸຕິທໍາໄທ

ກົມສື່ມວນຊົນ 15/02/2024
DSC_2376

ໃນວັນທີ 14 ກຸມພາ 2024, ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າພົບປະຂອງ ພັອ ທະວີ ສອດສ່ອງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ, ໃນໂອກາດທີ່ເດີ່ນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ພົອ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້. ພ້ອມດຽວກັນນີ້, ທັງສອງຝ່າຍກໍໄດ້ລາຍງານການແກ້ໄຂບັນຫາຢາເສບຕິດຢູ່ປະເທດຂອງຕົນໃຫ້ກັນແລະກັນຊາບ, ພ້ອມທັງແລກປ່ຽນບົດຮຽນ ແລະ ປຶກສາຫາລືກັນ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດລຽບຕາມຊາຍແດນ, ເຊິ່ງໃນໄລຍະຜ່ານມາ, ລາວ-ໄທ ກໍໄດ້ມີການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ໃນການສະກັດກັ້ນບັນຫາດັ່ງກ່າວ.

ສຳລັບ ສປປ ລາວ ກໍໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດເປັນວາລະແຫ່ງຊາດ ຜ່ານການຈັດຕັ້ງປະຕິບັດແມ່ນສາມາດແກ້ໄຂໄດ້ຈຳນວນຫຼາຍ, ເພື່ອເປັນການສະກັດກັ້ນການຄ້າຂາຍຕາມຊາຍແດນລາວ-ໄທ ຕ້ອງໄດ້ເພີ່ມທະວີການຮ່ວມມືຊ່ວຍ ເຫຼືອເຊິ່ງກັນແລະກັນ ເປັນຕົ້ນການຝຶກອົບຮົມວຽກງານວິຊາສະເພາະ, ການຕິດ ຕາມເປົ້າໝາຍທີ່ເອົາຕົວຫຼົບໜີຂ້າມປະເທດ ແລະ ບັນຫາອື່ນໆ ກ່ຽວກັບການສະກັດກັ້ນແລະແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ສອງປະເທດລາວ-ໄທມີຄວາມສະ ຫງົບ ແລະ ເປັນຊາຍແດນແຫ່ງມິດຕະພາບປະຊາຊົນທັງສອງປະເທດ ສາມາດໄປມາຫາສູ່ກັນຢ່າງມີຄວາມສະຫງົບປອດໄພຖານ.

Continue Reading

Previous: ຫ້ອງວ່າການ ກະຊວງ ປກສ ຈັດພິທີເປີດບັ້ນດຳເນີນຊີວິດການເມືອງ ປະຈໍາປີ 2023
Next: ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແກ້ໄຂບັນດາຮ້ານກິນດື່ມ ແລະ ຮ້ານເກມ ທີ່ໃຫ້ບໍລິການລະເມີດລະບຽບກົດໝາຍ

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.