Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ເປີດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ ປະຈໍາປີ 2023

ເປີດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ ປະຈໍາປີ 2023

ກົມສື່ມວນຊົນ 04/01/2024
416163324_777900221001387_414892539028546062_n

ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ ປະຈໍາປີ 2023 ແລະ ວາງທິດທາງວຽກງານຈຸດສຸມປີ 2024 ໄດ້ຈັດຂຶ້ນໃນວັນທີ 4-5 ມັງກອນ 2024 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ໂດຍການເປັນປະທານຂອງ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງ ປກສ, ມີບັນດາຮອງລັດ ຖະມົນຕີ, ຄະນະພັກ-ຄະນະບັນຊາກະຊວງ, ກົມໃຫຍ່, ຫ້ອງວ່າການກະຊວງ, ກົມ, ກອງບັນຊາການ, 3 ວິທະຍາຄານ, ປກສ. ນວ-ປກສ ແຂວງ ທົ່ວປະເທດ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງກຳລັງ ປກສ ເຂົ້າຮ່ວມ.

ພົອ ວິໄລ ຫຼ້າຄໍາຟອງ ມີຄຳເຫັນກ່າວເປີດວ່າ: ກອງປະຊຸມຄັ້ງນີ້ ແມ່ນນອນໃນທ່າມ ກາງທີ່ທົ່ວ ພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມສູ້ຊົນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ພ້ອມທັງກະ ກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕິດພັນກັບການສ້າງຜົນງານ, ຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ແລະ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍສະເພາະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ ໃຫ້ເປັນຂະບວນ ການຟົດຟື້ນ, ກວ້າງຂວາງ ພ້ອມນັ້ນ, ໄດ້ສຸມໃສ່ການສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍຄວາມເປັນເຈົ້າການຢ່າງຕັ້ງໜ້າ ເຊິ່ງໃນໄລຍະປີ 2023 ຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກ-ຄະນະບັນ ຊາ ກະຊວງ ກໍຄືຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ລະບຽບການຄຸ້ມຄອງຂອງລັດ ແລະ ວຽກງານຈຸດສຸມຂອງກະຊວງ ປກສ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ຮັບປະກັນໃຫ້ສະພາບທົ່ວປະເທດມີຄວາມສະຫງົບ, ສະຖຽນບະພາບທາງດ້ານການເມືອງ ມີຄວາມໝັ້ນຄົງໜັກແໜ້ນ.

ຕໍ່ກັບຜົນສໍາເລັດດັ່ງກ່າວ ຍັງມີຫຼາຍບັນຫາ, ຫຼາຍຂົງເຂດທີ່ກ່ຽວຂ້ອງກັບໜ້າທີ່ການເມືອງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ, ປັບ ປຸງໃຫ້ດີຂຶ້ນ ເປັນຕົ້ນວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ວຽກງານກໍ່ສ້າງພັກ-ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ວຽກງານຮັບ ປະກັນດ້ານພະລາທິການ-ເຕັກນິກ, ວຽກ ງານພົວພັນຕ່າງປະເທດ ແລະ ບັນດາວຽກງານອື່ນໆ.

ສະນັ້ນ, ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ສະຫຼຸບຕີລາຄາການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງ, ຮັບຟັງການ ລາຍງານ, ການປະກອບຄໍາເຫັນຂອງບັນດາກົມໃຫຍ່, ຫ້ອງວ່າການ, ກົມກອງວິຊາສະເພາະ ແລະ ກົມກອງທ້ອງຖິ່ນ ເພື່ອຄວາມເປັນເອກະພາບໃນການຕີລາຄາສະພາບການຮອບດ້ານໃນການປະຕິບັດໜ້າທີ່ການເມືອງ; ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາຕົວຈິງໃຫ້ຖືກຕ້ອງ, ທັນສະພາບການ ແລະ ຮັບປະກັນໃຫ້ການກຳນົດແຜນວຽກງານຈຸດສຸມໃນຕໍ່ໜ້າ ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

ໂອກາດນີ້, ພົອ ວິໄລ ຫຼ້າຄໍາຟອງ ຮຽກຮ້ອງມາຍັງຄະນະພັກ-ຄະນະນຳກະຊວງ ຕະ ຫຼອດຮອດພະນັກງານຫຼັກແຫຼ່ງຂອງກຳລັງ ປກສ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ເນື້ອໃນກອງປະຊຸມເທື່ອນີ້ໃຫ້ມີຄວາມເປັນເອກະພາບຮອບດ້ານໃນການຕີລາຄາວຽກງານການເມືອງໃຫ້ມີຜົນສຳ ເລັດຢ່າງດີ.

Continue Reading

Previous: ປີ 2023 ໄຊຍະບູລີ ມີອາຊະຍາກຳເກີດຂຶ້ນ 213 ເລື່ອງ
Next: ກົມໃຫຍ່ຕຳຫຼວດ ຈະສຸມໃສ່ແກ້ໄຂຄະດີໃຫ້ມີຄວາມວ່ອງໄວ ຊັດເຈນ ແລະ ເປັນທຳ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.